ຄຳແນະນຳ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ (ກະຊວງພາຍໃນ ເລກທີ 07/ພນ, ນະຄອນຫຼວງວຽງຈັນ, ວັນທີ 02 ພຶດສະພາ 2018)

内务部关于实施《关于公务员培训与发展的法令》的指示(第07/ພນ号,万象市,2018年5月2日)

Instruction of the Ministry of Home Affairs on Implementing the Decree on Training and Development of Civil Servants (No. 07/PA, Vientiane, 2 May 2018)

ບົດສະຫຼຸບ

ຄຳແນະນຳຂອງກະຊວງພາຍໃນ ເພື່ອຈັດຕັ້ງປະຕິບັດດຳລັດເລກທີ 294/ລບ ວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນ ຢ່າງເປັນເອກະພາບ ແລະ ຖືກຕ້ອງ, ຊີ້ແຈງເນື້ອໃນບາງສ່ວນຂອງດຳລັດດັ່ງກ່າວ, ກວມເອົາຫຼັກການ, ຂອບເຂດການນຳໃຊ້, ປະເພດການຝຶກອົບຮົມ, ເນື້ອໃນການຝຶກອົບຮົມ, ຫຼັກສູດ, ໜ້າທີ່ຂອງອົງການ, ງົບປະມານ ແລະ ການຈັດຕັ້ງປະຕິບັດ.

ມາດຕາ

ມາດຕາ 1

ໃນໄລຍະຜ່ານມາ, ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ແລະ ອົງການຈັດຕັ້ງມະຫາຊົນ ໃນລະດັບສູນກາງ ແລະ ທ້ອງຖິ່ນ ໄດ້ໃຫ້ຄວາມສຳຄັນ ແລະ ຮັບຜິດຊອບໃນການດຳເນີນການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນໃນລະບົບຂອງຕົນຢ່າງຕໍ່ເນື່ອງ, ເຮັດໃຫ້ຄວາມຮູ້ ແລະ ຄວາມສາມາດຂອງພະນັກງານລັດຖະກອນໄດ້ຮັບການຍົກລະດັບ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງດີ; ເພື່ອສືບຕໍ່ຊຸກຍູ້ວຽກງານປະຕິຮູບຂອງພັກ ແລະ ລັດ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດພາກທີ II ບົດທີ 8 ຂອງກົດໝາຍວ່າດ້ວຍພະນັກງານລັດຖະກອນ ກ່ຽວກັບການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນ, ລັດຖະບານໄດ້ອອກດຳລັດສະບັບເລກທີ 294/ລບ ວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນ (ລົງວັນທີ 4 ກັນຍາ 2017). ເພື່ອໃຫ້ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ແລະ ອົງການຈັດຕັ້ງມະຫາຊົນ ໃນລະດັບສູນກາງ ແລະ ທ້ອງຖິ່ນ ມີຫຼັກຖານ, ມີຄວາມເຂົ້າໃຈ, ມີທັດສະນະທີ່ເປັນເອກະພາບ, ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ຈຶ່ງມີຄວາມຈຳເປັນຕ້ອງອອກຄຳແນະນຳເພື່ອຊີ້ແຈງເພີ່ມເຕີມ. ດ້ວຍເຫດນີ້, ລັດຖະມົນຕີວ່າການກະຊວງພາຍໃນ ຈຶ່ງອອກຄຳແນະນຳລາຍລະອຽດກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນ ດັ່ງນີ້:

ມາດຕາ 2

ຈຸດປະສົງ

ມາດຕາ 3

ການປະຕິບັດ, ຊີ້ນຳ ແລະ ອະທິບາຍເນື້ອໃນຂອງດຳລັດວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນ ຢ່າງລະອຽດ, ຊັດເຈນ ແລະ ເຂັ້ມງວດ, ເພື່ອແນໃສ່ໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບໃນທົ່ວປະເທດ;

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 58 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ