ດຳລັດ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ (ເລກທີ 776/ລບ)
关于竞赛与表彰的法令(第776/ລບ号)
Decree on Competitions and Awards (No. 776/SA)
ບົດສະຫຼຸບ
ດຳລັດນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງວຽກງານການແຂ່ງຂັນ ແລະ ການຍ້ອງຍໍ ໃນ ສປປ ລາວ, ລວມທັງຮູບແບບ ແລະ ຂັ້ນຕອນການແຂ່ງຂັນ, ປະເພດການຍ້ອງຍໍ (ຫຼຽນໄຊລັດຖະບານ, ຫຼຽນໄຊວຽງຈັນອຸດົມສົມບູນ, ຫຼຽນໄຊກຽດຕິຄຸນ, ຫຼຽນໄຊໄຊຊະນະເສລີ, ຫຼຽນໄຊແຮງງານ, ຫຼຽນໄຊຕຳແໜ່ງຕ່າງໆ, ທຸງໄຊ, ຫຼຽນທີ່ລະນຶກ, ໃບຍ້ອງຍໍ ແລະ ອື່ນໆ) ພ້ອມທັງຄຸນຄ່າ ແລະ ມາດຕະຖານ, ອຳນາດການຕັດສິນໃຈຍ້ອງຍໍ, ຂັ້ນຕອນການສະເໜີ, ການກະທຳທີ່ຫ້າມ, ອົງການຄຸ້ມຄອງ ແລະ ຕິດຕາມກວດກາ, ງົບປະມານ ແລະ ນະໂຍບາຍລາງວັນ ແລະ ໂທດ.
ມາດຕາ
ມາດຕາ 1
ຈຸດປະສົງ ຫ ຈ“ - ແ້ ບ #:-. ຫຼງ ງ " - ນ ຕ; ດຳລັດສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ເ ກ ມ 9 4 ເກ ນ/ “ , ຕຫ ະ . # ແ ກວດກາການເດືອນໄຫວວຽກງານແຂ່ງຂັນ ແລະ ຍ້ອງຍໍ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະ ຕິ ບັດປ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົວປະເທດ ແນໃສ່ສ້າງ ເງື່ອນໄຂ, ຊຸກຍູ້, ສົ່ງເສີມທົວຄິດປະດິດສ້າງ ແລະ ຜົນງານດີເດັ່ນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຂົາຮ່ວມໃນການແຂ່ງຂັນ ແລະ ຍ້ອງຍໍ ໃຫ້ເປັນຂະບວນການແຂງແຮງ, ກວ້າງຂວາງ ແລະ ເລິກເຊິ່ງ ປະກອບ ສ່ວນເຂົ່າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2
ການແຂ່ງຂັນ ແລະ ຍ້ອງຍໍ ການແຂ່ງຂັນ ແມ່ນການເຄື່ອນໄຫວທີ່ມີການຈັດຕັ້ງຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອປຸກລະດົມເຕົ້າໂຮມກຳລັງແຮງແຂ່ງຂັນ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຈັດຕັ້ງປະຕິບັດຫ້າທີ່ວຽກງານ ສ້າງຜົນງານດີເດັ່ນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ . ການຍ້ອງຍໍ ແມ່ນການສັນລະເສີນດຸນງາມຄວາມດີ ແລະ ຈົດຈຳບຸນຄຸນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ .
ມາດຕາ 3
ຫຼັກການຂອງການແຂ່ງຂັນ ແລະ ຍ້ອງຍໍ. ການແຂ່ງຂັນ ແລະ ຍ້ອງຍໍໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້: 1. ຮັບປະກັນການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ; 2. ຮັບປະກັນການມີສ່ວນຮ່ວມຂອງທຸກຊັ້ນຄົນໃນສັງຄົມເຂົ້າຮ່ວມການແຂ່ງຂັນ ແລະ ຍ້ອງຍໍ; 3. ຊັດເຈນ, ເປີດເຜີຍ, ສະເໝີພາບ, ໂປ່ງໃສ, ຍຸຕິທຳ ແລະ ທັນການ; 4. ຮັບປະກັນຄວາມເປັນເອກະພາບ ລະຫວ່າງ ເນື້ອໃນ, ຮູບການ ແລະ ເບົ້າໝາຍການຍ້ອງຍໍ; 5. ປະສານສົມທົບ ລະຫວ່າງ ການປຸກລະດົມທາງດ້ານຈິດໃຈ ແລະ ການກະຕຸກຊຸກຍູ້ທາງດ້ານວັດຖຸ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 70 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ