ຂໍ້ຕົກລົງ ວ່າດ້ວຍສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ

关于外国商人贸易权的协议

Agreement on Trading Rights for Foreign Merchants

ບົດສະຫຼຸບ

ສັນຍາທີ່ກຳນົດໂດຍກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ສຳລັບສິດທິໃນການນຳເຂົ້າ-ສົ່ງອອກສິນຄ້າຂອງພໍ່ຄ້າຕ່າງປະເທດ ໃນ ສປປ ລາວ, ລະບຸການອອກ, ແກ້ໄຂ, ຕໍ່ອາຍຸ, ຖອນໃບອະນຸຍາດສິດທິການຄ້າ, ເງື່ອນໄຂການນຳເຂົ້າ-ສົ່ງອອກ, ສິດ ແລະ ໜ້າທີ່ຂອງທຸກພາກສ່ວນ ແລະ ຂໍ້ຫ້າມ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການນຳເຂົ້າ ແລະ ສົ່ງ ອອກສິນຄ້າຂອງຜູ້ຄ້າຕ່າງປະເທດ ເພື່ອເປີດກວ້າງ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການນຳເຂົ້າ ແລະ ການສົ່ງອອກສິນຄ້າ ແນໃສ່ຊຸກຍູ້ສົ່ງເສີມການຄ້າ ແລະ ການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງ ສາມາດ ເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ປະກອບສ່ວນແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ ສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ ແມ່ນ ສິດໃນການນຳເຂົາ ແລະ ສົ່ງອອກສິນຄ້າ ຂອງຜູ້ຄ້າຕ່າງປະເທດ ທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ ຕາມເງື່ອນໄຂທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 3

ການອະທິບາຍຄຳສັບ ຄຳສັບທີນຳໃຊ້ໃນຂໍຕົກລົງສະບັບນີ ມີຄວາມໜາຍດັງນີ: 1. ຜູ້ຄ້າຕ່າງປະເທດ (Foreign Traders) ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີເຄືອນໄຫວທຸລະກິດ ຢູ່ຕ່າງປະເທດ ຊຶງບໍ່ໄດ້ຂຶນທະບຽນວິສາຫະກິດ ຢູ່ ສປປ ລາວ. 2. ຜູ້ຄ້າພາຍໃນ (Domestic Traders) ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ລວມທັງຄົນລາວ ແລະ ຄົນຕ່າງປະເທດ ທີເດືອນໄຫວທຸລະກິດ ແລະ ມີສິດຈຳບນ່າຍສິນດ້າ ຢູ່ ສປປ ລາວ. 3. ໃບຢັ້ງຢືນສິດທາງການຄ້າ ໝາຍເຖິງ ເອກະສານຢັ້ງປືນສິດໃນການເຄືອນໄຫວທາງການຄ້າຂອງຜູ້ ຄ້າຕ່າງປະເທດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ