ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ)
土地法(修订版)
Land Law (Revised Edition)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດລະບຽບການຖືຄອງທີ່ດິນ, ຊີ້ແຈງຫຼັກການຄຸ້ມຄອງທີ່ດິນເປັນຊັບພະຍາກອນຂອງຊາດ, ໃຊ້ກັບການນຳໃຊ້, ການຄອງຄອງ ແລະ ການໂອນສິດທີ່ດິນພາຍໃນປະເທດ. ບົດກຳນົດຕ່າງໆກຳນົດລັກສະນະທາງກົດໝາຍຂອງທີ່ດິນ, ສ້າງກອບການກຳນົດສິດຖືຄອງ, ແລະ ຄຸ້ມຄອງການໃຊ້ສິດທີ່ກ່ຽວຂ້ອງ, ເພື່ອຮັບປະກັນການນຳໃຊ້ ແລະ ການປົກປັກຮັກສາຊັບພະຍາກອນທີ່ດິນຢ່າງມີປະສິດທິພາບ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານທີ່ດິນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ຮັບປະກັນການນຳໃຊ້ທີ່ດິນ ຢ່າງປະຫຍັດ, ມີຄຸນຄ່າ ແລະ ຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 (ປັບປຸງ) ທີ່ດິນ
ທີ່ດິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ເນື້ອທີ່ດິນ ຊຶ່ງນອນຢູ່ໃນ ເຂດແດນຂອງ ສປປ ລາວ ປະກອບດ້ວຍ ໜ້າດິນ, ໃຕ້ດິນ, ພື້ນນ້ຳ ແລະ ເຂດແຄມຝັ່ງ.
ມາດຕາ ມາດຕາ 3
ມາດຕາ 3 (ປັບປຸງ) ກຳມະສິດກ່ຽວກັບທີ່ດິນ
ທີ່ດິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຳມະສິດ ຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດ ເປັນຕົວແທນ ໃນການຄຸ້ມຄອງ ແລະ ຈັດສັນ ຢ່າງລວມສູນ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 188 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ