ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ບໍລິຫານ ທີ່ດິນ ຂອງແຂວງຊຽງຂວາງ
关于川圹省土地管理与行政管理的决定
Decision on Land Management and Administration in Xieng Khouang Province
ບົດສະຫຼຸບ
ຄຳຕັດສິນໃຈສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງທີ່ດິນແບບລວມສູນກາງ ແລະ ເປັນເອກະພາບ ແລະ ການຄຸ້ມຄອງດ້ານການປົກຄອງ ຢູ່ແຂວງຊຽງຂວາງ, ກຳນົດໜ້າທີ່ຂອງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການຈົດທະບຽນທີ່ດິນ, ການຕີລາຄາ, ການຊື້ຂາຍ, ການຫັນເປັນທຶນ ແລະ ການຄຸ້ມຄອງລາຍຮັບ, ພ້ອມທັງກຳນົດຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບການຄຸ້ມຄອງ ແລະ ບໍລິຫານທີດົນຢ່າງລວມສູນ, ເປັນລະບົບຄົບຊຸດ ແລະ ສອດຄອງກັບ ສະພາບຄວາມເປັນຈິງ ໃຫ້ມີປະສິດທິ ຜົນ, ຖືກຕ້ອງຕາມເບົາບນາຍ, ເປັນເອກະພາບໃນທົ່ວແຂວງ ໂດຍສອດຄອງກັບກົດບນາຍ ແລະ ນິຕິກຳໃຕ້ ກົດໝາຍ ເພືອປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ຂອງແຂວງ ຕາມທິດສີຂຽວ, ສະອາດ ແລະ ຢືນຍົງ.
ມາດຕາ 2
ການຄຸ້ມຄອງ-ບໍລິຫານທີດິນ ການຄຸ້ມຄອງ ແລະ ບໍລິຫານທີດິນ ແມ່ນການຈັດສັນທີດິນທຸກປະເພດ ໃນທຸກເຂດທົ່ວແຂວງ ໃຫ້ເຂົ້າສູ່ການຄຸ້ມຄອງ ແລະ ບໍລິຫານຢ່າງລວມສູນ ແລະ ເປັນເອກະພາບທົ່ວແຂວງ ດ້ວຍລະບົບຖານຂໍ້ມູນ, ການ ຂຶ້ນທະບຽນ, ດ້ານສິດນຳໃຊ້, ການປະເມີນລາຄາ, ທຸລະກຳຈົດທະບຽນ, ການຫັນປ່ຽນຮູບ ແລະ ການເກັບ ລາຍຮັບຈາກທີດິນ ເພື່ອຮັບປະກັນໃຫ້ ການນຳໃຊ້ທີດິນທຸກປະເພດ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງສຸດ ຕາມກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ.
ມາດຕາ 3
ນະໂຍບາຍກຽວກັບວຽກງານຄຸ້ມຄອງ ແລະ ບໍລິຫານທີ່ດິນ ແຂວງ ຊຸກຍູ້, ສົ່ງເສີມ ແລະ ສະໜອງງົບປະມານ, ນັກວິຊາການ, ເຕັກນິກ, ວິທະຍາສາດ, ເຕັກ ໂນໂລຊີ ແລະ ພື້ນຖານໂຄງລ່າງໂດຍກົງ ໃຫ້ວຽກງານຄຸ້ມຄອງ ແລະ ບໍລິຫານທີ່ດິນຂອງແຂວງ ເພື່ອ ຮັບປະກັນຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນທີ່ດິນ ໃຫ້ບຸກຄົນ, ນິຕິບຸກຄົນ, ລວມທັງ ແລະ ການຈັດຕັ້ງ ໃຫ້ວ່ອງໄວ, ທັນໃຈ ໂດຍຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ຕາມກົດໝາຍ ແລະ ນິຕິ ກຳໃຕ້ກົດໝາຍ. ແຂວງ ຊຸກຍູ້, ສົ່ງເສີມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນໂດຍກົງ ຫຼື ຊ່ວຍເຫຼືອ ດ້ານງົບປະມານ, ວັດຖຸອຸປະກອນ, ການຝຶກອົບຮົມດ້ານເຕັກນິກວິທະຍາສາດທັນສະໄໝ ເພື່ອ ປະກອບສ່ວນເຮັດໃຫ້ ວຽກງານຄຸ້ມຄອງ ແລະ ບໍລິຫານທີ່ດິນຂອງແຂວງ ໄດ້ຮັບການພັດທະນາ ຢ່າງ ວ່ອງໄວ ແລະ ມີຄຸນນະພາບ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ