ຂໍ້ຕົກລົງ ວາດ້ວຍມາດຕະຖານການເຂົ້າເຖິງການບໍລິການທາງການເງິນ (ທະນາຄານແຫ່ງ ສປປ ລາວ)

关于金融服务可及性标准的协议(老挝人民民主共和国国家银行)

Agreement on Standards for Accessibility of Financial Services (Bank of the Lao PDR)

ບົດສະຫຼຸບ

ສັນຍາສະບັບນີ້ກຳນົດມາດຕະຖານການເຂົ້າເຖິງການບໍລິການທາງດ້ານການເງິນຂອງບ້ານ, ຕຳບົນຊົນນະບົດ ແລະ ເມືອງໃນທົ່ວປະເທດ ເພື່ອຈັດຕັ້ງປະຕິບັດດຳລັດວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ, ຊຸກຍູ້ການພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.

ມາດຕາ

ມາດຕາ 1

ຈຸດປະສົງ. ຂໍ້ຕົກລົງສະບັບນີ້ ກຳນົດມາດຕະຖານການເຂົ້າເຖິງການບໍລິການທາງດ້ານການເງິນ ໃນຂອບເຂດທົ່ວປະເທດ ສຳລັບບ້ານ, ບ້ານໃຫຍ່ທີ່ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ເມືອງ, ເພື່ອຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ ໃນຂົງເຂດການເງິນ-ທະນາຄານ, ໂດຍມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ.

ມາດຕາ 2

ການເຂົ້າເຖິງການບໍລິການທາງການເງິນ ການເຂົ້າເຖິງການບໍລິການທາງການເງິນ ແມນການທີປະຊາຊົນສາມາດນຳໃຊ້ຜະລິດຕະພັນທາງການເງິນ ໃດຫຶງ ຂອງສະຖາບັນການເງິນ, ກອງທຶນ ຫຼື ນິຕິບຸກຄົນອືນ ທີໃຫ້ບໍລິການທາງການເງິນໃດຫງຶງ ຫຼື ຊ່ອງທາງ ການບໍລິການຂອງສະຖາບັນການເງິນດັ່ງກາວ. ]

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ