ຂໍ້ຕົກລົງ ວ່າດ້ວຍ ການເຈລະຈາເຕັກນິກເປີດຕະຫຼາດ, ການຄຸ້ມຄອງລະບົບສຸຂານາໄມພືດ ແລະ ການຢັ້ງຢືນສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ
关于开拓市场的技术谈判、植物卫生体系管理以及出口和再出口植物、植物产品及应管控物品植物卫生认证的决定
Decision on Technical Negotiations for Market Development, Phytosanitary System Management, and Phytosanitary Certification for Export and Re-export of Plants, Plant Products, and Controlled Items
ບົດສະຫຼຸບ
ຄຳສັ່ງນີ້ກຳນົດການເຈລະຈາເຕັກນິກການຂະຫຍາຍຕະຫຼາດ, ການຄຸ້ມຄອງທະບຽນສະຖານທີ່ຜະລິດ, ຂັ້ນຕອນການອອກໃບຢັ້ງຢືນສຸຂານາໄມພືດ, ການຫຸ້ມຫໍ່ ແລະ ປ້າຍ, ຂໍ້ຫ້າມ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ສຳລັບການສົ່ງອອກ ແລະ ສົ່ງອອກຄືນ ພືດ, ຜະລິດຕະພັນພືດ ແລະ ສິນຄ້າທີ່ຕ້ອງຄວບຄຸມ, ເພື່ອປົກປ້ອງການຜະລິດກະສິກຳ ແລະ ອຳນວຍຄວາມສະດວກທາງການຄ້າ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດ ຂັ້ນຕອນ ແລະ ວິທີການ ກ່ຽວກັບ ການເຈລະຈາເຕັກນິກເປີດຕະຫຼາດ, ການຄຸ້ມຄອງລະບົບສຸຂານາໄມພືດ ແລະ ການຢັ້ງຢືນສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ລວມທັງຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ຂອງປະເທດນຳເຂົ້າ ແນໃສ່ປົກປ້ອງການ ຜະລິດກະສິກຳ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ 2
ມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ແມ່ນການປະຕິບັດມາດຕະການສຸຂານາໄມພືດ ທີ່ປະເທດນຳເຂົ້າໄດ້ກຳນົດໄວ້ ຫຼື ຕາມມາດຕະການສາກົນດ້ານສຸຂານາໄມພືດ ທີ່ກ່ຽວຂ້ອງໃນທຸກຂັ້ນຕອນການຜະລິດພືດ ເພື່ອສົ່ງອອກ ໂດຍເລີ່ມຈາກການຈັດການຄວາມສ່ຽງຂອງສັດຕູພືດໃນພື້ນທີ່ການຜະລິດ ແລະ ການປະຕິບັດດ້ານສຸຂານາໄມພືດ ພາຍຫຼັງການເກັບກ່ຽວ, ການບຳບັດ, ການກວດກາ, ການຢັ້ງຢືນສຸຂານາໄມພືດ ແລະ ການເຈລະຈາເຕັກນິກເປີດຕະຫຼາດ ກ່ອນການສົ່ງອອກ. ມາດຕະການສຸຂານາໄມພືດ ສຳລັບການສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ແມ່ນການປະຕິບັດມາດຕະການດ້ານສຸຂານາໄມພືດ ຕໍ່ກັບຊຸດສິນຄ້າຈາກປະເທດໃດໜຶ່ງ ແລ້ວສົ່ງອອກຕໍ່ໄປຍັງປະເທດອື່ນ ເປັນຕົ້ນ ການກວດກາ, ການບຳບັດ ແລະ ການຢັ້ງຢືນສຸຂານາໄມພືດ ສຳລັບສົ່ງອອກຕໍ່ ຊຶ່ງຊຸດສິນຄ້າດັ່ງກ່າວ ມີການເກັບມ້ຽນ, ແຍກ, ລວມເຂົ້າກັນກັບຊຸດສິນຄ້າອື່ນ ຫຼື ມີການປ່ຽນແປງການບັນຈຸຫຸ້ມຫໍ່.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 46 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ