ດຳລັດ ວ່າດ້ວຍ ການສົ່ງເສີມການປູກໄມ້ເປັນສິນຄ້າ

关于促进种植商品林的法令

Decree on Promotion of Commercial Plantation Forests

ບົດສະຫຼຸບ

ດຳລັດຂອງລັດຖະບານ ວ່າດ້ວຍຫຼັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມການລົງທຶນປູກໄມ້ປະເພດການຄ້າ, ການຄຸ້ມຄອງ, ການຈົດທະບຽນ, ການຕັດ ແລະ ຂົນສົ່ງ, ນະໂຍບາຍສົ່ງເສີມການປູກ, ພັນທະຂອງຜູ້ປູກ, ການຈັດການກັບຜູ້ມີຄຸນງາມຄວາມດີ ແລະ ຜູ້ລະເມີດ; ດຳລັດນີ້ແທນທີ່ດຳລັດເລກທີ 96/ນຍ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຊຸກຍູ້, ສົ່ງເສີມການ ລົງທຶນເຂົ້າໃນການປູກໄມ້ເປັນສິນຄ້າ ເພື່ອຮັບປະກັນການສະໜອງວັດຖຸດິບ ເຂົ້າໃນການປຸງແຕ່ງ, ສ້າງລາຍຮັບ ແລະ ຄວາມຕ້ອງການຂອງຕະຫຼາດ ແນໃສ່ເພີ່ມຄວາມປົກຫຼຸ່ມຂອງປ່າໄມ້ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ມາດຕາ ຂ ການສົ່ງເສີມການປູກໄມ້ເປັນສິນຄ້າ ການສົ່ງເສີມການປູກໄມ້ເປັນສິນຄ້າ ແມ່ນ ການກຳນົດນະໂຍບາຍ ແລະ ມາດຕະການສົ່ງເສີມ ການປູກໄມ້ ທຸກຊະນິດທີ່ຕະຫຼາດຕ້ອງການ ເພື່ອເປັນສິນຄ້າ ຂາຍຢູ່ພາຍໃນ, ປຸງແຕ່ງ ແລະ ສົ່ງອອກ.

ມາດຕາ 2

ການອະທິບາຍຄຳສັບ ຄຳສັບ ທີນຳໃຊ້ໃນດຳລັດສະບັບນີ ມີຄວາມໝາຍ ດັງນີ: 1. ການປູກໄມ້ ໝາຍເຖິງ ການນຳເອົາແກ່ນໄມ້ໄປຫວ່ານ, ເອົາເບ້ຍໄມ້ ທີ່ໄດ້ຈາກປ່າທຳມະຊາດ ແລະ ເຫງົ້າ ໄມ້ ຫຼື ເບ້ຍໄມ້ຈາກສວນກ້າໄປປູກໃສ່ເນື້ອທີດິນ ຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່ ແລະ ທີດິນຂອງລັດ ທີລັດໄດ້ຈັດສັນໃຫ້; 2. ໄມ້ປູກ ໝາຍເຖິງ ຕົ້ນໄມ້ທຸກຊະນິດທີ່ໄດ້ປູກຂຶ້ນ ແບບເປັນລະບົບ ຫຼື ປູກແບບ ກະແຈກກະຈາຍ; 3. ການປູກ ໄມ້ ແບບເປັນລະບົບ ໝາຍເຖິງ ການປູກໄມ້ແບບ ເປັນຖັນ, ເປັນແຖວ ມີໄລຍະຫ່າງ; ປູກຕາມຄວາມເໝາະສົມ ຂອງແຕ່ລະຊະນິດ ໄມ້; 4. ການປູກໄມ້ ແບບກະແຈກກະຈາຍ ໝາຍເຖິງ ການປູກໄມ້ ແບບ ບໍ່ເປັນລະບົບ, ບໍ່ເປັນຖັນ, ບໍ່ເປັນແຖວ ແລະ ມີໄລຍະຫ່າງ ຂອງຖັນ ແລະ ແຖວ ບໍ່ສະໝ່ຳສະເໝີ; 5. ການເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ເພື່ອປູກໄມ້ ໝາຍເຖິງ ການນຳໃຊ້ທີ່ດິນປ່າໄມ້ທີ່ລັດໄດ້ ອະນຸມັດ ໃຫ້ດຳເນີນກິດຈະການປູກໄມ້ ຕາມສັນຍາ; 6. ໄມ້ພື້ນເມືອງ ໝາຍເຖິງ ຊະນິດພັນໄມ້ທີ່ມີຖິ່ນກຳເນີດ ແລະ ຈະເລີນເຕີບໂຕ ໃນແຕ່ລະທ້ອງຖິ່ນຂອງ ສປປ ລາວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ