ດຳລັດ ວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ
关于信贷信息工作的法令
Decree on Credit Information Work
ບົດສະຫຼຸບ
ລັດຖະບັນຍັດຂອງລັດຖະບານ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຂໍ້ມູນສິນເຊື່ອ, ກຳນົດການເກັບກຳ, ເກັບຮັກສາ, ຜະລິດຜະລິດຕະພັນ, ການໃຫ້ ແລະ ແກ້ໄຂຂໍ້ມູນສິນເຊື່ອ, ສ້າງຕັ້ງບໍລິສັດຂໍ້ມູນສິນເຊື່ອລາວ, ແລະ ກຳນົດໂຄງສ້າງອົງກອນ, ການເງິນ, ສະມາຊິກ, ໜ້າທີ່ຂອງພາກສ່ວນກ່ຽວຂ້ອງ, ຂໍ້ຫ້າມ ແລະ ການຄຸ້ມຄອງກວດກາ.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄືອນໄຫວວຽກງານຂໍ້ມູນຂ່າວສານສິນເຊືອ ເພືອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິ ພາບ ແລະ ປະສິດທິຜົນ, ຮັບປະກັນຫຼຸດຜ່ອນຄວາມສ່ຽງສິນເຊື້ອຂອງສະຖາບັນການເງິນ, ສົ່ງເສີມການເຂົາ ເຖິງແຫຼ່ງທຶນ ແນໃສ່ຮັກສາສະຖຽນລະພາບທາງດ້ານການເງິນ ແລະ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃຫ້ມີຄວາມຫັນທ່ຽງ ປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ມາດຕາ ຂ ວຽກງານຂໍມູນຂ່າວສານສິນເຊື່ອ ວຽກງານຂໍ້ມູນຂ່າວສານສິນເຊືອ ແມ່ນການເຄືອນໄຫວເກັບກຳ, ກວດກາ, ເກັບຮັກສາ, ສ້າງຜະລິດ ຕະພັນ, ສະໜອງ ແລະ ການແກ້ໄຂຂໍ້ມູນຂ່າວສານສິນເຊືອ. 1
ມາດຕາ 2
ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ສະຖາບັນການເງິນ ໝາຍເຖິງ ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ສະຫະກອນ ສິນເຊື່ອ ແລະ ເງິນຝາກປະຢັດ, ບໍລິສັດເຊົ່າສິນເຊື່ອ ແລະ ສະຖາບັນການເງິນອື່ນ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງທະນາຄານແຫ່ງ ສປປ ລາວ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; 2. ຂໍ້ມູນຜິດພາດ ໝາຍເຖິງ ຂໍ້ມູນຂ່າວສານສິນເຊື່ອທີ່ບໍ່ຖືກຕ້ອງຕາມແບບພິມລາຍງານຂໍ້ມູນຂ່າວ ສານສິນເຊື່ອ ຫຼື ບໍ່ຖືກຕ້ອງຕາມຄວາມເປັນຈິງ; 3. ລູກຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີການພົວພັນສິນເຊື່ອນຳສະຖາບັນການ ເງິນ ຫຼື ໃຊ້ບໍລິການສາທາລະນຸປະໂພກ ; 4. ພາລະຜູກພັນທາງການເງິນ ໝາຍເຖິງ ຂໍ້ຜູກພັນໃນສັນຍາທີ່ສະຖາບັນການເງິນ ໄດ້ຕົກລົງກັບລູກ ຄ້າໃນຮູບແບບ ວົງເງິນສິນເຊື່ອ, ຫັງສືສິນເຊື່ອ, ຫັງສືຄ້າປະກັນ, ຫັງສືຮັບຮອງການຈ່າຍເງິນ ແລະ ອື່ນໆ ຕາມການກຳນົດຂອງທະນາຄານແຫ່ງ ສປປ ລາວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 47 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ