ຂໍ້ຕົກລົງ ວ່າດ້ວຍການສ້າງ, ຄຸ້ມຄອງ ແລະ ເຜີຍແຜ່ສະຖິຕິກະສິກຳ (ສະບັບປັບປຸງ)

关于农业统计的创建、管理与发布的决定(修订版)

Decision on Creation, Management, and Publication of Agricultural Statistics (Revised)

ບົດສະຫຼຸບ

ກະຊວງກະສິກຳ ແລະ ປ່າໄມ້ປັບປຸງ ແລະ ອອກຂໍ້ຕົກລົງວ່າດ້ວຍສະຖິຕິກະສິກຳ, ກຳນົດແນວຄິດ, ປະເພດ, ການສ້າງ, ການຄຸ້ມຄອງ, ການເຜີຍແຜ່ ແລະ ການນຳໃຊ້ສະຖິຕິກະສິກຳ, ກຳນົດສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງໃນການຄຸ້ມຄອງສະຖິຕິໃນທຸກຂັ້ນ (ກະຊວງ, ກົມ, ແຂວງ, ເມືອງ, ບ້ານ) ແລະ ລະບົບການລາຍງານ, ເພື່ອຮັບປະກັນຂໍ້ມູນຖືກຕ້ອງ, ເປັນເອກະພາບ, ທັນການ ແລະ ເຊື່ອມໂຍງກັບລະບົບສະຖິຕິແຫ່ງຊາດ ແລະ ສາກົນ.

ມາດຕາ

ມາດຕາ 1

(ປັບປຸງ) ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ກົນໄກການປະສານງານເພື່ອໃຫ້ມີຂໍ້ມູນຖືກຕ້ອງ, ທັນ ເວລາ ແລະ ເປັນເອກະພາບຕາມຫຼັກວິທະຍາສາດສະຖິຕິ ແນໃສ່ສ້າງ, ປັບປຸງ ແລະ ຍົກລະດັບຄຸນນະພາບຂໍ້ມູນ ສະຖິຕິຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອຮັບປະກັນການເຊື່ອມໂຍງເຂົ້າກັບລະບົບສະຖິຕິ ແຫ່ງຊາດ, ພາກພື້ນ, ສາກົນ ແລະ ປະກອບສ່ວນເຂົ້າໃນການກຳນົດເປັນນະໂຍບາຍ ແລະ ແຜນຍຸດທະສາດຕາມ ທິດສີຂຽວ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ມາດຕາ 2

(ປັບປຸງ) ສະຖິຕິກະສິກຳ ເ ເ 7? , ຮ້ ແ ຫ < - -. 9 > 90 ສະຖິຕິກະສິກຳ ແມ່ນຂໍມູນ ຫຼື ຕົວເລກ ທີໄດ້ມາຈາກລະບົບການລາຍງານບໍລິຫານ ແລະ ການສຳຫຼວດ ໂດຍ ຜ່ານຂະບວນການສຳພາດ, ເກັບກຳ, ສັງລວມ, ຄິດໄລ່, ປຸງແຕ່ງ ແລະ ວິໄຈ-ວິເຄາະ ຕາມຫຼັກວິທະຍາສາດສະຖິຕິ ສາມາດສ່ອງແສງເຖິງສະພາບຄວາມເປັນຈິງຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນໄມ້ຫຼາວັດແທກລະດັບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ, ຄວາມ ໜັ້ນຄົງ ແລະ ສິງແວດລ້ອມ ໃນແຕ່ລະໄລຍະ. ງ

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 22 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ