ດຳລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ

关于劳动安全与劳动健康的法令

Decree on Occupational Safety and Occupational Health

ບົດສະຫຼຸບ

ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານ, ກຳນົດສິດ ແລະ ໜ້າທີ່ຂອງຜູ້ອອກແຮງງານ ແລະ ນາຍຈ້າງ, ການປ້ອງກັນ ແລະ ຄວບຄຸມປັດໄຈອັນຕະລາຍ, ການປ້ອງກັນ ແລະ ຊ່ວຍເຫຼືອການບາດເຈັບ ແລະ ພະຍາດອາຊີບ, ສູນຄວາມປອດໄພ ແລະ ສຸຂະພາບແຫ່ງຊາດ ແລະ ໜ່ວຍງານບໍລິການ, ລາຍຮັບ, ຂໍ້ຫ້າມ, ຄະນະກຳມະການຄວາມປອດໄພ ແລະ ສຸຂະພາບ, ອົງການໄຕພາກສ່ວນ, ການກວດກາ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ. ກົດໝາຍສະບັບນີ້ ມີຜົນບັງຄັບໃຊ້ ພາຍຫຼັງ 15 ວັນ ນັບແຕ່ມື້ລົງນາມ ແລະ ລົງພິມໃນຈົດໝາຍເຫດຂອງລັດຖະບານ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອປ້ອງກັນບໍ່ໃຫ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ທີ່ອາດຈະເກີດຂຶ້ນ, ສ້າງສະພາບແວດລ້ອມທີ່ດີ, ບໍ່ມີຄວາມສ່ຽງຕໍ່ສຸຂະພາບ, ສົ່ງເສີມວຽກງານທີ່ມີຄຸນຄ່າ, ເປັນທຳ ແລະ ຍົກສູງຄຸນນະພາບການຜະລິດ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ໃຫ້ນັບມື້ດີຂຶ້ນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການສົ່ງເສີມການລົງທຶນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2

ຄວາມປອດໄພ ແລະ ສຸຂະພາບແຮງງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແມ່ນກິດຈະກຳຮ່ວມລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໃນການຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ໃນສະຖານທີ່ເຮັດວຽກ ຊຶ່ງລວມມີ ການປະເມີນ ຄວາມສ່ຽງດ້ານສະພາບແວດລ້ອມ ຂອງການເຮັດວຽກ, ມາດຕະການທີ່ເໝາະສົມ ເພື່ອຫຼຸດຜ່ອນໄພອັນຕະລາຍ ແລະ ຄວາມສ່ຽງ, ວິທີປ້ອງກັນອຸປະຕິເຫດແຮງງານ, ປ້ອງກັນການບາດເຈັບ ແລະ ປ້ອງກັນບໍ່ໃຫ້ເກີດພະຍາດອາຊີບ ແລະ ການສ້າງໃຫ້ເປັນວັດທະນາທຳຄວາມປອດໄພ ໃນສະຖານທີ່ເຮັດວຽກເທື່ອລະກ້າວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 73 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ