ຄຳແນະນຳ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ດ້ານການເງິນ
关于在财政方面把省建设为战略单元、把县建设为全面强劲单元、把村建设为发展单元的指导意见
Guidance on Building Provinces as Strategic Units, Districts as Comprehensive and Robust Units, and Villages as Development Units in Fiscal Matters
ບົດສະຫຼຸບ
ກະຊວງການເງິນ ໄດ້ອອກຄຳແນະນຳ ເພື່ອປະຕິບັດຕາມມະຕິຂອງຄະນະເລຂາທິການສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບ 'ສາມສ້າງ' (ແຂວງເປັນໜ່ວຍຍຸດທະສາດ, ເມືອງເປັນໜ່ວຍເຂັ້ມແຂງຮອບດ້ານ, ບ້ານເປັນໜ່ວຍພັດທະນາ) ໃນຂົງເຂດການເງິນ ໂດຍກຳນົດການຄຸ້ມຄອງງົບປະມານ ແລະ ລາຍຮັບລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອເພີ່ມທະວີຄວາມເປັນເອກະລາດ ແລະ ຄວາມຮັບຜິດຊອບຂອງທ້ອງຖິ່ນໃນການເກັບລາຍຮັບ ແລະ ການຄຸ້ມຄອງງົບປະມານ.
ມາດຕາ
ມາດຕາ 1
ຈຸດປະສົງ. ຄຳແນະນຳນີ້ມີຈຸດປະສົງເພື່ອເຜີຍແຜ່ ແລະ ຊີ້ນຳການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງມະຕິກົມການເມືອງສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບທິດທາງ, ເປົ້າໝາຍ ແລະ ມາດຕະການ ໃນການສ້າງແຂວງໃຫ້ເປັນໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນໜ່ວຍທີ່ເຂັ້ມແຂງຮອບດ້ານ, ແລະ ສ້າງບ້ານໃຫ້ເປັນໜ່ວຍພັດທະນາ, ເພື່ອເປັນພື້ນຖານໃຫ້ແກ່ການຈັດລະດັບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດດ້ານການເງິນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເພື່ອແນໃສ່ເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງທ້ອງຖິ່ນຕ່າງໆ ໃນການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ມີປະສິດທິພາບ, ແລະ ເປັນເອກະພາບໃນທົ່ວປະເທດ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ