ຄຳແນະນຳ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ

内务部关于实施《公务人员工作绩效考评法令》的指导

Guidance of the Ministry of Home Affairs on Implementing the Decree on Performance Evaluation of Civil Servants

ບົດສະຫຼຸບ

ກະຊວງພາຍໃນ ໄດ້ອອກຄຳແນະນຳການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະເມີນຜົນການປະຕິບັດງານຂອງພະນັກງານລັດຖະກອນ ສະບັບເລກທີ 300/ລບ, ອະທິບາຍຈຸດປະສົງ, ຫຼັກການ, ຂອບເຂດການນຳໃຊ້, ປະເພດ (ການປະເມີນປົກກະຕິ ແລະ ການປະເມີນສະເພາະກິດ), ຜູ້ຖືກປະເມີນ, ຂັ້ນຕອນ, ແບບຟອມ, ເນື້ອໃນມາດຕະຖານ, ລະດັບຄະແນນ, ວິທີການຈັດຕັ້ງປະຕິບັດ ແລະ ການນຳໃຊ້ຜົນ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ກະຊວງພາຍໃນ, ເລກທີ (7)/ພຍ, ນະຄອນຫຼວງວຽງຈັນ, ວັນທີ ເດືອນ ພຶດສະພາ ປີ 2018. ຄຳແນະນຳ: ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຕີລາຄາຜົນງານການປະຕິບັດວຽກງານຂອງພະນັກງານລັດຖະກອນ. ໃນໄລຍະຜ່ານມາ, ອົງການຈັດຕັ້ງພັກ-ລັດ ສູນກາງ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການຕີລາຄາຜົນງານການປະຕິບັດວຽກງານຂອງພະນັກງານລັດຖະກອນ, ເພື່ອນຳໃຊ້ຜົນການຕີລາຄາເປັນພື້ນຖານໃນການວາງແຜນພັດທະນາບຳລຸງສ້າງພະນັກງານລັດຖະກອນພາຍໃນຂົງເຂດວຽກງານຂອງຕົນຢ່າງຕໍ່ເນື່ອງ; ເພື່ອສືບຕໍ່ຊຸກຍູ້ວຽກງານປະຕິຮູບຂອງພັກ ແລະ ລັດຖະບານ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ກຳນົດໃນພາກທີ 2 ບົດທີ 7 ຂອງກົດໝາຍວ່າດ້ວຍພະນັກງານລັດຖະກອນ ກ່ຽວກັບການຕີລາຄາຜົນງານການປະຕິບັດວຽກງານຂອງພະນັກງານລັດຖະກອນ, ລັດຖະບານໄດ້ອອກດຳລັດເລກທີ 300/ລບ ວ່າດ້ວຍການຕີລາຄາຜົນງານການປະຕິບັດວຽກງານຂອງພະນັກງານລັດຖະກອນ ໃນວັນທີ 13 ເດືອນ ກັນຍາ ປີ 2017. ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ ສູນກາງ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີເອກະສານອ້າງອີງ, ມີຄວາມເຂົ້າໃຈທີ່ເປັນເອກະພາບ ແລະ ສະດວກໃນການຈັດຕັ້ງປະຕິບັດ, ເຮັດໃຫ້ວຽກງານການຕີລາຄາຜົນງານການປະຕິບັດວຽກງານຂອງພະນັກງານລັດຖະກອນ ເກີດມີຮູບປະທຳຢ່າງແທ້ຈິງ, ຈຶ່ງມີຄວາມຈຳເປັນຕ້ອງອອກຄຳແນະນຳເພີ່ມເຕີມ. ລັດຖະມົນຕີວ່າການກະຊວງພາຍໃນ ຈຶ່ງໄດ້ອອກຄຳແນະນຳດັ່ງນີ້.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ