ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ
关于实施《国家资金采购法》的指导意见
Guiding Opinion on the Implementation of the Law on State Procurement of Goods
ບົດສະຫຼຸບ
ກະຊວງການເງິນ (ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ເປັນຜູ້ອອກ) ໄດ້ອອກຄຳແນະນຳ ກຳນົດລາຍລະອຽດການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ (ສະບັບເລກທີ 30/ສພຊ, ປີ 2017), ກວມເອົາຂອບເຂດການນຳໃຊ້, ແຜນການຈັດຊື້, ວົງເງິນການປະມູນ, ຂັ້ນຕອນ ແລະ ວິທີການຈັດຊື້ແບບຕ່າງໆ ແລະ ການຈັດຊື້ທີ່ປຶກສາ, ຄະນະກຳມະການປະມູນ, ການປະເມີນ, ການຄ້ຳປະກັນຕ່າງໆ, ສັນຍາ ແລະ ການຮ້ອງທຸກ, ມາດຕະການປັບໃໝ ແລະ ອື່ນໆ, ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ເປັນເອກະພາບ, ຖືກຕ້ອງ ແລະ ມີປະສິດທິຜົນທົ່ວປະເທດ.
ມາດຕາ
ມາດຕາ 1
ຂອບເຂດການນຳໃຊ້ກົດໝາຍ ວັກ 2 ກົດໝາຍສະບັບນີ້ ບໍ່ນຳໃຊ້ໃນການຈັດຊື້-ຈັດຈ້າງ ທີ່ພົວພັນໂດຍ ກົງກັບຄວາມໝັ້ນຄົງ ແລະ ຄວາມປອດໄພຂອງຊາດ. ສຳລັບການຈັດຊື້ ສິນຄ້າ, ວັດຖຸປະກອນ ແລະ ພາຫະນະ ທີ່ຮັບ ໃຊ້ວຽກບໍລິຫານປົກກະຕິ, ວຽກກໍ່ສ້າງ, ສ້ອມແປງອາຄານ, ສຳນັກງານ, ຫ້ອງການ, ເຮືອນພັກ, ໂຮງຮຽນ ແລະ ໂຮງບໍ່ ທີ່ຂຶ້ນກັບຂະແໜງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບນັ້ນ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ການຈັດຊື້- ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄຳແນະນຳສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 2
ການຮ່ວມມືສາກົນ ແມ່ນການສົ່ງເສີມ ການພົວພັນຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກໂນໂລຊີ, ການຝຶກອົບຮົມ, ການຍົກລະດັບທາງດ້ານວິຊາການ, ປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ໃນກໍລະນີ ການປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ, ສັນຍາລະຫວ່າງລັດຖະບານ ແລະ ຜູ້ໃຫ້ທຶນ ຫຼື ຕົວແທນ ອົງການຜູ້ໃຫ້ທຶນໃດໜຶ່ງ ທີ່ໄດ້ກຳນົດລະບຽບການຈັດຊື້-ຈັດຈ້າງສະເພາະນັ້ນ ໃຫ້ປະຕິບັດຕາມລະບຽບການດັ່ງກ່າວ. ໃນກໍລະນີ ສົນທິສັນຍາ ແລະ ສັນຍາສາກົນໃດໜຶ່ງທີ່ ສປປ ລາວ ເປັນພາຄີ ຫາກບໍ່ໄດ້ກຳນົດລະບຽບການຈັດຊື້-ຈັດຈ້າງ ສະເພາະ ໃຫ້ປະຕິບັດຕາມກົດໝາຍ ແລະ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ