ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ
关于建设与管理动物园、野生动物养殖场、野生动植物康复繁育中心及野生植物园的协议
Agreement on the Establishment and Management of Zoos, Wildlife Breeding Farms, Wildlife Rehabilitation and Breeding Centers, and Botanical Gardens
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການກໍ່ສ້າງ, ການຄຸ້ມຄອງ, ການຕິດຕາມ ແລະ ກວດກາ ສວນສັດ, ຟາມລ້ຽງສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ພືດປ່າ, ແລະ ສວນພືດປ່າ, ກຳນົດການອະນຸມັດ, ການຂຶ້ນທະບຽນ, ການເຄື່ອນຍ້າຍ, ການນຳເຂົ້າ-ສົ່ງອອກ, ສິດ ແລະ ໜ້າທີ່ຂອງຜູ້ກ່ຽວຂ້ອງ, ຂໍ້ຫ້າມ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາ, ແລະ ມາດຕະການຕໍ່ຜູ້ລະເມີດ, ເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ເຊັ່ນ CITES.
ມາດຕາ
ມາດຕາ 1
ຂ ການຂຶ້ນທະບຽນ ແລະ ແຈ້ງບັນຊີ ຊະນິດສັດປ່າ ແລະ ພືດປ່າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດສ້າງຕັ້ງ ສວນສັດປ່າ, ຟາມສັດປ່າ, ສູນພື້ນ ຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຕ້ອງໄດ້ລາຍງານ ແລະ ແຈ້ງບັນຊີການປ່ຽນແປງ ຈຳນວນ ແລະ ຊະນິດພັນຂອງສັດປ່າ ແລະ ພືດປ່າ ໃນແຕ່ລະປີ ພ້ອມທັງ ຂຶ້ນທະບຽນ ນຳຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ທີ່ກ່ຽວຂ້ອງ.
ມາດຕາ 2
ການກໍ່ສ້າງສວນສັດ. ການກໍ່ສ້າງສວນສັດ ໝາຍເຖິງ ການດຳເນີນທຸລະກິດລ້ຽງ ແລະ ຂະຫຍາຍພັນສັດປ່າ, ເພື່ອຮັບໃຊ້ການທ່ອງທ່ຽວ, ການສະແດງສັດ ແລະ ການແລກປ່ຽນວັດທະນະທຳ, ໂດຍມີຈຸດປະສົງເພື່ອເຜີຍແຜ່ ແລະ ປູກຝັງໃຫ້ປະຊາຊົນ ໂດຍສະເພາະເຍົາວະຊົນ ຮູ້ຈັກປົກປ້ອງ ແລະ ອະນຸລັກສັດປ່າໃນທຳມະຊາດຢ່າງຕັ້ງໃຈ.
ມາດຕາ 3
ການສ້າງຟາມສັດປ່າ ແລະ ສວນພືດປ່າ ການສ້າງຟາມສັດປ່າ ແລະ ສວນພືດປ່າ ແມ່ນການດຳເນີນທຸລະກິດ ກ່ຽວກັບການລ້ຽງ, ການປູກ ແລະ ຂະຫຍາຍພັນ ສັດປ່າ ແລະ ພືດປ່າ ເພື່ອສະໜອງການບໍລິໂພກ ແລະ ອຸປະໂພກ ໃຫ້ແກ່ສັງຄົມ ແລະ ເປັນສິນຄ້າຈຳໜ່າຍ ທັງພາຍໃນ ແລະ ຕ່າງປະເທດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ