ກົດໝາຍວ່າດ້ວຍ ກະສິກຳ
农业法
Agriculture Law
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຄຳນິຍາມພື້ນຖານ ແລະ ຂອບເຂດຂອງກະສິກຳ, ຊີ້ແຈງບົດບາດໜ້າທີ່ຂອງກະສິກຳໃນເສດຖະກິດຂອງຊາດ, ແລະ ສ້າງຕັ້ງທິດທາງ ແລະ ຫຼັກການລວມໃນການສົ່ງເສີມການພັດທະນາການຜະລິດກະສິກຳ.
ມາດຕາ
ມາດຕາ Article 1
ມາດຕາ 1. ໜ້າທີ່ຂອງກົດໝາຍ
ກົດໝາຍວ່າດ້ວຍກະສິກຳ ມີໜ້າທີ່ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງການຜະລິດກະສິກຳ ຊຶ່ງເປັນພື້ນຖານຂອງເສດຖະກິດແຫ່ງຊາດ, ລວມທັງການຄຸ້ມຄອງ ແລະ ການປົກປັກຮັກສາ ການເຄື່ອນໄຫວ ແລະ ການຜະລິດກະສິກຳ ໂດຍແນໃສ່: ຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍ ການຜະລິດກະສິກຳ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ສ້າງເງື່ອນໄຂທີ່ສະດວກ ໃຫ້ແກ່ການຜະລິດກະສິກຳ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວສູ່ຄວາມທັນສະໄໝ.
ມາດຕາ Article 2
ມາດຕາ 2. ກະສິກຳ
ກະສິກຳ ໝາຍເຖິງ ການປູກຝັງ, ການລ້ຽງສັດ ແລະ ການປະມົງ ເພື່ອການບໍລິໂພກ ແລະ ການຜະລິດສະບຽງອາຫານ ໃຫ້ແກ່ປະຊາຊົນ, ວັດຖຸດິບ ສະໜອງໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ສິນຄ້າ ເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.
ມາດຕາ Article 3
ມາດຕາ 3. ການສົ່ງເສີມການຜະລິດກະສິກຳ
ລັດ ຊຸກຍູ້ ແລະ ສົ່ງເສີມ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນ ໃນການຜະລິດກະສິກຳ ຢ່າງກວ້າງຂວາງ ແລະ ທັນສະໄໝ ເທື່ອລະກ້າວ ເພື່ອຜະລິດສະບຽງອາຫານ, ສິນຄ້າ ແລະ ວັດຖຸດິບ ສະໜອງໃຫ້ໂຮງງານປຸງແຕ່ງພາຍໃນ ແລະ ການສົ່ງອອກ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 85 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ