ຄຳແນະນຳ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ເງິນປະກອບສ່ວນ ເພື່ອຊ່ວຍເຫຼືອໄພພິບັດ (ກະຊວງການເງິນ)
指示——关于管理与使用救灾捐助资金(财政部)
Instruction on Management and Use of Funds for Disaster Relief Donations (Ministry of Finance)
ບົດສະຫຼຸບ
ຄຳແນະນຳຂອງກະຊວງການເງິນ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນຊ່ວຍເຫຼືອບໍ່ທັນເຫດການ, ກຳນົດໃຫ້ທຶນດັ່ງກ່າວຕ້ອງຖືກລວມເຂົ້າໃນງົບປະມານ, ຝາກໄວ້ໃນບັນຊີຄັງເງິນ, ຖືກັບໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມທັງກຳນົດຂອບເຂດການນຳໃຊ້, ອຳນາດການອະນຸມັດຈ່າຍ, ເອກະສານການເບີກຈ່າຍ, ບົດສະຫຼຸບລາຍງານ ແລະ ກົນໄກການປະສານງານ.
ມາດຕາ
ມາດຕາ 1
ຈຸດປະສົງ ຄຳແນະນຳສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ເງິນ ປະກອບສ່ວນ ເພື່ອຊ່ວຍເຫຼືອໄພພິບັດ ເຮັດໃຫ້ການປະຕິບັດມີຄວາມເປັນເອກະພາບ, ປະຢັດ, ສາມາດກວດສອບໄດ້, ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ເພື່ອຊ່ວຍເຫຼືອສຸກເສີນ ແລະ ບັນເທົາທຸກຜູ້ປະສົບເຄາະຮ້າຍຈາກໄພພິບັດ, ສ້ອມແປງພື້ນຖານໂຄງລ່າງ ທີ່ຈຳເປັນ ແລະ ຮັບປະກັນການພື້ນຟູຫຼັງໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ສ້າງ ເງື່ອນໄຂຮັບປະກັນເຮັດໃຫ້ການຊ່ວຍເຫຼືອເຖິງມືຜູ້ປະສົບໄພພິບັດ ທັນຕາມກຳນົດເວລາ ແລະ ມີປະສິດທິຜົນ.
ມາດຕາ 2
ຂອບເຂດການນຳໃຊ້ ຄຳແນະນຳສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ມີການພົວພັນເຖິງການນຳໃຊ້ ເງິນ ປະກອບສ່ວນ ເພື່ອຊ່ວຍເຫຼືອໄພພິບັດໃນຂອບເຂດທົ່ວປະເທດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ