ຂໍ້ຕົກລົງ ວ່າດ້ວຍການເງິນບ້ານ
关于村财政的协议
Agreement on Village Finance
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງການເງິນ ຕາມຄຳແນະນຳວ່າດ້ວຍການສ້າງບ້ານເປັນໜ່ວຍພັດທະນາການເງິນ, ກຳນົດຫຼັກການ, ລະບຽບການ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບດ້ານການເງິນຂອງບ້ານ, ເພີ່ມທະວີຄວາມສາມາດໃນການເກັບລາຍຮັບສ່ວນໜຶ່ງ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງບ້ານ, ເພື່ອໃຫ້ບ້ານສາມາດສ້າງຕັ້ງກອງທຶນພັດທະນາ ແລະ ຮັບປະກັນລາຍຮັບ-ລາຍຈ່າຍ ຕາມທິດສ້າງສາມສ້າງ.
ມາດຕາ
ມາດຕາ 1
ຂ2 ການຈັດຕັ້ງປະຕິບັດ ມອບໃຫ້ອົງການປົກຄອງເມືອງ, ຫ້ອງການ-ການເງິນເມືອງ, ເທດສະບານ, ນະຄອນ, ອົງການປົກຄອງ ບ້ານ, ການເງິນບ້ານ ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດຂໍຕົກລົງສະບັບນີ ຢ່າງເຂັມງວດ ແລະ ໄດ້ຮັບຜົນດີ.
ມາດຕາ 2
ການເງິນຂອງບ້ານ. ການເງິນຂອງບ້ານບໍ່ແມ່ນໜ່ວຍງົບປະມານທີ່ເປັນເອກະລາດ ແລະ ບໍ່ແມ່ນຊັ້ນຂັ້ນອີກອັນໜຶ່ງຂອງງົບປະມານທ້ອງຖິ່ນ, ແຕ່ເປັນພຽງໜ່ວຍພື້ນຖານຂອງໜ່ວຍເສດຖະກິດ, ຖືກສ້າງຕັ້ງຂຶ້ນເພື່ອເກັບກຳລາຍຮັບບາງປະເພດ, ສົ່ງມອບຕາມການມອບໝາຍໃຫ້ແກ່ຂັ້ນເມືອງ, ແລະ ປະຕິບັດໜ້າທີ່ການຄຸ້ມຄອງການເງິນຂອງບ້ານ ໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ລະບຽບການເງິນ, ໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິພາບ. ຜູ້ບັນຊາການການເງິນຂອງບ້ານແມ່ນ ນາຍບ້ານ ຫຼື ຜູ້ທີ່ໄດ້ຮັບອຳນາດຕາມລະບຽບການ.
ມາດຕາ 3
ລາຍຮັບງົບປະມານຂອງບ້ານ. ລາຍຮັບງົບປະມານຂອງບ້ານ ແມ່ນປະເພດລາຍຮັບທີ່ໄດ້ຮັບມອບໝາຍຢ່າງເປັນທາງການຈາກແຂວງ, ເມືອງ ແລະ ນະຄອນຫຼວງ ໃຫ້ບ້ານຄຸ້ມຄອງການເກັບລາຍຮັບ, ເກັບຕາມລະບຽບການ, ໂດຍອີງໃສ່ແຜນການຈັດສັນງົບປະມານປະຈຳປີ ທີ່ສະພາປະຊາຊົນຂັ້ນແຂວງ ອະນຸມັດ ຕາມການສະເໜີຂອງເຈົ້າແຂວງ ແລະ ເຈົ້ານະຄອນຫຼວງ. ກ່ຽວກັບການສຶກສາຈັດສັນປະເພດລາຍຮັບຕ່າງໆ ໃຫ້ບ້ານຄຸ້ມຄອງການເກັບລາຍຮັບ, ໃຫ້ພະແນກການເງິນ ແຂວງ ແລະ ນະຄອນຫຼວງ ພ້ອມດ້ວຍກົມພາສີ ແລະ ດ່ານພາສີ ຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ສຶກສາຄົ້ນຄວ້າຈັດຕັ້ງສ້າງແຜນການຈັດສັນງົບປະມານປະຈຳປີ, ສະເໜີໃຫ້ເຈົ້າແຂວງ ແລະ ເຈົ້ານະຄອນຫຼວງ ພິຈາລະນາ, ຈາກນັ້ນ ສະເໜີໃຫ້ສະພາປະຊາຊົນຂັ້ນແຂວງ ພິຈາລະນາອະນຸມັດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ