合同履约担保法(修订版)
ກົດໝາຍວ່າດ້ວຍ ການຄໍ້າປະກັນ ການປະຕິບັດສັນຍາ ( ສະບັບປັບປຸງ )
The brown guaranteed performance contracts Law ( Amended )
简介
【合同履约担保法(修订版)老挝语正文40条 + 中文全译完成,待律师终审】 来源:老挝官方公报 laoofficialgazette.gov.la。
Summary
Contract Performance Guarantee Law (Revised): Lao text 40 articles + complete Chinese translation, pending lawyer review. Source: Lao Official Gazette laoofficialgazette.gov.la.
ບົດສະຫຼຸບ
ກົດໝາຍວ່າດ້ວຍການຄ້ຳປະກັນການປະຕິບັດສັນຍາ (ສະບັບປັບປຸງ) ຂໍ້ຄວາມພາສາລາວ 40 ມາດຕາ ພ້ອມຄຳແປພາສາຈີນຄົບຖ້ວນ, ລໍຖ້າການກວດສອບຈາກທະນາຍຄວາມ. ແຫຼ່ງທີ່ມາ: ເວັບໄຊທ໌ລາຊະການທາງການຂອງລາວ laoofficialgazette.gov.la.
条文
第ມາດຕາ 1条
(本法目的)合同履约担保法规定保障合同履行的原则、规则和措施,发展人民生活中的财产关系,促进生产和经营,为经济发展作出贡献,使社会安宁公正。
ພາສາລາວ (老挝语原文)
ມາດຕາ 1.
ຈຸດປະສົງຂອງກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາ
ກົດໝາຍວ່າດ້ວຍ ການຄໍ້າປະກັນການປະຕິບັດສັນຍາ ກຳນົດຫລັກການ, ລະບຽບການ ແລະ
ມາດຕະການເພື່ອຮັບປະກັນການປະຕິບັດສັນຍາ, ເສີມຂະຫຍາຍສາຍພົວພັນທາງດ້ານຊັບສິນ ໃນການ
ດຳລົງຊີວິດຂອງປະຊາຊົນ,
ຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດ,
ປະກອບສ່ວນເຂົ້າໃນ
ການພັດທະນາເສດຖະກິດ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ.
第ມາດຕາ 2条
(担保)担保,是指对法律或合同所定义务履行的保证。
ພາສາລາວ (老挝语原文)
ມາດຕາ 2.
ການຄໍ້າປະກັນ
ການຄໍ້າປະກັນ ແມ່ນການຮັບປະກັນການປະຕິບັດພັນທະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ຫລື
ສັນຍາ.
第ມາດຕາ 3条
(担保的类型)担保有两类:法定担保;约定担保。
ພາສາລາວ (老挝语原文)
ມາດຕາ 3.
ປະເພດການຄໍ້າປະກັນ
ການຄໍ້າປະກັນມີ ສອງ ປະເພດຄື:
- ການຄໍ້າປະກັນຕາມກົດໝາຍ;
- ການຄໍ້າປະກັນຕາມສັນຍາ.
3
第ມາດຕາ 4条
(法定担保)法定担保,是指基于人道及国家整体利益、对法律所定债务或其他义务的清偿保证,如按《劳动法》支付工资、薪金或其他利益,缴纳税费及为保障国家利益的其他支付,不包括因国家与个人或其他组织之间合同所生债务或其他利益。
ພາສາລາວ (老挝语原文)
ມາດຕາ 4.
ການຄໍ້າປະກັນຕາມກົດໝາຍ
ການຄໍ້າປະກັນຕາມກົດໝາຍ ແມ່ນການຮັບປະກັນການໃຊ້ແທນໜີ້ສິນ ຫລື ພັນທະອື່ນທີ່ໄດ້ກຳ
ນົດໄວ້ໃນກົດໝາຍ ໂດຍອີງໃສ່ເຫດຜົນທາງດ້ານມະນຸດສະທຳ ແລະ ທາງດ້ານຜົນປະໂຫຍດລວມຂອງ
ຊາດເຊັ່ນ: ການຈ່າຍຄ່າແຮງງານ, ເງິນເດືອນ ຫລື ຜົນປະໂຫຍດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດ
ໝາຍແຮງງານ, ການເສັຍພາສີ-ອາກອນ ແລະ ການຈ່າຍອື່ນໆ ເພື່ອຮັບປະກັນຜົນປະໂຫຍດ ຂອງຊາດ
ຊຶ່ງບໍ່ກວມເອົາໜີ້ສິນ ຫລື ຜົນປະໂຫຍດອື່ນໆ ທີ່ເກີດຈາກສັນຍາລະຫວ່າງ ລັດກັບບຸກຄົນ ຫລື ການຈັດ
ຕັ້ງອື່ນໆ.
第ມາດຕາ 5条
(约定担保)约定担保,是指债权人与债务人之间关于债务清偿的约定保证,或在债务人不履行合同时由某一自然人或法人代为清偿债务的约定。约定担保有两种:以财产的约定担保;以自然人或法人的约定担保。以财产的约定担保,是指债权人与债务人之间的约定,债务人将财产或财产权证交由债权人或受托第三人占有,或在担保合同中明确指定该财产;该债权人就该财产享有优先受偿权。以自然人或法人的约定担保,是指某一自然人或法人约定在债务人不自行清偿债务或不履行其他义务时,代债务人清偿债务或履行其他义务的合同。
ພາສາລາວ (老挝语原文)
ມາດຕາ 5.
ການຄໍ້າປະກັນຕາມສັນຍາ
ການຄໍ້າປະກັນຕາມສັນຍາ ແມ່ນການຕົກລົງຮັບປະກັນການໃຊ້ແທນໜີ້ສິນ ລະຫວ່າງ ເຈົ້າໜີ້
ກັບລູກໜີ້ ຫລື ການຕົກລົງ ໃຊ້ໜີ້ສິນແທນລູກໜີ້ ໂດຍບຸກຄົນ ຫລື ນິຕິບຸກຄົນໃດໜຶ່ງ ໃນກໍລະນີທີ່
ລູກໜີ້ຫາກບໍ່ປະຕິບັດສັນຍາ.
ການຄໍ້າປະກັນຕາມສັນຍາມີສອງຢ່າງຄື:
- ການຄໍ້າປະກັນຕາມສັນຍາດ້ວຍຊັບ;
- ການຄໍ້າປະກັນຕາມສັນຍາດ້ວຍບຸກຄົນ ຫລື ນິຕິບຸກຄົນ.
ການຄໍ້າປະກັນຕາມສັນຍາດ້ວຍຊັບ ແມ່ນການຕົກລົງ ລະຫວ່າງ ເຈົ້າໜີ້ກັບລູກໜີ້ ຊຶ່ງລູກໜີ້
ໄດ້ເອົາຊັບ ຫລື ເອກະສານຢັ້ງຢືນຊັບ ໄປໄວ້ໃນການຄອບຄອງຂອງເຈົ້າໜີ້ ຫລື ໄວ້ນຳບຸກຄົນອື່ນ ທີ່
ໄດ້ຮັບມອບໝາຍ ຫລື ຊັບດັ່ງກ່າວໄດ້ມີການກຳນົດໄວ້ຢ່າງຈະແຈ້ງຢູ່ໃນສັນຍາຄໍ້າປະກັນ; ເຈົ້າໜີ້ດັ່ງກ່າວ
ມີບຸລິມະສິດໃນການໄດ້ຮັບການໃຊ້ແທນໜີ້ສິນດ້ວຍຊັບນັ້ນ.
ການຄໍ້າປະກັນຕາມສັນຍາດ້ວຍບຸກຄົນ ຫລື ນິຕິບຸກຄົນ ແມ່ນສັນຍາຊຶ່ງບຸກຄົນ ຫລື ນິຕິບຸກຄົນ
ໃດໜຶ່ງໄດ້ຕົກລົງໃຊ້ແທນໜີ້ສິນ ຫລື ປະຕິບັດພັນທະອື່ນຕາງລູກໜີ້ ໃນກໍລະນີທີ່ລູກໜີ້ຫາກບໍ່ໃຊ້
ແທນໜີ້ສິນ ຫລື ບໍ່ປະຕິບັດພັນທະອື່ນດ້ວຍຕົນເອງ.
第ມາດຕາ 6条
(担保合同的形式、内容和条件)订立担保合同,依《合同之债法》所定一般合同的形式、内容和条件。担保合同可与借贷合同同时订立,也可于其后订立;可与借贷合同记载于同一文件,也可单独订立为一份合同。
ພາສາລາວ (老挝语原文)
ມາດຕາ 6. ຮູບການ, ເນື້ອໃນ ແລະເງື່ອນໄຂຂອງສັນຍາຄໍ້າປະກັນ
ການເຮັດສັນຍາຄໍ້າປະກັນ ໃຫ້ອີງໃສ່ຮູບການ, ເນື້ອໃນ ແລະ ເງື່ອນໄຂຂອງສັນຍາ ທົ່ວໄປ ຊຶ່ງ
ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ. ສັນຍາຄໍ້າປະກັນອາດຈະເຮັດພ້ອມກັນກັບ ສັນຍາ
ກູ້ຢືມ ຫລື ເຮັດລຸນຫລັງກໍໄດ້. ສັນຍາຄໍ້າປະກັນອາດຈະເຮັດໃສ່ເອກະສານ ດຽວກັນກັບສັນຍາກູ້ຢືມ ຫລື
ເຮັດເປັນສັນຍາໜຶ່ງຕ່າງຫາກກໍໄດ້.
第ມາດຕາ 7条
(担保的优先顺序)以担保清偿债务按下列优先顺序:法定担保;约定担保。上述优先权仅在债务人不清偿债务、不履行其义务或被法院判决破产时适用。
ພາສາລາວ (老挝语原文)
ມາດຕາ 7.
ລຳດັບບຸລິມະສິດຂອງການຄໍ້າປະກັນ
ການໃຊ້ແທນໜີ້ສິນດ້ວຍການຄໍ້າປະກັນ ໃຫ້ປະຕິບັດຕາມລຳດັບບຸລິມະສິດດັ່ງນີ້ :
- ການຄໍ້າປະກັນຕາມກົດໝາຍ;
- ການຄໍ້າປະກັນຕາມສັນຍາ.
4
ບຸລິມະສິດທີ່ກ່າວມາເທິງນີ້ ຈະຖືກນຳໃຊ້ກໍຕໍ່ເມື່ອລູກໜີ້ຫາກບໍ່ໃຊ້ແທນໜີ້ສິນ, ບໍ່ປະຕິບັດພັນທະ
ຂອງຕົນ ຫລື ຖືກສານຕັດສິນໃຫ້ລົ້ມລະລາຍ.
第ມາດຕາ 8条
(约定担保的形式)约定担保有三种形式:以动产担保;以不动产担保;以他自然人或法人担保。
ພາສາລາວ (老挝语原文)
ມາດຕາ 8.
ຮູບແບບການຄໍ້າປະກັນຕາມສັນຍາ
ການຄໍ້າປະກັນຕາມສັນຍາມີ ສາມ ຮູບແບບດັ່ງນີ້ :
- ການຄໍ້າປະກັນດ້ວຍສັງຫາລິມະຊັບ;
- ການຄໍ້າປະກັນດ້ວຍອະສັງຫາລິມະຊັບ;
- ການຄໍ້າປະກັນດ້ວຍບຸກຄົນ ຫລື ນິຕິບຸກຄົນອື່ນ.
第ມາດຕາ 9条
(国有企业的担保权)依法正确登记的国有企业或国有混合企业,可依法律法规以其财产作为担保物。其中土地,国有企业或国有混合企业经董事会同意,可用于担保,但使用权以政府许可的期限范围为限。政府负责制定国有企业或国有混合企业以财产作为担保物的细则。
ພາສາລາວ (老挝语原文)
ມາດຕາ 9.
ສິດໃນການຄໍ້າປະກັນໂດຍວິສາຫະກິດຂອງລັດ
ລັດວິສາຫະກິດ
ຫລື
ລັດວິສາຫະກິດປະສົມ
ທີ່ໄດ້ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ
ສາມາດເອົາຊັບສິນຂອງຕົນ ໄປເປັນຫຼັກຊັບຄໍ້າປະກັນໄດ້ຕາມລະບຽບກົດໝາຍ.
ສຳລັບທີ່ດິນນັ້ນ ລັດວິສາຫະກິດ ຫລື ລັດວິສາຫະກິດປະສົມ, ໂດຍໄດ້ຮັບຄວາມເຫັນດີຈາກ ສະພາ
ບໍລິຫານ, ສາມາດນຳໄປຄໍ້າປະກັນໄດ້ ແຕ່ສິດໃຊ້ໃນຂອບເຂດກຳນົດເວລາ ຕາມການອະນຸຍາດຂອງລັດຖະ
ບານ.
ລັດຖະບານເປັນຜູ້ອອກລະບຽບການລະອຽດ ກ່ຽວກັບການເອົາຊັບສິນ ຂອງລັດວິສາຫະກິດ ຫລື
ລັດວິສາຫະກິດປະສົມ ໄປເປັນຫລັກຊັບຄໍ້າປະກັນ.
¹´¸©êó II
ການຄໍ້າປະກັນດ້ວຍສັງຫາລິມະຊັບ
第ມາດຕາ 10条
(以动产担保)以动产担保,又称质押,是指以可移动的财产保证债务清偿或其他义务的履行。
ພາສາລາວ (老挝语原文)
ມາດຕາ 10. ການຄໍ້າປະກັນດ້ວຍສັງຫາລິມະຊັບ
ການຄໍ້າປະກັນດ້ວຍສັງຫາລິມະຊັບ ຊຶ່ງເອີ້ນວ່າການຊວດຈຳ ແມ່ນການຮັບປະກັນການໃຊ້ແທນ
ໜີ້ສິນ ຫລື ການປະຕິບັດພັນທະອື່ນ ດ້ວຍຊັບທີ່ສາມາດເຄື່ອນຍ້າຍໄດ້.
第ມາດຕາ 11条
(质押的类型)质押有五种主要类型:以实物质押;以单证质押,如所有权证、股票、债券股、债券;以仓储商品质押;以无形资产质押,如公司股份、知识产权、银行存款、合同权利、收取财物或物品的权利、许可、认证或某项经营权;以将来确定发生的项目或业务的资产或收益质押。
ພາສາລາວ (老挝语原文)
ມາດຕາ 11. ປະເພດການຊວດຈຳ
ການຊວດຈຳມີ ຫ້າ ປະເພດຕົ້ນຕໍດັ່ງນີ້:
- ການຊວດຈຳດ້ວຍວັດຖຸສິ່ງຂອງ;
- ການຊວດຈຳດ້ວຍເອກະສານເຊັ່ນ: ເອກະສານຢັ້ງຢືນກຳມະສິດ, ໃບຮຸ້ນ, ໃບຮຸ້ນກູ້, ພັນ
ທະບັດ;
- ການຊວດຈຳດ້ວຍສິນຄ້າໃນສາງ;
- ການຊວດຈຳດ້ວຍຊັບສິນທີ່ບໍ່ມີຕົວຕົນເຊັ່ນ: ຮຸ້ນໃນບໍລິສັດ, ຊັບສິນທາງປັນຍາ, ເງິນຝາກ
5
ທະນາຄານ, ສິດຕາມສັນຍາ, ສິດໃນການຮັບຊັບສິນ ຫລື ວັດຖຸສິ່ງຂອງ, ການອະນຸຍາດ,
ການຮັບຮອງ ຫລື ສິດໃນການດຳເນີນທຸລະກິດໃດໜຶ່ງ;
- ການຊວດຈຳດ້ວຍຊັບສິນ ຫລື ໝາກຜົນຂອງໂຄງການ ຫລື ກິດຈະການໃດໜຶ່ງ ທີ່ຮັບ
ປະກັນວ່າຈະເກີດຂຶ້ນຢ່າງແນ່ນອນໃນອະນາຄົດ.
第ມາດຕາ 12条
(实物质押)实物质押,是指债务人将其物品交由债权人或受托第三人占有、或在质押合同中明确指定该物品以保证债务或其他义务清偿,但债务人仍占有该物品的合同。
ພາສາລາວ (老挝语原文)
ມາດຕາ 12. ການຊວດຈຳດ້ວຍວັດຖຸສິ່ງຂອງ
ການຊວດຈຳດ້ວຍວັດຖຸສິ່ງຂອງ ແມ່ນສັນຍາຊຶ່ງລູກໜີ້ໄດ້ເອົາວັດຖຸສິ່ງຂອງ ຂອງຕົນໄວ້ໃນການ
ຄອບຄອງຂອງເຈົ້າໜີ້ ຫລື ໄວ້ນຳຄົນອື່ນທີ່ໄດ້ຮັບມອບໝາຍ ຫລື ໃນເມື່ອລູກໜີ້ໄດ້ກຳນົດວັດຖຸສິ່ງ
ຂອງດັ່ງກ່າວຢ່າງຈະແຈ້ງໃນສັນຍາຊວດຈຳ ເພື່ອຮັບປະກັນການໃຊ້ແທນໜີ້ສິນ ຫລື ພັນທະອື່ນ ແຕ່ລູກ
ໜີ້ຍັງເປັນຜູ້ຄອບຄອງວັດຖຸສິ່ງຂອງດັ່ງກ່າວຢູ່.
本页展示前 12 条,全文共 40 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读