ຂໍ້ຕົກລົງ ວ່າດ້ວຍການກຳນົດ ແລະ ການປະເມີນລາຄາທີ່ດິນ ໃນຂອບເຂດ ເມືອງລະມາມ, ເມືອງທ່າແຕງ ແຂວງເຊກອງ

关于划定与评估色贡省拉马姆县、塔登县范围内土地价格的协议

Agreement on Delineation and Assessment of Land Prices in Lamam District and Tadeng District, Sekong Province

ບົດສະຫຼຸບ

ສັນຍາທີ່ກຳນົດໂດຍແຂວງເຊກອງ ກຳນົດຫຼັກການ, ລະບຽບການ ແລະ ວິທີການກຳນົດ ແລະ ປະເມີນລາຄາທີ່ດິນໃນເຂດຕ່າງໆ ຂອງເມືອງລະມາມ ແລະ ເມືອງທ່າແຕງ ເພື່ອເປັນພື້ນຖານໃນການເກັບຄ່າທຳນຽມການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ.

ມາດຕາ

ມາດຕາ 1

ຈຸດປະສົງ ເພື່ອກຳນົດຫລັກການ, ລະບຽບການ , ມາດຕະການ, ໃນການກຳນົດອັດຕາລາຄາທີດິນ ແຕ່ລະເຂດ, ແຕ່ລະປະເພດ, ຂອງເມືອງລະມາມ ແລະ ເມືອງທ່າແຕງ ແຂວງເຊກອງ ເພືອການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບໍລິຫານທີດິນ ໃຫ້ເປັນລະບົບຄົບຊຸດ, ປະດິບັດພັນທະຕໍລະບຽບການຂອງລັດ, ມາດຕະການ ຮັບໃຊ້ສະ ເພາະການເກັບຄ່າທຳນຽມ ຂື້ນທະບຽນ ແລະ ຈົດທະບຽນນິຕິກຳກ່ຽວກັບ ການປ່ຽນແປງສິດນຳໃຊ້ທີດິນ; 2

ມາດຕາ 2

ການປະເມີນລາຄາທີ່ດິນ - ການປະເມີນລາຄາທີ່ດິນ ແມ່ນເປັນວິທີໜຶ່ງທີ່ສຳຄັນ ເປັນວິທີເກັບກຳຂໍ້ມູນລາຄາຂາຍສິດນຳໃຊ້ທີ່ດິນ ຕົວຈິງ ເພື່ອເປັນພື້ນຖານໃນການຄິດໄລ່ ຄ່າທຳນຽມຈົດທະບຽນກ່ຽວກັບການປ່ຽນແປງສິດນຳໃຊ້ທີ່ດິນ. - ຕັ້ງຢູ່ບົນພື້ນຖານການເກັບກຳຂໍ້ມູນ ກ່ຽວກັບລາຄາທີ່ດິນ ທີ່ມີການຊື້-ຂາຍສິດນຳໃຊ້ທີ່ດິນຕົວຈິງ ເພື່ອໃຫ້ມີ ຄວາມຊັດເຈນ ແລະ ມີປະສິດທິຜົນໃນການຈັດຕັ້ງປະຕິບັດ ທຸກໆຄັ້ງທີ່ມີການຍື່ນເອກະສານ ເພື່ອຈົດທະບຽນ ນິຕິກຳກ່ຽວກັບທີ່ດິນ, ພະນັກງານປະເມີນລາຄາທີ່ດິນ ຈະຕ້ອງໄດ້ທຳການປະເມີນ ແລະ ເກັບກຳລາຍລະອຽດ ກ່ຽວກັບທີ່ດິນ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດທາງດ້ານວິຊາການໃຫ້ສອດຄ່ອງກັບລະບຽບກົດໝາຍ

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ