ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການປຸກສ້າງ ໃນຂອບເຂດຕົວເມືອງ ຂອງນະຄອນໄກສອນພົມວິຫານ ແລະ ຕົວເມືອງຂອງເມືອງຕ່າງໆ ພາຍໃນແຂວງສະຫວັນນະເຂດ

关于沙湾拿吉省凯山丰威汉市及省内各市镇城区建设管理的协议

Agreement on Urban Construction Management in Kaysone Phomvihane City and Other Municipalities of Savannakhet Province

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງການກໍ່ສ້າງ, ສ້ອມແປງ, ຮື້ຖອນ ແລະ ກິດຈະກຳອື່ນໆ ໃນເຂດຕົວເມືອງຂອງນະຄອນໄກສອນ ພົມວິຫານ ແລະ ເທດສະບານຕ່າງໆ ໃນແຂວງສະຫວັນນະເຂດ, ລະບຸຂັ້ນຕອນການອະນຸມັດ ແລະ ອອກໃບຢັ້ງຢືນ ເພື່ອຮັບປະກັນວ່າການກໍ່ສ້າງສອດຄ່ອງກັບຜັງເມືອງ ແລະ ຮັກສາຄວາມສວຍງາມ, ເປັນລະບຽບ, ມີເອກະລັກ ແລະ ຍືນຍົງ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານການກໍ່ສ້າງເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແນໃສ່ເຮັດ ໃຫ້ການຄົ້ນຄວ້າພິຈາລະນາອອກອະນຸຍາດ ແລະ ຢັ້ງຢືນຄວາມຖືກຕ້ອງຂອງການກໍ່ສ້າງ ພາຍໃນຂອບເຂດ ຕົວເມືອງຂອງນະຄອນໄກສອນພົມວິຫານ ແລະ ຕົວເມືອງຂອງເມືອງຕ່າງໆ ພາຍໃນແຂວງສະຫວັນນະເຂດ ໃຫ້ມີຄວາມສະດວກ, ວ່ອງໄວ, ສອດຄ່ອງກັບແຜນຜັງຕົວເມືອງ ແລະ ຮັບປະກັນໃຫ້ຕົວເມືອງມີຄວາມເປັນ ລະບຽບຮຽບຮ້ອຍສວຍງາມ , ມີເອກະລັກ, ຢູ່ດີ ແລະ ຍືນຍົງ.

ມາດຕາ 2

ການຄຸ້ມຄອງການປຸກສ້າງ ການຄຸ້ມຄອງການປຸກສ້າງ ແມ່ນການເຄື່ອນໄຫວສຳຫຼວດເກັບກຳຂໍ້ມູນ ເພື່ອການອະນຸຍາດ ຫຼື ບໍ່ ອະນຸຍາດຕໍ່ສິ່ງປຸກສ້າງທຸກປະເພດ, ຕິດຕາມກວດກາ, ການຄວບຄຸມ ແລະ ແນະນຳ ການຈັດຕັ້ງປະຕິບັດ ການປຸກສ້າງ, ການກໍ່ສ້າງ, ສ້ອມແປງ, ຮື້ຖອນ ແລະ ການທັບມ້າງທັງຫົດຂອງອາຄານເພື່ອກໍ່ສ້າງຄືນໃໝ່ ໃຫ້ດຳເນີນໄປຢ່າງຖືກຕ້ອງ ສອດຄ່ອງຕາມແຜນຜັ້ງເມືອງ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ.

ມາດຕາ 3

ຂອງຂໍ້ຕົກລົງສະບັບນີ້; 2. ການສ້ອມແປງ ປະກອບດ້ວຍ: ການສ້ອມແປງໃຫຍ່, ການດັດແປງໂຄງສ້າງ, ການປ່ຽນແປງຮູບຊົ່ງ ພາຍນອກ, ການຕໍ່ເຕີມ, ການທັບມ້າງ, ການຮື້ ຖອນ, ການເຄື່ອນຍ້າຍ ແລະ ການປ່ຽນແປງການນຳໃຊ້ ບັນດາສິ່ງປູກສ້າງຕ່າງໆ; 3. ການຊຸດດິນ ຫຼື ຖົມດິນ ປະກອບດ້ວຍ: ການຂຸດ ຫຼື ການຖົມດິນເພື່ອກິດຈະການປູກສ້າງ ແລະ ກິດຈະການອື່ນໆ; 4. ການຕິດຕັ້ງປະກອບດ້ວຍ: ການຕິດຕັ້ງເສົາໄຟຟ້າ, ເສົາໂທລະສັບ, ທໍ່ນຳປະປາ, ເສົາອາກາດ, ປ້າຍ ໂຄສະນາ ແລະ ອື່ນໆ,

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ