川圹省关于扶持大牲畜养殖作为商品的协议
ຂໍ້ຕົກລົງ ວ່າດ້ວຍ ການສົ່ງເສີມການລ້ຽງສັດໃຫຍ່ ເປັນສິນຄ້າ ຂອງແຂວງຊຽງຂວາງ
Agreement on Support for Large Livestock Raising as a Commodity in Xieng Khouang Province
简介
本协议规定川圹省扶持大牲畜(牛、水牛、马)商品化养殖的原则、政策、要素、管理与检查、禁令及对违规者的措施,旨在保障产品数量与质量、推动经济社会发展并实现绿色、清洁、可持续。 【OCR识别·机器翻译,未经律师终审,以官方PDF为准】
Summary
This agreement stipulates principles, policies, elements, management and inspection, prohibitions, and measures against violators for supporting commercial livestock farming (cattle, buffalo, horses) in Xieng Khouang Province, aiming to ensure product quantity and quality, promote economic and social development, and achieve green, clean, and sustainable development.
ບົດສະຫຼຸບ
ສັນຍາສະບັບນີ້ກຳນົດຫຼັກການ, ນະໂຍບາຍ, ອົງປະກອບ, ການຄຸ້ມຄອງ ແລະ ກວດກາ, ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ ໃນການສົ່ງເສີມການລ້ຽງສັດໃຫຍ່ (ງົວ, ຄວາຍ, ມ້າ) ແບບການຄ້າ ໃນແຂວງຊຽງຂວາງ ເພື່ອຮັບປະກັນປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ບັນລຸຄວາມຍືນຍົງ, ສີຂຽວ ແລະ ສະອາດ.
条文
第1条
目的。本协议规定有关管理、跟踪、检查扶持大牲畜商品化养殖的原则、规章与措施,旨在保障大牲畜产品的数量、质量以及饲料的充足供应,以满足市场需求,参与推动本省经济社会发展,并按绿色、清洁、可持续方向保护环境。
ພາສາລາວ (老挝语原文)
ຈຸດປະສົງ ຂອງຕົກລົງສະບັບນີ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດ ຕາມ, ກວດກາ ການສົ່ງເສີມການລ້ຽງສັດໃຫຍ່ເປັນສີນຄ້າຂອງແຂວງ ແນໃສ່ຮັບປະກັນທາງດ້ານປະລິມານ, ຄຸນ ນະພາບຂອງຜະລິດຕະພັນສັດໃຫຍ່ ແລະ ສະບຽງອາຫານໃຫ້ພຽງພໍ ເພື່ອຕອບສະໜອງຄວາມຕ້ອງການຂອງຕະ ຫຼາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ປົກປັກຮັກສາສະພາບແວດ ລ້ອມຕາມທິດສີຂຽວ, ສະອາດ ແລະ ຍືນຍົງ. ມາດຕາ ຂ ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າແມ່ນການສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍ ໃນ ແລະ ຕ່າງປະເທດ ລົງທຶນໃສ່ທຸລະກິດການລ້ຽງສັດໃຫຍ່ເຊັ່ນ: ງົວ, ຄວາຍ, ມ້າ ຢ່າງເປັນລະບົບຕາມແຜນ ບຸລິມະສິດທີ່ວາງໄວ້ຂອງແຂວງ ດ້ວຍການອຳນວຍຄວາມສະດວກໃນການນຳໃຊ້ ເຕັກນິກ-ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳທັນສະໄໝທີ່ຮັບປະກັນແນວພັນສັດ, ອາຫານສັດ, ການຮັກສາສຸຂະພາບສັດ ແລະ ການຈັດ ການຄຸ້ມຄອງສັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ສາມາດເປັນສີນຄ້າສະໜອງໃຫ້ແກ່ ຕະຫຼາດຢ່າງພຽງ ພໍ ທັງປະລິມານ ແລະ ຄຸນນະພາບ.
第2条
扶持大牲畜商品化养殖。扶持大牲畜商品化养殖,是指扶持境内外的个人、法人和组织,按本省优先重点计划,系统地投资于牛、水牛、马等大牲畜养殖业,通过为其便利地运用现代科学技术、技术和创新,保障畜种、饲料、畜牧保健以及高效高益的牲畜管理,使之能够在数量与质量上充分供应市场,成为商品。
ພາສາລາວ (老挝语原文)
ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ. ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ແມ່ນໝາຍເຖິງ ການສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນໃນການລ້ຽງສັດໃຫຍ່ ເຊັ່ນ: ງົວ, ຄວາຍ, ມ້າ ແລະ ອື່ນໆ ຢ່າງເປັນລະບົບ ຕາມແຜນງານບຸລິມະສິດຂອງແຂວງ, ໂດຍການອຳນວຍຄວາມສະດວກໃຫ້ແກ່ການນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝ, ຮັບປະກັນແນວພັນສັດ, ອາຫານສັດ, ການອະນາໄມສັດ ແລະ ການຄຸ້ມຄອງສັດທີ່ມີປະສິດທິພາບ ແລະ ໄດ້ຜົນກຳໄລສູງ, ເພື່ອໃຫ້ສາມາດສະໜອງຕະຫຼາດໄດ້ຢ່າງພຽງພໍທັງດ້ານປະລິມານ ແລະ ຄຸນນະພາບ, ກາຍເປັນສິນຄ້າ.
第3条
有关扶持大牲畜商品化养殖工作的政策如下:一、本省以提供资金、技术、科学、技术(设备)、创新、人力资源及各项基础设施(如器材、机械、车辆、畜种、提升专业知识能力、土地、水、电的安排等)扶持、推动大牲畜商品化养殖,以养殖牲畜及种植饲料作物;本省以特殊政策(如安排土地、水、电,资金获取渠道,资金支持,依法减免关税、税款及各项义务)扶持境内外的个人、法人、投资者投资大牲畜商品化养殖,以建设养殖场、种植饲料作物、加工及制作畜产品;本省以创造系统养殖条件(如设立养殖小组、配种员、村兽医、资金及专业渠道)扶持、推动省内居民家庭养殖大牲畜;本省以各种方式经常性地提供有关大牲畜商品化养殖的信息资讯。
ພາສາລາວ (老挝语原文)
ນະໂຍບາຍກ່ຽວກັບວຽກງານການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ມີດັ່ງນີ້: 1 ແຂວງ ຊຸກຍູ້, ສົ່ງເສີມ ການລ້ຽງສັດໃຫຍ່ເປັນສິນຄ້າ ດ້ວຍການສະໜອງທຶນ, ເຕັກນິກ, ວິທະຍາ ສາດ, ເຕັກໂນໂລຊີ, ນະວັດຕະກຳ, ຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ອຸປະກອນ, ເຄື່ອງຈັກ, ພາຫະນະ, ແນວພັນ, ການຍົກລະດັບຄວາມຮູ້ຄວາມສາມາດວິຊາການ, ການຈັດສັນທີ່ດິນ, ນ້ຳ, ໄຟຟ້າ ເພື່ອລ້ຽງສັດ ແລະ ປູກພືດອາຫານສັດ. ແຂວງ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ ການ ລ້ຽງສັດໃຫຍ່ເປັນສິນຄ້າ ດ້ວຍນະໂຍບາຍພິເສດ ເຊັ່ນ: ຈັດສັນທີ່ດິນ, ນ້ຳ, ໄຟຟ້າ, ການເຂົ້າເຖິງແຫຼ່ງທຶນ, ການສະໜັບສະໜູນທຶນ, ການຜ່ອນຜັນອັດຕາພາສີ-ອາກອນ ແລະ ພັນທະຕ່າງໆ ຕາມກົດໝາຍ ເພື່ອເຮັດເປັນ ຟາມ, ປູກພືດອາຫານສັດ, ການແປຮູບ ແລະ ປຸງແຕ່ງຜະລິດຕະພັນສັດ. ແຂວງ ຊຸກຍູ້, ສົ່ງເສີມ ຄອບຄົວປະຊາຊົນ ລ້ຽງສັດໃຫຍ່ ພາຍໃນແຂວງ ດ້ວຍການສ້າງເງື່ອນໄຂ ລ້ຽງສັດ ຢ່າງເປັນລະບົບ ເຊັ່ນ: ສ້າງຕັ້ງກຸ່ມລ້ຽງສັດ, ທີມສັດ, ສັດຕະວະແພດປະຈຳບ້ານ, ການເຂົ້າເຖິງ ແຫຼ່ງທຶນ ແລະ ວິຊາການ. ແຂວງ ສະໜອງຂໍ້ມູນ-ຂ່າວສານ ກ່ຽວກັບ ການລ້ຽງສັດໃຫຍ່ເປັນສິນຄ້າ ດ້ວຍທຸກຮູບການ ຢ່າງເປັນ ປົກກະຕິ.
第4条
有关扶持大牲畜商品化养殖的原则。有关扶持大牲畜商品化养殖的原则如下:一、符合宪法、法律及国家有关养殖的法规;二、符合本省的方针政策、战略、经济社会发展规划,按绿色、清洁、可持续方向予以保障;三、符合全省平等、公开、公正、统一的原则;四、保障人与畜的生命、健康安全;五、将自然养殖逐步转向集约化或现代化养殖并逐步转为工业化,保障经济效益且不对环境、自然与社会产生负面影响;六、有效利用资源、畜种,并保障保护优良本地畜种基因,使之不灭绝;七、保障严格、正确地按市场所需标准采取卫生措施。
ພາສາລາວ (老挝语原文)
ຫຼັກການ ກ່ຽວກັບ ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ຫຼັກການ ກ່ຽວກັບ ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ມີດັ່ງນີ້: 1. ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຂອງລັດ ກ່ຽວກັບ ການລ້ຽງສັດ: 2. ສອດຄ່ອງກັບ ແນວທາງປຢະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຮັບປະກັນ ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ; 3. ສອດຄ່ອງກັບ ຫຼັກການສະເຫຼີພາບ , ໂບ໋ງໃສ, ຍຸຕິທຳ ແລະ ເອກະພາບທົ່ວແຂວງ; 4. ຮັບປະກັນ ຄວາມປອດໄພ ຕໍ່ຊີວິດ, ສຸຂະພາບ ຂອງຄົນ ແລະ ສັດ; 5. ຫັນເອົາ ການລ້ຽງສັດແບບທຳມະຊາດ ໄປສູ່ ການລ້ຽງສັດແບບເດີ່ງທັນສະໄໜ ຫຼື ທັນສະ ໄໜ ແລະ ຫັນເປັນອຸດສະຫະກຳເທື່ອລະກ້າວ ໂດຍຮັບປະກັນຜົນປະໂຫຍດ ທາງດ້ານເສດຖະກິດ ແລະ ບໍ່ມີຜົນກະທົບ ທາງລົບ ຕໍ່ສິ່ງແວດລ້ອມ, ທຳມະຊາດ ແລະ ສັງຄົມ; 6. ນຳໃຊ້ ຊັບພະຍາກອນ, ແນວພັນສັດ ຢ່າງມີປະສິດທິຜົນ ແລະ ຮັບປະກັນ ການປົກປັກຮັກສາກຳມະ ພັນສັດພື້ນເມືອງທີ່ດີ ເພື່ອບໍ່ໃຫ້ສູນພັນ: 7. ຮັບປະກັນ ການນຳໃຊ້ມາດຕະການດ້ານສຸຂະນາໄມ ຢ່າງເຂັ້ມງວດ ແລະ ຖືກຕ້ອງ ຕາມມາດຕະຖານ ທີ່ຕະຫລາດຕ້ອງການ.
第5条
适用范围。本协议适用于在川圹省境内从事大牲畜商品化养殖活动的个人、法人和境内外组织。
ພາສາລາວ (老挝语原文)
ຂອບເຂດການນຳໃຊ້ ຂໍ້ຕົກລົງສະບັບນີ້ ນຳໃຊ້ ສຳລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ ເຄືອນໄຫວດຳເນີນ ການລ້ຽງສັດໃຫຍ່ເປັນສິນຄ້າ ຢູ່ ແຂວງຊຽງຂວາງ. ບນວດທີ [| ອົງປະກອບ ແລະ ການສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ
第6条
扶持大牲畜商品化养殖的要素。扶持大牲畜商品化养殖的要素如下:一、专业人员;二、资金;三、土地;四、水及水源;五、电;六、饲料作物种植;七、技术;八、畜种;九、加工与制作;十、市场营销。
ພາສາລາວ (老挝语原文)
, ມາດຕາ 17 ແລະ ມາດຕາ 18 ຂອງຂໍ້ຕົກລົງສະບັບນີ້. ບນວດທີ [/ ຂໍ້ຫ້າມ
第7条
专业人员。专业人员是大牲畜养殖技术上决定成败的最重要要素,以保障牲畜在数量、质量上的成长并产生最高经济效益,能够充分满足市场需求。本省扶持如下:一、为本省扶持大牲畜商品化养殖工作直接建设、配备专业人员;二、推动、扶持境内外的个人、法人、组织依法培养、培训、引进大牲畜养殖专业人员及专家,为其创造条件并提供各方面便利;三、根据养殖者意愿及实际条件,为家庭或养殖小组、配种员提供专业人员或培训大牲畜商品化养殖专业知识。
ພາສາລາວ (老挝语原文)
ນັກວິຊາການ ແມ່ນອົງປະກອບສຳຄັນທີ່ສຸດ ໃນການຕັດສິນຊື້ຂາດ ທາງດ້ານເຕັກນິກ ຕໍ່ການລ້ຽງສັດໃຫຍ່ ເພື່ອຮັບປະກັນ ການຈະເລີນເຕີບໂຕ ຂອງສັດລ້ຽງ ທາງດ້ານປະລິມານ, ຄຸນນະພາບ ແລະ ໃຫ້ຜົນປະໂຫຍດສູງສຸດ ທາງດ້ານເສດຖະກິດ, ສາມາດຕອບສະໜອງ ຄວາມຕ້ອງການ ຂອງຕະຫຼາດ ຢ່າງພຽງພໍ ໂດຍແຂວງ ສົ່ງເສີມ ດັ່ງນີ້: 1. ກໍ່ສ້າງ ແລະ ປະກອບ ນັກວິຊາການ ໂດຍກົງໃຫ້ ວຽກງານສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ ຂອງ ແຂວງ; 2. ຊຸກຍູ້, ສົ່ງເສີມ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກໍ່ສ້າງ, ຝຶກອົບຮົມ, ນຳເຂົ້າ ວິຊາການ ແລະ ຊ່ຽວຊານລ້ຽງສັດໃຫຍ່ ໂດຍສ້າງເງື່ອນໄຂ ແລະ ອຳນວຍ ຄວາມສະດວກດ້ານຕ່າງໆ ຕາມກົດໝາຍ; 3. ສະໜອງ ນັກວິຊາການ ຫຼື ຝຶກອົບຮົມ ວິຊາການລ້ຽງສັດໃຫຍ່ເປັນສິນຄ້າ ໃຫ້ ຄອບຄົວ ຫຼື ກຸ່ມລ້ຽງສັດ, ທອມສັດ ຕາມການສະເໜີ ຂອງຜູ້ລ້ຽງສັດ ແລະ ເງື່ອນໄຂຕົວຈິງ.
第8条
资金是决定牲畜商品化养殖的核心要素,可通过多种途径获得,如国家资金、私人资金、借贷资金、无偿援助资金、设立基金及其他资金来源。本省扶持如下:一、依法为本省扶持大牲畜商品化养殖工作直接提供资金;二、为境内外的个人、法人、组织创造条件、提供便利,使其能直接投资并易于获得资金,依据相关法律及法律以下法规从事大牲畜商品化养殖;三、为养殖或配种大牲畜作为商品的家庭创造条件、提供便利,依据相关法律及法律以下法规直接提供投资并使其易于获得资金。
ພາສາລາວ (老挝语原文)
ທຶນ ແມ່ນອົງປະກອບຕົ້ນຕໍ ຕັດສິນ ການລ້ຽງສັດເປັນສິນຄ້າ ດ້ວຍການໄດ້ມາ ຈາກຫລາຍຮູບການ ເຊັ່ນ: ທຶນຂອງລັດ, ທຶນສ່ວນຕົວ, ທຶນກູ້ຢືມ, ທຶນຊ່ວຍເຫຼືອລ້າ, ການສ້າງກອງທຶນ ແລະ ແຫຼງທຶນອື່ນໆ ໂດຍ ແຂວງ ສົ່ງເສີມ ດັ່ງນີ້: 1. ສະໜອງ ທຶນ ໂດຍກົງໃຫ້ ວຽກງານສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າຂອງແຂວງ ຕາມກົດໝາຍ; 2. ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດລົງທຶນໂດຍກົງ ແລະ ສາມາດເຂົ້າຫາແຫຼງທຶນໄດ້ງ່າຍ ເພື່ອລ້ຽງສັດໃຫຍ່ເປັນສິນຄ້າ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ; 3. ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ ຄອບຄົວທີ່ລ້ຽງ ຫຼື ຂຸນສັດໃຫຍ່ເປັນສິນຄ້າ ດ້ວຍ ການສະໜອງລົງທຶນໂດຍກົງ ແລະ ໃຫ້ສາມາດເຂົ້າເຖິງ ແຫຼ່ງທຶນ ໄດ້ງ່າຍ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ.
第9条
土地是满足养殖基础设施建设的基础要素,如住所、饲料作物种植、肉类加工厂、制作厂、仓库等,按大牲畜商品化养殖目标使用。本省扶持如下:一、为境内外的个人、法人、组织安排并登记用于大牲畜商品化养殖的土地,并研究出台与法律相符的适宜法律以下法规及政策,以管理使用该等土地使其产生最高效益;二、为境内外的个人、法人、组织安排并登记用于种植饲料作物的土地,并研究出台与法律相符的适宜法律以下法规及政策,以管理使用该等土地充分投入饲料生产;三、将无法用于其他用途的、品质退化的闲置荒地转用于建设大牲畜养殖场、加工厂或畜产品制作厂;四、依据相关法律适当减少费用、减免有关投资开发及使用大牲畜商品化养殖土地的关税、税款;五、对本省扶持种植饲料作物所使用的土地,如天然牧草地、连续耕种三年以上的草场或饲料作物地,免缴土地开发费予本省;除上述条件外,须依据法律及法律以下法规向本省缴纳义务。
ພາສາລາວ (老挝语原文)
ດິນ ແມ່ນອົງປະກອບພື້ນຖານ ເພື່ອຕອບສະຫນອງ ການກໍ່ສ້າງພື້ນຖານໂຄງລ່າງລ້ຽງສັດ ເຊັ່ນ: ທີ່ຢູ່ອາໄສ, ປູກພືດອາຫານສັດ, ໂຮງງານແປຮູບຊີ້ນ, ໂຮງງານປຸງແຕ່ງ, ສາງ ແລະ ອື່ນໆ ຕາມເປົ້າໝາຍ ຂອງ ການລ້ຽງສັດໃຫຍ່ເປັນສິນຄ້າ ໂດຍແຂວງ ສົ່ງເສີມ ດັ່ງນີ້: 1. ຈັດສັນ ແລະ ຂຶ້ນທະບຽນທີ່ດິນ ສຳລັບ ການລ້ຽງສັດໃຫຍ່ເປັນສິນຄ້າໃຫ້ ບຸກຄົນ, ນິຕິບຸກຄົນ, ການ ຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງຄົ້ນຄວ້າອອກນິຕິກຳໃຕ້ກົດໝາຍ ແລະ ນະໂຍບາຍທີ່ເໝາະ ສົມ ໂດຍສອດຄ່ອງກັບ ກົດໝາຍ ເພື່ອຄຸ້ມຄອງນຳໃຊ້ທີ່ດິນດັ່ງກ່າວ ໃຫ້ເກີດປະ ໂຫຍດສູງສຸດ; 2. ຈັດສັນ ແລະ ຂຶ້ນທະບຽນທີ່ດິນ ສຳລັບ ການປູກພືດເປັນອາຫານສັດ ໃຫ້ ບຸກຄົນ, ນິຕິບຸກຄົນ, ການ ຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງຄົ້ນຄວ້າອອກນິຕິກຳໃຕ້ກົດໝາຍ ແລະ ນະໂຍບາຍທີ່ເໝາະ ສົມ ໂດຍສອດຄ່ອງກັບ ກົດໝາຍ ເພື່ອຄຸ້ມຄອງການນຳໃຊ້ທີ່ດິນດັ່ງກ່າວ ເຂົ້າໃນການຜະລິດອາຫານສັດ ໃຫ້ ພຽງພໍ; 3. ຫັນ ທີ່ດິນເປົ່າຫວ່າງທີ່ເຊື່ອມຄຸນນະພາບ ເຊິ່ງບໍ່ສາມາດນຳໃຊ້ ໃນ ກິດຈະການອື່ນ ເພື່ອສ້າງເປັນຟາມ ລ້ຽງສັດໃຫຍ່, ໂຮງງານແປຮູບ ຫຼື ໂຮງງານປຸງແຕ່ງຜະລິດຕະພັນສັດ; 4. ຫຼຸດຜ່ອນ ຄ່າສິ້ນເບືອງ, ຜ່ອນຜັນ ອັດຕາພາສີ-ອາກອນ ສຳລັບ ການລົງທຶນພັດທະນາ ແລະ ນຳໃຊ້ທີ່ ດິນລ້ຽງສັດໃຫຍ່ເປັນສິນຄ້າ ໃຫ້ເໝາະສົມ ໂດຍສອດຄ່ອງກັບ ກົດໝາຍທີ່ກ່ຽວຂ້ອງ; 5. ນຳໃຊ້ ດິນ ທີ່ແຂວງ ສົ່ງເສີມໃຫ້ ປູກພືດອາຫານສັດ ເປັນຕົ້ນ: ທີ່ດິນທົ່ງຫຍ້າຄັງທຳນະຊາດ, ສວນ ຫຍ້າ ຫຼື ພືດອາຫານສັດທີ່ໄດ້ປູກຝັງຕິດຕໍ່ກັນ ຢ່າງຕໍ່ເນື່ອງ 3 ປີຂຶ້ນໄປ ໂດຍບໍ່ໃຫ້ເສຍ ຄ່າພັດທະນາທີ່ດິນ ໃຫ້ ແຂວງ, ນອກຈາກເງື່ອນໄຂດັ່ງກ່າວ, ຕ້ອງເສຍພັນທະໃຫ້ ແຂວງ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.
第10条
水及水源。水及水源是牲畜生存、成长,种植饲料作物,畜产品加工与制作所必不可缺的重要要素。本省扶持如下:一、管理天然水源,投资建设水源,以供养殖、饲料作物种植、畜产品加工厂或制作厂使用;二、为境内外的个人、法人、组织创造条件,使其利用天然水源或建设蓄水池,投入养殖、饲料作物种植、畜产品加工厂或制作厂使用;三、依据法律及法律以下法规,出台减少向大规模或工业化系统的养殖、饲料作物种植、畜产品加工厂或制作厂供水费用的政策。
ພາສາລາວ (老挝语原文)
ນໍ້າ ແລະ ແຫຼ່ງນໍ້າ ນໍ້າ ແລະ ແຫຼ່ງນໍ້າ ແມ່ນອົງປະກອບສຳຄັນທີ່ຈຳເປັນ, ຂາດບໍ່ໄດ້ ໃຫ້ແກ່ ການມີຊີວິດ, ຄວາມຈະເລີນ ເຕີບໂຕ ຂອງສັດລ້ຽງ, ການປູກພືດອາຫານສັດ, ການແປຮູບ ແລະ ການປຸງແຕ່ງຜະລິດຕະພັນສັດ ໂດຍແຂວງ ສົ່ງເສີມ ດັ່ງນີ້: 1. ຄຸ້ມຄອງ ແຫຼ່ງນໍ້າທຳມະຊາດ, ລົງທຶນສ້າງ ແຫຼ່ງນໍ້າ ເພື່ອສະໜອງໃຫ້ການລ້ຽງສັດ, ປູກພືດອາຫານ ສັດ, ໂຮງງານແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດ; 2. ສ້າງ ເງື່ອນໄຂ ໃຫ້ ບຸກຄົນ, ນິຕິບຸກ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ນຳໃຊ້ ແຫຼ່ງນໍ້າທຳ ມະຊາດ ຫຼື ສ້າງອ່າງເກັບກັກນໍ້າ ເພື່ອນຳໃຊ້ເຂົ້າໃນ ການລ້ຽງສັດ, ປູກພືດອາຫານສັດ, ໂຮງງານແປຮູບ ຫຼື ປຸງ ແຕ່ງຜະລິດຕະພັນສັດ: 3. ອອກ ນະໂຍບາຍຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການສະໜອງນໍ້າໃຫ້ ການລ້ຽງສັດ, ປູກພືດອາຫານສັດ, ໂຮງງານແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດຂະໜາດໃຫຍ່ ຫຼື ລະບົບອຸດສາຫະກຳ ຕາມກົດໝາຍ ແລະ ນິຕິ ກຳໃຕ້ກົດໝາຍ.
第11条
电力是投入扶持养殖、饲料作物种植、畜产品加工或制作所必需的能源要素。本省扶持如下:一、便利并为大牲畜商品化养殖经营者创造条件,使其有权使用与养殖场所、饲料作物种植、加工厂或畜产品制作厂相关的电力;二、投资建设电网,以供养殖场所、饲料作物种植、加工厂或畜产品制作厂使用;三、推动、扶持境内外的个人、法人建设电网,以投入养殖场所、饲料作物种植、加工厂或畜产品制作厂使用;四、依据法律及法律以下法规适当减少投入养殖、养殖场所、饲料作物种植、加工厂或畜产品制作厂的电费。
ພາສາລາວ (老挝语原文)
ໄຟຟ້າ ແມ່ນອົງປະກອບ ທາງພະລັງງານທີ່ຈຳເປັນ ເພື່ອສະໜອງເຂົ້າໃນ ການສົ່ງເສີມການລ້ຽງສັດ, ການປູກພືດອາຫານສັດ, ການແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດ ໂດຍແຂວງ ສົ່ງເສີມ ດັ່ງນີ້: 1. ເອື້ອອຳນວຍ ແລະ ສ້າງເງື່ອນໄຂໃຫ້ ຜູ້ປະກອບການລ້ຽງສັດໃຫຍ່ເປັນສິນຄ້າ ມີສິດນຳໃຊ້ ໄຟຟ້າທີ່ ຕິດພັນກັບ ສະຖານທີ່ລ້ຽງສັດ, ປູກພືດອາຫານສັດ, ໂຮງງານແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດ; 2. ລົງທຶນສ້າງ ຕາຂ່າຍໄຟຟ້າ ເພື່ອສະໜອງໃຫ້ ສະຖານທີ່ລ້ຽງສັດ, ປູກພືດອາຫານສັດ, ໂຮງງານແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດ; 3. ຊຸກຍູ້, ສົ່ງເສີມໃຫ້ ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ກໍ່ສ້າງ ຕາຂ່າຍໄຟຟ້າ ເພື່ອນຳໃຊ້ ເຂົ້າໃນ ສະຖານທີ່ລ້ຽງສັດ, ປູກພືດອາຫານສັດ, ໂຮງງານແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດ; 4. ຫຼຸດຜ່ອນ ຄ່າກະແສໄຟຟ້າ ທີ່ນຳໃຊ້ເຂົ້າໃນ ການລ້ຽງສັດ, ສະຖານທີ່ລ້ຽງສັດ, ປູກພືດອາຫານສັດ, ໂຮງງານແປຮູບ ຫຼື ປຸງແຕ່ງຜະລິດຕະພັນສັດ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຢ່າງເໝາະສົມ.
第12条
饲料作物种植。饲料作物种植是决定饲料品质的要素,以保障养殖牲畜在数量与质量上的成长。本省扶持如下:一、适当创造条件、提供便利以种植饲料作物,用于加工饲料并贮存供牲畜在各季节充分食用;二、为从事大牲畜商品化养殖的境内外个人、法人、组织创造潜力与条件,在本省所安排的土地范围内种植饲料作物;三、确定扩大养殖牧草区,使各具备条件的县(尤其是芬县、富贵县、帕赛县)能在坡度低于35度的平原及平坝高地有重点地种植饲料作物;四、为大牲畜商品化养殖经营者创造条件,种植优质饲料作物,如本地作物、巴松象草1号、卢西草、几内亚草、瓜地马拉草、自由甜草、燕麦、硬玉米、木薯及其他豆科作物,亦可贮存农业及工业生产的剩余物(如稻壳、豆粕、木薯渣、玉米渣等)用作大牲畜饲料;五、引进国内无法生产的饲料作物种、饲料添加剂及饲料。
ພາສາລາວ (老挝语原文)
ການປູກພືດອາຫານສັດ ການປູກພືດອາຫານສັດ ແມ່ນອົງປະກອບຕັດສິນ ຄຸນນະພາບຂອງອາຫານສັດລ້ຽງ ເພື່ອຮັບປະກັນ ຄວາມຈະເລີນເຕີບໂຕ ທາງດ້ານປະລິມານ ແລະ ຄຸນນະພາບຂອງສັດລ້ຽງ ໂດຍແຂວງ ສົ່ງເສີມ ດັ່ງນີ້: 1. ສ້າງ ເງື່ອນໄຂ ແລະ ອຳນວຍຄວາມສະດວກຢ່າງເໝາະສົມ ເພື່ອປູກພືດອາຫານສັດ ສຳລັບ ປຸງ ແຕ່ງອາຫານສັດ ແລະ ເກັບຮັກສາໄວ້ໃຫ້ ສັດກິນຢ່າງພຽງພໍ ໃນທຸກລະດູການ; 2. ສ້າງ ທ່າແຮງ ແລະ ເງື່ອນໄຂ ໃຫ້ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການລ້ຽງສັດໃຫຍ່ເປັນສິນຄ້າ ປູກພືດອາຫານສັດ ໃນຂອບເຂດທີ່ດິນ ທີ່ແຂວງ ໄດ້ຈັດສັນໃຫ້; 3. ກຳນົດ ເຂດຂະຫຍາຍທົ່ງຫຍ້າລ້ຽງສັດ ໃຫ້ສາມາດ ປູກພືດອາຫານສັດ ຢ່າງມີຈຸດສຸມ ໃສ່ ເທິງເຂດ ທົ່ງພຽງ ແລະ ພູພຽງທີ່ມີລະດັບຄວາມຄ້ອຍຊັນຕ່ຳກວ່າ 35 ອົງສາ ຂອງທຸກເມືອງທີ່ມີເງື່ອນໄຂ ໃຫ້ເໝາະສົມ ເປັນຕົ້ນ ແມ່ນ ເມືອງແປກ, ເມືອງພູກູດ ແລະ ເມືອງຜາໄຊ; 4. ສ້າງ ເງື່ອນໄຂ ໃຫ້ ຜູ້ປະກອບການລ້ຽງສັດໃຫຍ່ເປັນສິນຄ້າ ປູກພືດອາຫານສັດທີ່ມີຄຸນນະພາບ ເປັນຕົ້ນ: ພືດພື້ນເມືອງ, ຫຍ້າເນເປຍປາກຊ່ອງ 1, ຣຊີ, ກິນິ, //: 06, ກົວເຕມາລາ, ຫຍ້າຫວານອິດສະລະ ແອນ, ເຂົ້າໂອດ, ສາລີແຂງ, ມັນຕົ້ນ ແລະ ພືດຕະກຸນຖົ່ວອື່ນ ທັງສາມາດເກັບຮັກສາ ສິ່ງເສດເຫຼືອ ຈາກຜົນ ຜະລິດກະສິກຳ ແລະ ອຸດສະຫະກຳເຊັ່ນ: ເຟືອງ, ກາກຖົ່ວເຫຼືອງ, ກາກມັນຕົ້ນ, ກາກສາລີ ແລະ ອື່ນໆ ທີ່ສາມາດໃຊ້ ເປັນອາຫານລ້ຽງສັດໃຫຍ່; 5. ນຳເຂົ້າ ແນວພັນພືດອາຫານສັດ, ຫົວອາຫານສັດ ແລະ ອາຫານສັດທີ່ບໍ່ສາມາດຜະລິດໄດ້ໃນປະເທດ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读