ຂໍ້ຕົກລົງ ວ່າດ້ວຍນິຄົມອຸດສາຫະກຳ
关于工业园区的协议
Agreement on Industrial Parks
ບົດສະຫຼຸບ
ຂໍ້ຕົກລົງເລກທີ 1510/ອຄ.ກອຫ ຂອງກະຊວງອຸດສາຫະກຳ ແລະ ການຄ້າ (ວັນທີ 30 ຕຸລາ 2019) ວ່າດ້ວຍຫຼັກການ, ມາດຕະການ ແລະ ລະບຽບການ ໃນການສ້າງຕັ້ງ, ພັດທະນາ ແລະ ຄຸ້ມຄອງເຂດອຸດສາຫະກຳ, ເພື່ອສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃນການກໍ່ສ້າງ ແລະ ພັດທະນາເຂດອຸດສາຫະກຳ, ພ້ອມທັງກຳນົດສິດ ແລະ ໜ້າທີ່ຂອງຜູ້ພັດທະນາ, ນັກລົງທຶນ ແລະ ອົງການຄຸ້ມຄອງທຸກຂັ້ນ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງສະບັບນີ້ ສ້າງຂຶ້ນເພື່ອກຳນົດ ຫຼັກການ, ມາດຕະການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ ແລະ ການດຸ້ມຄອງນິຄົມອຸດສາຫະກຳ ເພື່ອສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການສ້າງຕັ້ງ ແລະ ພັດທະນານິຄົມອຸດສາຫະກຳ ພ້ອມດ້ວຍການລົງທຶນກິດຈະການໂຮງງານຕ່າງໆ ຢູ່ໃນນິຄົມອຸດສາຫະກຳ ໂດຍເຂັ້ມງວດໃນການປົກປັກຮັກສາສິ່ງແວດລ້ອມ ແລະ ສອດຄ່ອງຕາມນະໂຍບາຍການພັດທະນາໄປຕາມທິດ ສີຂຽວ ແນໃສ່ສົງເສີນການຜະລິດສະບນອງແກ່ການຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ, ສ້າງລາຍຮັບໃຫ້ ແກ່ງົບປະມານແຫ່ງຊາດ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ມາດຕາ 2
ນິຄົມອຸດສາຫະກຳ ນິຄົມອຸດສາຫະກຳ ແມ່ນເນື້ອທີ່ດິນທີ່ໄດ້ພັດທະນາລະບົບພື້ນຖານໂຄງລ່າງຄົບຊຸດ ເຊັ່ນ ຖະຫົນ, ລະບົບ ລະບາຍນ້ຳ, ລະບົບບຳບັດສິ່ງເສດເຫຼືອ, ລະບົບປ້ອງກັນນ້ຳຖ້ວມ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ອາຄານ, ທີ່ຢູ່ອາໄສ, ສາງ ແລະ ສິ່ງອຳນວຍຄວາມສະດວກອື່ນທີ່ຈຳເປັນ ເພື່ອຮັບໃຊ້ແກ່ການດຳເນີນກິດຈະການ ໂຮງງານອຸດສາຫະກຳ, ນິຄົມອຸດສາຫະກຳ ສ້າງຂຶ້ນຢູ່ໃນ ຫຼື ນອກເຂດອຸດສາຫະກຳາ ກໍໄດ້. 1
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ