ຂໍ້ຕົກລົງ ວ່າດ້ວຍການກຳນົດຂອບເຂດ ແລະ ປະເມີນຫົວໜ່ວຍລາຄາທົດແທນຄ່າເສຍຫາຍ ໃຫ້ຜູ້ທີຖືກກະທົບ ຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ຊ່ວງໄລຍະນະຄອນຫຼວງວຽງຈັນ (ບ້ານໄຊມຸງຄຸນ ຫາ ບ້ານນາດີ)

协议——关于划定范围并评定补偿损失单价、给予受第13号北部国道改造与维修项目(万象市路段,从赛蒙坤村至那迪村)影响者的协议

Agreement on Delineation and Assessment of Compensation Rates for Losses and Grants to Persons Affected by the Upgrade and Repair Project of National Road No. 13 (Northern Section, Vientiane Municipality, from Xaimongkhoun Village to Nadi Village)

ບົດສະຫຼຸບ

ສັນຍາສະບັບນີ້ກຳນົດຫຼັກການຊົດເຊີຍ, ລາຄາຕໍ່ໜ່ວຍ ແລະ ຂອບເຂດການຍຶດຄືນ ສຳລັບການສູນເສຍສິດນຳໃຊ້ທີ່ດິນ, ອາຄານ ແລະ ພືດຜົນ ຂອງຜູ້ໄດ້ຮັບຜົນກະທົບ ຈາກໂຄງການປັບປຸງ ແລະ ກໍ່ສ້າງທາງຫຼວງແຫ່ງຊາດເລກທີ 13 ພາກເໜືອ ຜ່ານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ກຳນົດລາຄາທົດແທນສິ່ງກີດຂວາງ ແລະ ການຈັດສັນຜູ້ຖືກຜົນກະທົບ ເພື່ອຮັບປະກັນໃຫ້ແກ່ ການແກ້ໄຂ, ໄກ່ເກຍຜູ້ຖືກຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບການທົດແທນ, ໄດ້ຮັບການ ຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີກວ່າເກົ່າ ຫຼື ເທົ່າເດີມ, ພ້ອມທັງເຮັດໃຫ້ການ ແກ້ໄຂ, ໄກ່ເກຍມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງ ເໝາະສົມ ແລະ ມີປະສິດທິຜົນສູງ. 1

ມາດຕາ 2

ກຽວກັບໂຄງການ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ຢູ່ເມືອງນາຊາຍທອງ ຕໍ່ໄປນີ້ເອີ້ນວ່າ " ໂຄງການທາງ 13 ເໜືອ " ແມ່ນໂຄງການໜຶ່ງທີ່ເປັນບູລິມະສິດຂອງລັດຖະບານ ເພື່ອຊຸກຍູ້ສົ່ງເສີມ ແລະ ຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເຊິ່ງໄດ້ຮັບເງິນກູ້ຢືມ ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ, ທະນາຄານລົງທຶນພື້ນຖານໂຄງລ່າງແຫ່ງອາຊີ, ກອງທຶນນອດິກ ແລະ ທຶນສົມທົບຂອງລັດຖະບານລາວ ໂຄງການ ດັ່ງກ່າວມີຄວາມຍາວທັງໝົດ 58 ກິໂລແມັດ ມີມູນຄ່າກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ; ໂຄງການດັ່ງກ່າວໄດ້ອອກແບບເປັນໜ້າທາງເບຕົງເສີມເຫຼັກ ປັບປຸງຍົກລະດັບຂົວ 7 ແຫ່ງ, ປັບປຸງ ລະບົບລະບາຍນ້ຳ, ປັບປຸງມຸມໂຄ້ງຂອງເສັ້ນທາງ ໃຫ້ໄດ້ມາດຕະຖານ ແລະ ຍົກລະດັບທາງໃຫ້ສູງຂຶ້ນ ໃນເຂດທີ່ມີຄວາມສ່ຽງເກີດນ້ຳຖ້ວມ. ໄລຍະການດຳເນີນໂຄງການ 10 ປີ, ໄລຍະການກໍ່ສ້າງ 03 ປີ (2019-2023), ໄລຍະບູລະນະຮັກສາ 07 ປີ (2023-2027), ໄລຍະແຕ່ສາມແຍກສີເກີດ ຫາບ້ານ ສົງເປືອຍ ປັບປຸງ ແລະ ຂະຫຍາຍຈາກ 2 ເລນ ເປັນ 4 ເລນ, ຄວາມກວ້າງທັງໝົດ 23 ແມັດ; ໄລຍະ ແຕ່ບ້ານສົງເປືອຍ ຫາ ໂພນໂຮງ ປັບປຸງເປັນທາງ 2 ເລນ, ຄວາມກວ້າງທັງໝົດ 15 ແມັດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ