ຄຳແນະນຳເພີ່ມເຕີມ ກ່ຽວກັບການແຈ້ງ ແລະ ຊຳລະພາສີທີ່ດິນຜ່ານລະບົບທະນາຄານ
补充指南 关于通过银行系统申报与缴纳土地税
Supplementary Guidelines on Declaration and Payment of Land Tax Through the Banking System
ບົດສະຫຼຸບ
ກະຊວງການເງິນອອກຄຳແນະນຳເພີ່ມເຕີມກຳນົດເອກະສານ, ຂັ້ນຕອນ, ວິທີການຍື່ນແລະຊຳລະພາສີທີ່ດິນຜ່ານລະບົບທະນາຄານ, ການແກ້ໄຂຂໍ້ມູນ, ການຄືນເງິນ, ການຍົກເວັ້ນພາສີ, ກຳນົດເວລາຊຳລະ, ການຄຸ້ມຄອງລາຍຮັບ, ໜ້າທີ່ຂອງແຕ່ລະພາກສ່ວນ ແລະ ມາດຕະການລົງໂທດຜູ້ລະເມີດ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ກະຊວງການເງິນ, ເລກທີ: ທີ […]/ກງ. ນະຄອນຫຼວງວຽງຈັນ, ວັນທີ […] ເດືອນ […] ປີ 2018. ຄຳແນະນຳເພີ່ມເຕີມ. ກ່ຽວກັບການແຈ້ງ ແລະ ຊຳລະພາສີທີ່ດິນ ຜ່ານລະບົບທະນາຄານ.
ອີງຕາມພະລາດຊະບັນຍັດຂອງປະທານປະເທດ, ສະບັບເລກທີ 0/ລບ, ລົງວັນທີ 8 ພຶດສະພາ 2007, ວ່າດ້ວຍພາສີທີ່ດິນ;
ອີງຕາມຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດພະລາດຊະບັນຍັດຂອງປະທານປະເທດ ວ່າດ້ວຍພາສີທີ່ດິນ, ສະບັບເລກທີ 1927/ກງ, ລົງວັນທີ 17 ສິງຫາ 2007;
ອີງຕາມດຳລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 144/ລບ, ລົງວັນທີ 8 ພຶດສະພາ 2017, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.
ມາດຕາ 2
[ບົດທົ່ວໄປ ແລະ ພັນທະການຊຳລະພາສີ] ອີງຕາມດຳລັດຂອງປະທານປະເທດ ວ່າດ້ວຍພາສີທີ່ດິນ, ບຸກຄົນທີ່ໄດ້ຮັບສິດນຳໃຊ້ທີ່ດິນແບບຖາວອນ ຫຼື ຊົ່ວຄາວ ຫຼື ຜູ້ທີ່ຍັງບໍ່ທັນໄດ້ຮັບສິດນຳໃຊ້ ແຕ່ມີການນຳໃຊ້ທີ່ດິນຕົວຈິງ, ຕ້ອງຊຳລະພາສີທີ່ດິນປະຈຳປີ ໃນວັນທີ ຫຼື ເດືອນໃດໜຶ່ງພາຍໃນປີ; ເງິນພາສີທີ່ດິນຕ້ອງຖືກນຳສົ່ງເຂົ້າງົບປະມານແຫ່ງຊາດຜ່ານຄັງເງິນ, ໂດຍຊຳລະຜ່ານເລກບັນຊີທີ່ເປີດໄວ້ກັບທະນາຄານທີ່ໃຫ້ບໍລິການທົ່ວປະເທດ ຕາມແຕ່ລະແຂວງ, ນະຄອນຫຼວງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ