ຄຳສັ່ງ ກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍ ແລະ ຂາຍຍົກຕ່ຳສຸດ

关于以设定最低零售价和最低批发价管控烟草制品的命令

Order on Controlling Tobacco Products by Setting Minimum Retail Prices and Minimum Wholesale Prices

ບົດສະຫຼຸບ

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງກຳນົດລາຄາຂາຍຍ່ອຍຕ່ຳສຸດຂອງຜະລິດຕະພັນຢາສູບທີ່ຜະລິດພາຍໃນ ແລະ ນຳເຂົ້າ ທີ່ຈຳໜ່າຍໃນ ສປປ ລາວ ຕ້ອງບໍ່ຕ່ຳກວ່າ 4,000 ກີບຕໍ່ຊອງ, ລາຄາຂາຍສົ່ງຕ່ຳສຸດບໍ່ຕ່ຳກວ່າ 30,000 ກີບຕໍ່ກາຕູນ, ພ້ອມທັງຈັດການໂຄສະນາ, ກວດກາ ແລະ ລົງໂທດຜູ້ລະເມີດ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ກະຊວງ ອຸດສາຫະກຳ ແລະ ການຄ້າ, ເລກທີ: […]/ອຄ.ກຄພ. ນະຄອນຫຼວງວຽງຈັນ, ວັນທີ […] ເດືອນ ທັນວາ 2018. ຄຳສັ່ງ. ວ່າດ້ວຍ ການຄຸ້ມຄອງ ຜະລິດຕະພັນ ຢາສູບ ໂດຍ ການກຳນົດ ລາຄາຂາຍຍ່ອຍ ຕ່ຳສຸດ ແລະ ລາຄາຂາຍສົ່ງ ຕ່ຳສຸດ.
ອີງຕາມ ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 230/ລບ, ລົງວັນທີ 24 ກໍລະກົດ 2017;
ອີງຕາມ ດຳລັດ ວ່າດ້ວຍ ການຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ, ສະບັບເລກທີ 474/ລບ, ລົງວັນທີ 18 ພະຈິກ 2010;
ອີງຕາມ ໜັງສື ແຈ້ງການ ຂອງ ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ, ສະບັບເລກທີ 1822/ຫສນ.ກຄພ, ລົງວັນທີ 31 ຕຸລາ 2018, ວ່າດ້ວຍ ການສະເໜີ ຂໍ້ສະເໜີແນະ ບາງປະການ ເພື່ອພິຈາລະນາ ກຳນົດ ລາຄາຂາຍຍ່ອຍ ຢາສູບ ໃນລາຄາ 4,000 ກີບ ຕໍ່ຊອງ (ທົດລອງ).
ເພື່ອ ຫຼຸດຜ່ອນ ໂອກາດ ການເຂົ້າເຖິງ ຢາສູບ ຂອງ ໄວໜຸ່ມ ແລະ ຜູ້ມີລາຍໄດ້ຕ່ຳ, ແນໃສ່ ປົກປ້ອງ ສຸຂະພາບ ທີ່ຖືກທຳລາຍ ຈາກ ການສູບ ຢາສູບ ແລະ ການສູບ ຄວັນ ຢາສູບ ແບບບໍ່ຕັ້ງໃຈ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ:

ມາດຕາ 2

ຜະລິດຕະພັນຢາສູບທີ່ຜະລິດຢູ່ພາຍໃນປະເທດ ແລະ ຜະລິດຕະພັນຢາສູບທີ່ນຳເຂົ້າຈາກຕ່າງປະເທດ ທີ່ຈຳໜ່າຍຢູ່ໃນສປປ ລາວ, ລາຄາຂາຍຍ່ອຍຕ່ຳສຸດຕ້ອງບໍ່ຕ່ຳກວ່າສີ່ພັນ (4,000) ກີບຕໍ່ຊອງ.

ມາດຕາ 3

ລາຄາຂາຍສົ່ງຂອງຜະລິດຕະພັນຢາສູບ, ສຳລັບຜູ້ຜະລິດ, ຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍຜະລິດຕະພັນຢາສູບ, ຕ້ອງບໍ່ຕ່ຳກວ່າສາມສິບພັນ (30,000) ກີບຕໍ່ມັດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ