ຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ (ກະຊວງການເງິນ, ເລກທີ 0204/ກງ, ນະຄອນຫຼວງວຽງຈັນ)

关于批准启用单一窗口报关系统的协议(财政部,第0204/财字号,万象市)

Agreement on the Approval of the Single Window Customs Declaration System (Ministry of Finance, No. 0204/MOF, Vientiane)

ບົດສະຫຼຸບ

ລັດຖະມົນຕີວ່າການກະຊວງການເງິນ ແຫ່ງ ສປປ ລາວ ໄດ້ອະນຸມັດໃຫ້ນຳໃຊ້ລະບົບດ່ານດຽວແຫ່ງຊາດ (LNSW) ກ່ອນອື່ນໝົດທີ່ດ່ານຊາຍແດນສາກົນຂົວມິດຕະພາບ I ສຳລັບການຄຸ້ມຄອງການນຳເຂົ້າລົດ, ຫຼັງຈາກປັບປຸງແລ້ວຈຶ່ງຄ່ອຍຂະຫຍາຍໄປທົ່ວທຸກດ່ານຊາຍແດນສາກົນ, ແລະ ໄດ້ກຳນົດການຊຳລະພາສີແບບລວມສູນ, ອັດຕາຄ່າທຳນຽມ ແລະ ການມີຜົນບັງຄັບໃຊ້.

ມາດຕາ

ມາດຕາ 1

. ໃຫ້ຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window, ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັງກ່າວ ເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເປັນ ບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶງ ໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນຂອບເຂດທົ່ວປະເທດ .

ມາດຕາ 2

. ໃຫ້ບັນດາຂະແໜງການລັດທີ່ກ່ຽວຂ້ອງ ອອກຄຳແນະນຳກ່ຽວກັບຂັ້ນຕອນການອອກໃບອະນຸຍາດ, ການອອກໃບຢັ້ງຢືນ ແລະ ການແຈ້ງພາສີທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນເອງໃຫ້ກະທັດຮັດ ງ່າຍດາຍ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 3

. ໃຫ້ຊຳລະຄ່າພາສີ, ຄ່າອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອືນ ທີ່ຕ້ອງມອບເຂົ້າ ງົບປະມານ ລັດສຳລັບການນຳເຂົ້າ ແລະ ການສົ່ງອອກສິນຄ້າ, ເຄື່ອງຂອງ ແມ່ນໃຫ້ຊຳລະລວມສູນ ຈຸດດຽວຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູ ດຽວ (LNSW) ທີ່ເຊື່ອມໂຍງກັບລະບົບ ແຈ້ງພາສີດ້ວຍເອເລກໂຕຣນິກ (ASYCUDA) ແລະ ລະບົບຊຳລະເງິນຜ່ານທະນາຄານ (e-Payment).

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ