ກົດໝາຍ ວ່າດ້ວຍອາກອນຊົມໃຊ້

消费税法

Consumption Tax Law

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຂອບເຂດການເກັບພາສີການບໍລິໂພກ, ອັດຕາພາສີ ແລະ ຂັ້ນຕອນການຊຳລະ, ນຳໃຊ້ກັບບຸກຄົນ ຫຼື ນິຕິບຸກຄົນທີ່ຜະລິດ, ນຳເຂົ້າ ຫຼື ຈຳໜ່າຍສິນຄ້າທີ່ຕ້ອງເສຍພາສີການບໍລິໂພກພາຍໃນ ສປປ ລາວ. ກົດໝາຍສະບັບນີ້ກຳນົດພື້ນຖານການຄິດໄລ່ພາສີການບໍລິໂພກ, ເວລາທີ່ເກີດພັນທະການເສຍພາສີ ແລະ ເງື່ອນໄຂການຍົກເວັ້ນ, ພ້ອມທັງມອບອຳນາດໃຫ້ອົງການທີ່ກ່ຽວຂ້ອງຮັບຜິດຊອບການຄຸ້ມຄອງ ແລະ ຕິດຕາມການເກັບພາສີ. ພ້ອມດຽວກັນນີ້, ກົດໝາຍສະບັບນີ້ຫ້າມການຫຼີກລ່ຽງພາສີ ແລະ ການຮົ່ວໄຫຼຂອງພາສີ, ເພື່ອຮັບປະກັນການຄຸ້ມຄອງການເກັບພາສີໃຫ້ຖືກຕ້ອງ ແລະ ເປັນລະບຽບຮຽບຮ້ອຍ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ
ແລະ ຕິດຕາມ ກວດກາວຽກງານອາກອນຊົມໃຊ້ ເພື່ອໃຫ້ວຽກງານດັງກ່າວມີປະສິດທິພາບ ແລະ ປະສິດທິຜົນ
ແນໃສ່ເກັບລາຍຮັບ ແລະ ມອບພັນທະ ເຂົ້າງ໋ບປະມານແຫ່ງລັດ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ດັດສົມການ
ຊົມໃຊ້ໃນສັງຄົມ, ປົກປ້ອງສຸຂະພາບຂອງພົນລະເມືອງ ແລະ ປົກປັກຮັກສາສິ່ງແວດລ້ອມ, ສ້າງເງື່ອນໄຂໃຫ້ແກ່
ການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ
ຊາດ.

ມາດຕາ 2

ມາດຕາ 2 ອາກອນຊົມໃຊ້
ອາກອນຊົມໃຊ້ ແມ່ນ ພັນທະເປັນເງິນ ທີ່ເກັບຈາກ ການຊົມໃຊ້ບາງປະເພດ ສິນຄ້າ ທີ່ນຳເຂົ້າ ຫຼື ຜະລິດ
ພາຍໃນ ແລະ ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 41 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ