ຂໍ້ຕົກລົງ ວ່າດ້ວຍ ການຂຶ້ນທະບຽນວິຊາການຢາປາບສັດຕູພືດ
关于农药技术登记的协议
Agreement on Technical Registration of Pesticides
ບົດສະຫຼຸບ
ຂໍ້ຕົກລົງນີ້ ກຳນົດຫຼັກການ, ລະບຽບການ ແລະ ຂັ້ນຕອນ ໃນການຈົດທະບຽນດ້ານເຕັກນິກຂອງຢາປາບສັດຕູພືດ ໃນ ສປປ ລາວ, ແບ່ງອອກເປັນ 3 ປະເພດຄື: ການຈົດທະບຽນຊົ່ວຄາວ, ການຈົດທະບຽນຖາວອນ ແລະ ການຈົດທະບຽນຊ້ຳ, ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ, ປົກປ້ອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ຈາກຄວາມສ່ຽງທີ່ເກີດຈາກຢາປາບສັດຕູພືດທີ່ບໍ່ໄດ້ຈົດທະບຽນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ຂັ້ນຕອນ ກ່ຽວກັບ ການຂຶ້ນທະບຽນວິຊາ ການຢາປາບສັດຕູພືດ ໃນ ສປປ ລາວ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຂອງຢາປາບສັດຕູ ພືດ ແນໃສ່ປົກປ້ອງສຸຂະພາບຂອງ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ຈາກຄວາມສ່ຽງທີ່ກ່ຽວຂ້ອງກັບ ການນຳໃຊ້ຢາປາບສັດຕູພືດທີ່ບໍ່ໄດ້ຂຶ້ນທະບຽນ .ປະກອບສ່ວນເຂົາໃນການພັດທະນາ ຕາມທິດກະສິກຳ ສະອາດ , ສີຂຽວ ແລະ ຍືນຍົງ.
ມາດຕາ 2
ການຂຶ້ນທະບຽນວິຊາການຢາປາບສັດຕູພືດ ການຂຶ້ນທະບຽນວິຊາການຢາປາບສັດຕູພືດ ແມ່ນ ຂະບວນການຮັບຮອງດ້ານການຂຶ້ນທະບຽນວິຊາ ການຢາປາບສັດຕູພືດ ໂດຍຜ່ານການປະເມີນຂໍ້ມູນທາງດ້ານວິທະຍາສາດ ເພື່ອຢັ້ງຢືນວ່າ ຜະລິດຕະພັນທີ່ ຈະຂຶ້ນທະບຽນ ນັ້ນ ມີປະສິດທິພາບຕໍ່ເປົາໝາຍ ແລະ ບໍ່ມີຄວາມສ່ຽງ ຕໍ່ສຸຂະພາບຂອງ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ. 1 ການຂຶ້ນທະບຽນວິຊາການຢາປາບສັດຕູພືດ ມີ ສາມ ປະເພດ ດັ່ງນີ້: 1. ການຂຶ້ນທະບຽນວິຊາການຢາປາບສັດຕູພືດຊົ່ວຄາວ; 2. ການຂຶ້ນທະບຽນວິຊາການຢາປາບສັດຕູພືດຖາວອນ; 3. ການຂຶ້ນທະບຽນວິຊາການຢາປາບສັດຕູພືດຊຳກັນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 45 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ