ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ (ກະຊວງກະສິກຳ ແລະ ປ່າໄມ້)

关于动物及动物产品进口、出口和过境的协议(农林部)

Agreement on Import, Export and Transit of Animals and Animal Products (Ministry of Agriculture and Forestry)

ບົດສະຫຼຸບ

ສັນຍາສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄວບຄຸມການນຳເຂົ້າ, ສົ່ງອອກ ແລະ ຜ່ານແດນສັດມີຊີວິດ ແລະ ຜະລິດຕະພັນສັດ ໃນ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການເກີດ, ລະບາດ, ແຜ່ກະຈາຍ ແລະ ລະບາດຂອງພະຍາດສັດ, ປົກປ້ອງສຸຂະພາບ ແລະ ຊີວິດຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄວບຄຸມການນຳ ເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດມີຊີວິດ ແລະ ຜະລິດຕະພັນສັດ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດ ກັນ ການນຳເຂົ້າ, ກໍ່ຕົວ, ແຜ່ກະຈາຍ ແລະ ການລະບາດຂອງພະຍາດສັດ ແນໃສ່ປົກປ້ອງຊີວິດ, ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ສັນຍາ ສຸຂານາໄມ ແລະ ສຸຂານາໄມພືດ ແລະ ສັນຍາສາກົນທີ່ກ່ຽວຂ້ອງໃຫ້ສອດຄ່ອງ ແລະ ມີປະສິດທິພາບ. ມາດຕາ 1 ການນຳເຂົ້າ, ການສົ່ງອອກ ແລະ ການສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ການນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳສັດ ຫຼື ຜະລິດຕະພັນສັດ ຈາກຕ່າງປະເທດ ເຂົ້າມາຍັງ ສປປ ລາວ ໂດຍຜ່ານດ່ານກວດກາສັດຕະວະ ແພດ. ການສົ່ງອອກ ສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳສັດ ຫຼື ຜະລິດຕະພັນສັດ ອອກຈາກ ສປປ ລາວ ໄປຍັງຕ່າງປະເທດ ໂດຍຜ່ານດ່ານກວດກາສັດຕະວະ ແພດ. ການສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳສັດ ຫຼື ຜະລິດຕະພັນສັດ ຜ່ານ ສປປ ລາວ ໄປຍັງປະເທດທີ່ສາມ ໂດຍຜ່ານດ່ານກວດກາສັດຕະວະແພດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ