ຂໍ້ຕົກລົງ ວ່າດ້ວຍ ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ຂອງແຂວງຊຽງຂວາງ

关于川圹省促进中小企业的决定

Decision on Promotion of Small and Medium Enterprises in Xieng Khouang Province

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຊຸກຍູ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ໃນແຂວງຊຽງຂວາງ, ກວມເອົາຂົງເຂດສົ່ງເສີມ, ໜ້າທີ່ຂອງອົງການຄຸ້ມຄອງ, ມາດຕະການຊ່ວຍເຫຼືອພິເສດ 8 ດ້ານ (ສະພາບແວດລ້ອມທຸລະກິດ, ການເງິນ, ການຫຼຸດຜ່ອນພາສີ ແລະ ຄ່າທຳນຽມ, ການຂະຫຍາຍຕະຫຼາດ ແລະ ອື່ນໆ), ພ້ອມທັງກຳນົດຂໍ້ຫ້າມ ແລະ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການ ຕິດຕາມ, ກວດກາ ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງຂອງແຂວງ ໃຫ້ສາມາດດຳ ເນີນທຸລະກິດ ຢ່າງກວ້າງຂວາງ ແບບຄອບດົວ, ເປັນກຸ່ມ, ບຸກຄົນ, ນິຕິບຸກຄົນ ເຂົ້າໃນການຜະລິດ, ການປຸງ ແຕ່ງ, ການຄ້າ ແລະ ການບໍລິການ ຫັນໄປສູ່ການຜະລິດແບບອຸດສາຫະກຳ ແນໃສ່ຮັບປະກັນທາງດ້ານປະລິ ມານ, ຄຸນນະພາບ ແລະ ລາຄາ ເພື່ອສາມາດແຂ່ງຂັນ ແລະ ຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ ຢ່າງພຽງພໍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສະພາບແວດ ລ້ອມຂອງແຂວງ ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ.

ມາດຕາ 2

ການສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ການສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນການສ້າງໂອກາດ ແລະ ເງື່ອນໄຂໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຮູ້ຈັກ ແລະ ມີຄວາມຊຳນານ ກ່ຽວກັບການຜະລິດ, ການປຸງແຕ່ງ, ການຄ້າ ແລະ ການບໍລິການເຂົ້າເຖິງ ດ້ານພູມປັນຍາ, ເຕັກນິກ, ເຕັກໂນໂລຊີ, ການຕະຫຼາດ ແລະ ແຫຼ່ງທຶນ ເພື່ອຫັນເປັນສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ