ຂໍ້ຕົກລົງ ວ່າດ້ວຍເປົ້າໝາຍສ້າງນະຄອນຫຼວງວຽງຈັນສະຫງົບສຸກ ໃນໄລຍະໃໝ່ (ສ. ສະຫງົບສຸກ) (ເລກທີ 1318/ຈນວ)
关于新时期建设万象市平安城(简称'平安城')目标的决定(第1318/ຈນວ号)
Decision on the Goal of Building a Safe City in Vientiane (Abbreviated as 'Safe City') in the New Era (No. 1318/JNV)
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ ກຳນົດ 5 ພື້ນຖານ ແລະ ຕົວຊີ້ວັດ ຂອງການສ້າງນະຄອນຫຼວງວຽງຈັນໃຫ້ເປັນ 'ນະຄອນແຫ່ງສັນຕິພາບ' ໃນໄລຍະໃໝ່, ກຳນົດແຜນການເຮັດວຽກຮອດປີ 2020, ແລະ ກຳນົດໜ້າທີ່ ແລະ ມາດຕະການຈັດຕັ້ງປະຕິບັດຂອງອົງການປົກຄອງທຸກຂັ້ນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດເປົ້າໜາຍ, ຕົວຊີ້ວັດ ແລະ ແຜນວຽກ ການສ້າງນະຄອນຫຼວງວຽງຈັນ ສະຫງົບສຸກ ເພື່ອແນໃສ່ສ້າງຕົວເມືອງວຽງຈັນ ໃຫ້ເປັນເມືອງຢູ່ງ່າຍ ແລະ ຍືນຍົງວັດທະນາ ຕາມວິໄສທັດ ແລະ ຍຸດທະສາດການ ພັດທະນາ ນະຄອນຫຼວງວຽງຈັນ ໃນໄລຍະໃໝ່, ປະກອບສ່ວນຈັດຕັ້ງປະຕິບັດນະໂຍບາຍ ສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ ແລະ ນະໂຍບາຍປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງປະຊາຊົນ, ພົນລະເຮືອນ, ຊັ້ນຄົນ ທົ່ວໄປເຂົ້າໃຈແບບງ່າຍດາຍ ແລະ ເປັນພື້ນຖານແລກປ່ຽນບົດຮຽນກັບນະຄອນເພື່ອນມິດ.
ມາດຕາ 2
ນິຍາມ ນະຄອນສະຫງົບສຸກ ແມ່ນຕົວເມືອງທີ່ມີຄວາມຢູ່ເຢັນເປັນສຸກ, ພົນລະເມືອງບໍ່ເດືອດຮ້ອນ, ບໍ່ກັງວົນເຖິງ ຄວາມປອດໄພຂອງຊີວິດ, ຊັບສິນ ແລະ ເປັນນະຄອນທີ່ປະຊາຊົນເປັນເຈົ້າຕົນເອງສູງ, ສາມາດປົກປັກຮັກສາຄວາມ ສະຫງົບ ຄວາມເປັນລະບຽບຮຽບຮ້ອຍເອົາເອງໄດ້ ແລະ ນຳໃຊ້ງົບປະມານຂອງລັດເຂົ້າໃນວຽກງານປ້ອງກັນຕຳ. 1 ການສ້າງນະຄອນຫຼວງວຽງຈັນສະຫງົບສຸກ ແມ່ນການຈັດຕັ້ງຜັນຂະຫຍາຍໂດຍກົງ ນະໂຍບາຍ 3 ສ້າງ ຂອງ ພັກ ແລະ ລັດຖະບານ, ເພື່ອປະຕິບັດກົດໝາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບ , ຊຶ່ງ "ຄວາມສະຫງົບສຸກ” ແມ່ນປັດໄຈພື້ນຖານ ຂອງນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍເປົ້າໝາຍ ສ້າງນະຄອນຫຼວງວຽງຈັນສະຫງົບສຸກ ໃນໄລຍະໃໝ່ (ສ. ສະຫງົບສຸກ).
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ