ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ
关于加工工业及手工业工厂分级管理的决定
Decision on the Classification and Management of Processing Industry and Handicraft Factories
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຈັດລະດັບການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ແບ່ງການຄຸ້ມຄອງອອກເປັນ 3 ຂັ້ນ: ສູນກາງ, ແຂວງ ແລະ ເມືອງ, ແລະ ກຳນົດສິດ ແລະ ໜ້າທີ່ຂອງກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ກຳນົດສິດ ແລະ ໜ້າທີ່ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ກວດກາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເພື່ອອອກໃບອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນດຳເນີນກິດຈະການ, ຕໍ່ອາຍຸ ແລະ ຂະຫຍາຍໂຮງງານ, ໃບອະນຸຍາດດຳເນີນທຸລະກິດກ່ຽວກັບເຄມີ, ການຂຶ້ນທະບຽນບັນຊີເຄມີ ແລະ ໃບຢັ້ງຢືນ ແຜນການຕິດຕັ້ງລະບົບບຳບັດ ແລະ ປ່ອຍສິ່ງເສດເຫຼືອ ລວມທັງການຕິດຕາມ ແລະ ກວດກາມາດຕະຖານເຕັກນິກ, ວັດຖຸດິບ, ຜະລິດຕະພັນ, ຄວາມປອດໄພ ແລະ ສຸຂານາໄມ, ສິ່ງແວດລ້ອມ, ເຄມີ ແລະ ສະພາບການດຳເນີນກິດຈະການ ຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໃນຂອບເຂດທົ່ວປະເທດ.
ມາດຕາ 2
ການແບ່ງຂັ້ນຄຸ້ມຄອງ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ການແບ່ງຂັ້ນຄຸ້ມຄອງ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະກອບມີ 3 ຂັ້ນ ດັ່ງນີ້: 1. ຂັ້ນສູນກາງ ແມ່ນ ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນຜູ້ຮັບຜິດຊອບໂດຍກົງ ທັງເປັນເຈົ້າການປະສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຕາມພາລະ ບົດບາດຂອງຕົນ ໃນຂອບເຂດທົ່ວປະເທດ; 2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຮັບຜິດຊອບ ໂດຍກົງ ທັງເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງໂຮງງານອຸດສາຫະກຳ ປຸງ ແຕ່ງ ແລະ ຫັດຖະກຳ ຕາມພາລະບົດບາດຂອງຕົນ ໃນຂອບເຂດແຂວງ, ນະຄອນຫຼວງວຽງຈັນ; 3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ເປັນຜູ້ຮັບຜິດຊອບໂດຍກົງ ທັງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດ ຖະກຳ ຕາມພາລະບົດບາດຂອງຕົນ ໃນຂອບເຂດເມືອງ, ນະຄອນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ