ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 09/ນຍ, ລົງວັນທີ 02 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການຄຸ້ມຄອງການນຳໃຊ້ເນື້ອທີ່ດິນ ເພື່ອສຳປະທານປູກໄມ້ອຸດສາຫະກຳ ແລະ ພືດຕ່າງໆ ໃນຂອບເຂດທົ່ວປະເທດ

关于贯彻执行2018年7月2日第09/总理令号《关于加强对工业用材林及各类作物特许经营用地管理》之指示的指导意见

Guidelines on Implementation of Directive No. 09/PM, dated July 2, 2018, on Strengthening Management of Land Concessions for Industrial Timber Plantations and Various Crops

ບົດສະຫຼຸບ

ກະຊວງກະສິກຳ ແລະ ປ່າໄມ້ອອກຄຳແນະນຳເພື່ອປະຕິບັດຕາມຄຳສັ່ງເລກທີ 09/ນຍ, ກຳນົດບົດບາດ ແລະ ວິທີການຈັດຕັ້ງປະຕິບັດຂອງຂະແໜງກະສິກຳ ແລະ ປ່າໄມ້ໃນທຸກຂັ້ນ ໃນການຄຸ້ມຄອງທີ່ດິນສຳປະທານປູກໄມ້ໃຊ້ສອຍ, ກ້ວຍ ແລະ ພືດເສດຖະກິດອື່ນໆ, ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ, ເປັນເອກະພາບ ແລະ ມີປະສິດທິຜົນຕາມກົດໝາຍ.

ມາດຕາ

ມາດຕາ 1

1. ຊີ້ນຳການຈັດຕັ້ງປະຕິບັດເນື້ອໃນຂອງຄຳສັ່ງເລກທີ 09/ນາຍົກລັດຖະມົນຕີ ລົງວັນທີ 2 ກໍລະກົດ 2018, ຄື "ກ່ຽວກັບການເພີ່ມທະວີການຄຸ້ມຄອງທີ່ດິນສຳປະທານປູກໄມ້ອຸດສາຫະກຳ ແລະ ພືດຊະນິດຕ່າງໆ", ເພື່ອໃຫ້ລະບົບກະສິກຳ ແລະ ປ່າໄມ້ທົ່ວປະເທດມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບ;
2. ໃຫ້ຂະແໜງກະສິກຳ ແລະ ປ່າໄມ້ເປັນຜູ້ນຳໜ້າ ປະສານສົມທົບກັບບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຕະຫຼອດຮອດອົງການປົກຄອງທ້ອງຖິ່ນນັບແຕ່ແຂວງ, ນະຄອນຫຼວງ, ເມືອງ ຈົນເຖິງບ້ານ, ເພື່ອຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ການຄຸ້ມຄອງທີ່ດິນສຳປະທານປູກໄມ້ອຸດສາຫະກຳ, ກ້ວຍ ແລະ ພືດເສດຖະກິດອື່ນໆ ເປັນໄປຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;
3. ແບ່ງຂັ້ນຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃນການຊຸກຍູ້, ສະໜັບສະໜູນ, ຄຸ້ມຄອງ, ຕິດຕາມ ແລະ ກວດກາການລົງທຶນປູກໄມ້ອຸດສາຫະກຳ, ກ້ວຍ ແລະ ພືດເສດຖະກິດອື່ນໆ ໃຫ້ລະອຽດ, ຊັດເຈນ ແລະ ມີຈຸດສຸມ, ຮັບປະກັນຜົນປະໂຫຍດ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມ, ໃຫ້ສອດຄ່ອງກັບທິດທາງການພັດທະນາສີຂຽວ ແລະ ຍືນຍົງ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ