ຂໍ້ຕົກລົງ ວ່າດ້ວຍມາດຕະຖານໂຮງງານຂ້າສັດ

关于屠宰厂标准的决定

Decision on Standards for Slaughterhouses

ບົດສະຫຼຸບ

ຄຳຕັດສິນໃຈຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍມາດຕະຖານໂຮງງານຂ້າສັດ, ກຳນົດມາດຕະຖານ ແລະ ເງື່ອນໄຂ ໃນການສ້າງຕັ້ງ ແລະ ດຳເນີນການໂຮງງານຂ້າສັດ, ແບ່ງໂຮງງານຂ້າສັດອອກເປັນ 2 ປະເພດມາດຕະຖານ, ກຳນົດຂໍ້ກຳນົດກ່ຽວກັບສະຖານທີ່ຕັ້ງ, ອາຄານ, ເຄື່ອງຈັກອຸປະກອນ, ຂັ້ນຕອນການຂ້າສັດ, ຜະລິດຕະພັນ, ການເກັບຮັກສາ, ການຂົນສົ່ງ, ອະນາໄມ ແລະ ສິ່ງແວດລ້ອມ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍຕົກລົງສະບັບນີ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບມາດຕະຖານການສ່າງຕັ້ງ ແລະ ການເຄືອນ ໄຫວຂອງໂຮງງ່ານຂ້າສັດ ເພື່ອຄັ້ມ/ຄອງ ແລະ ສົງເສິມໂຮງງານໃຫ້ໄດ່ມາດຕະຖານ ຖືກຕ້ອງຕາມກົດບນາຍ ແລະ ລະບຽບການ ແນໃສ ດັດສົມ, ປັບປຸງ ແລະ ຍົກລະດັບສະມັດຕະພາບການຜະລິດ , ຜະລິດຕະພັນ ມີຄຸນນະພາບ , ໄດ້ ມງາາດດຕະຖານ, ສະອາດ, ມີຄວາມປອດໄພຕໍ່ຜູ້ບໍລິໂພກ ປະກອບສວນສົ່ງເສີມການຜະລິດເປັນສິນຄ້າ ແລະ ຄຳປະກັນ ສະບຽງອາຫານ.

ມາດຕາ 2

ມາດຕະຖານໂຮງງານຂ້າສັດ ມາດຕະຖານໂຮງງານຂ້າສັດ ແມ່ນການກຳນົດຄຸນລັກສະນະທາງດ້ານມາດຕະຖານເຕັກນິກ ຂອງໂຮງງານ ຂ້າສັດ ເປັນຕົ້ນ ທີ່ຕັ້ງໂຮງງານ, ອາຄານ, ເຄື່ອງຈັກ ແລະ ອຸປະກອນ, ຂະບວນການຜະລິດ, ຜະລິດຕະພັນ, ຄວາມ ປອດໄພ, ສຸຂານາໄມ, ສິ່ງແວດລ້ອມ ແລະ ລະບົບການຄຸ້ມຄອງບໍລິຫານ ໂຮງງານ.

ມາດຕາ 3

ຄຳອະທິບາຍຄຳສັບ. ຄວາມໝາຍຂອງຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີດັ່ງນີ້: ໜຶ່ງ, ໂຮງງານຊຳລະ ໝາຍເຖິງ ສະຖານທີ່ ຫຼື ໂຮງງານ ທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນການ ຊຳລະ, ຜ່າ ແລະ ຕັດແຍກ ສ່ວນຕ່າງໆ ຂອງສັດ (ເຊັ່ນ: ງົວ, ຄວາຍ, ໝູ) ເປັນຜະລິດຕະພັນ ແລະ ສາມາດຈຳໜ່າຍເປັນສິນຄ້າໄດ້, ຕາມລະຫັດຈັດປະເພດ ກິດຈະກຳເສດຖະກິດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ISIC) ເລກທີ 1011, 1012 ແລະ 1013; ສອງ, ລະບົບສາຍພານການຜະລິດ ໝາຍເຖິງ ຂະບວນການຜະລິດ ທີ່ດຳເນີນໄປຕາມລຳດັບ, ເລີ່ມຕັ້ງແຕ່ ການນຳສັດເຂົ້າໂຮງງານ, ຜ່ານການຊຳລະ, ຜ່າ ແລະ ຕັດແຍກ ສ່ວນຕ່າງໆ ຂອງສັດ ຈົນກາຍເປັນຜະລິດຕະພັນ; ສາມ, ລະບົບສາຍພານລຳລຽງ ຫຼື ສາຍພານສົ່ງຕໍ່ ໝາຍເຖິງ ລະບົບ ທີ່ລຳລຽງ ສ່ວນຕ່າງໆ ຂອງສັດ ຢ່າງຕໍ່ເນື່ອງ ຈາກຂັ້ນຕອນໜຶ່ງ ໄປຫາອີກຂັ້ນຕອນໜຶ່ງ ພາຍໃນໂຮງງານ; ສີ່, ການຜ່າ ແລະ ຕັດແຍກ ສ່ວນຕ່າງໆ ຂອງສັດ ໝາຍເຖິງ ການຕັດແຍກ ຊິ້ນສ່ວນໃຫຍ່ ອອກເປັນຊິ້ນສ່ວນນ້ອຍ ຕາມຄວາມຕ້ອງການຂອງຕະຫຼາດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ