ຄຳແນະນຳ ກ່ຽວກັບ ການສ້າງ, ພັດທະນາ ແລະ ຄຸ້ມຄອງເວັບໄຊ ໃຫ້ມີຄວາມປອດໄພ

关于安全地建设、开发与管理网站的指导意见

Guidelines on Safe Construction, Development, and Management of Websites

ບົດສະຫຼຸບ

ຄຳແນະນຳຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ສະບັບນີ້ ກຳນົດຂໍ້ກຳນົດດ້ານຄວາມປອດໄພສຳລັບການວາງແຜນເວັບໄຊ, ການຈົດທະບຽນຊື່ໂດເມນ, ການເລືອກໂຮດ, ລະບົບຈັດການເນື້ອຫາ, ຄວາມປອດໄພຂອງຖານຂໍ້ມູນ ແລະ ລະຫັດຜ່ານ, ມາດຕະການປ້ອງກັນການໂຈມຕີ, ການຮັບມືສຸກເສີນ ແລະ ການສຳຮອງຂໍ້ມູນ, ເຊິ່ງແນໃສ່ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນທີ່ກໍ່ສ້າງ, ພັດທະນາ ແລະ ຄຸ້ມຄອງເວັບໄຊ.

ມາດຕາ

ມາດຕາ 1

1. ຈຸດປະສົງ: ຄຳແນະນຳສະບັບນີ້ມີຈຸດປະສົງເພື່ອໃຫ້ຄຳແນະນຳແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງກອນທີ່ສ້າງ, ປັບປຸງ, ພັດທະນາເວັບໄຊທ໌ ແລະ ຄຸ້ມຄອງການບໍລິການເຊົ່າເວັບໄຊທ໌, ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຖືກໂຈມຕີ, ຖືກແຮັກ, ການຂັດຂ້ອງຂອງການບໍລິການເຊີບເວີເວັບໄຊທ໌ ແລະ ການຮົ່ວໄຫຼຂອງຖານຂໍ້ມູນທີ່ສຳຄັນ, ຮັບປະກັນຄວາມສະດວກ, ວ່ອງໄວ ແລະ ປອດໄພໃນການໃຫ້ຂໍ້ມູນຂ່າວສານແກ່ສັງຄົມ, ການເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນ ແລະ ການໃຫ້ບໍລິການຂໍ້ມູນຂ່າວສານ.
2. ຄຳອະທິບາຍຄຳສັບ: 1. ໜ້າເວັບ (Web Page) ໝາຍເຖິງ ກະດານສະແດງຜົນເອເລັກໂຕຣນິກທີ່ນຳສະເໜີຜ່ານອິນເຕີເນັດໃນຮູບແບບສັນຍາລັກ, ຕົວເລກ, ຂໍ້ຄວາມ, ຮູບພາບ, ວິດີໂອ, ສຽງ ແລະ ຮູບແບບອື່ນໆ; 2. ເວັບໄຊທ໌ (Website) ໝາຍເຖິງ ລະບົບຂໍ້ມູນຂ່າວສານທີ່ປະກອບດ້ວຍໜ້າເວັບໜຶ່ງ ຫຼື ຫຼາຍໜ້າ; 3. ທີ່ຢູ່ເວັບ (URL) ໝາຍເຖິງ ຕົວລະບຸຕຳແໜ່ງໃນອິນເຕີເນັດ, ປະກອບດ້ວຍຊື່ໂປຣໂຕຄໍທີ່ໃຊ້ເຂົ້າເຖິງຂໍ້ມູນ (ເຊັ່ນ https://) ແລະ ຊື່ໂດເມນອິນເຕີເນັດທີ່ກຳນົດໃຫ້ເຊີບເວີເວັບໄຊທ໌ (ເຊັ່ນ www.example.gov.la); 4. ເວັບໂລກ (Web) ໝາຍເຖິງ ກຸ່ມເວັບໄຊທ໌ ຫຼື ຄອມພິວເຕີທີ່ຜູ້ໃຊ້ສາມາດຄົ້ນຫາຂໍ້ມູນຜ່ານໂປຣໂຕຄໍ http; 5. ເຊີບເວີເວັບໄຊທ໌ (Web Server) ໝາຍເຖິງ ຄອມພິວເຕີທີ່ເຮັດໜ້າທີ່ເປັນເຊີບເວີ ແລະ ຕິດຕັ້ງໂປຣແກຣມທີ່ໃຫ້ບໍລິການຂໍ້ມູນເວັບໄຊທ໌ຜ່ານເຄືອຂ່າຍ; 6. ຊອບແວບໍລິການເວັບໄຊທ໌ (Web Server Software) ໝາຍເຖິງ ໂປຣແກຣມທີ່ຕິດຕັ້ງໃນເຊີບເວີ ເພື່ອໃຫ້ເຊີບເວີສາມາດໃຫ້ບໍລິການເວັບໄຊທ໌, ເຊັ່ນ ໂປຣແກຣມ Apache ແລະ IIS (Internet Information Services) for Windows ເປັນຕົ້ນ; 7. ບຣາວເຊີເວັບ (Web Browser) ໝາຍເຖິງ ໂປຣແກຣມທີ່ໃຊ້ດຶງຂໍ້ມູນເວັບໄຊທ໌ຈາກເຊີບເວີຜ່ານເຄືອຂ່າຍ; 8. ແອັບພລິເຄຊັນເວັບ (Web Application) ໝາຍເຖິງ ແອັບພລິເຄຊັນທີ່ຖືກພັດທະນາເພື່ອເຂົ້າເຖິງ ແລະ ນຳໃຊ້ຜ່ານບຣາວເຊີເວັບຜ່ານເຄືອຂ່າຍຄອມພິວເຕີ (ເຊັ່ນ ອິນເຕີເນັດ ຫຼື ອິນທຣາເນັດ); 9. ລະບົບຈັດການເນື້ອຫາເວັບໄຊທ໌ (Content Management System: CMS) ໝາຍເຖິງ ໂປຣແກຣມທີ່ຈັດການເວັບໄຊທ໌ຜ່ານອິນເຕີເຟສ (Interface) ເພື່ອຄວາມສະດວກໃນການຈັດການໜ້າເວັບ ແລະ ອັບເດດການຕິດຕັ້ງຕ່າງໆທີ່ກ່ຽວຂ້ອງ; 10. ການເຂົ້າລະຫັດຂໍ້ມູນການສື່ສານເວັບໄຊທ໌ (SSL/TLS): SSL ແມ່ນຄຳຫຍໍ້ຂອງ Secure Socket Layer, ປັດຈຸບັນໄດ້ພັດທະນາເປັນ TLS (Transport Layer Security), ໝາຍເຖິງ ເທັກໂນໂລຢີການເຂົ້າລະຫັດຂໍ້ມູນທີ່ໃຊ້ເພື່ອຮັບປະກັນຄວາມປອດໄພໃນການສື່ສານ ຫຼື ການສົ່ງຂໍ້ມູນລະຫວ່າງເຊີບເວີ ແລະ ບຣາວເຊີເວັບ ຫຼື ແອັບພລິເຄຊັນທີ່ໃຊ້ງານຜ່ານອິນເຕີເນັດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ