关于以设定最低零售价和最低批发价管控烟草制品的命令
ຄຳສັ່ງ ກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍ ແລະ ຂາຍຍົກຕ່ຳສຸດ
Order on Controlling Tobacco Products by Setting Minimum Retail Prices and Minimum Wholesale Prices
简介
工业与贸易部部长发布命令,规定在老挝境内销售的本国生产及进口烟草制品最低零售价不得低于每包4,000基普、最低批发价不得低于每条30,000基普,并就宣传、检查、违规处罚等作出安排。 【OCR识别·机器翻译,未经律师终审,以官方PDF为准】
Summary
Order of the Minister of Industry and Commerce stipulating that the minimum retail price of domestically produced and imported tobacco products sold in Laos shall not be less than 4,000 kip per pack, and the minimum wholesale price shall not be less than 30,000 kip per carton, with arrangements for publicity, inspection, and penalties for violations.
ບົດສະຫຼຸບ
ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງກຳນົດລາຄາຂາຍຍ່ອຍຕ່ຳສຸດຂອງຜະລິດຕະພັນຢາສູບທີ່ຜະລິດພາຍໃນ ແລະ ນຳເຂົ້າ ທີ່ຈຳໜ່າຍໃນ ສປປ ລາວ ຕ້ອງບໍ່ຕ່ຳກວ່າ 4,000 ກີບຕໍ່ຊອງ, ລາຄາຂາຍສົ່ງຕ່ຳສຸດບໍ່ຕ່ຳກວ່າ 30,000 ກີບຕໍ່ກາຕູນ, ພ້ອມທັງຈັດການໂຄສະນາ, ກວດກາ ແລະ ລົງໂທດຜູ້ລະເມີດ.
条文
第1条
老挝人民民主共和国。和平、独立、民主、统一、繁荣昌盛。工业与贸易部,编号:第〔…〕/工贸.国内贸易司号。万象市,2018年12月〔…〕日。命令。关于以设定最低零售价和最低批发价管控烟草制品。
依据关于工业与贸易部组织与活动的法令,第230/政号,2017年7月24日颁布;
依据关于商品价格与服务费管理的法令,第474/政号,2010年11月18日颁布;
依据总理府办公厅通知,第1822/总办.国贸司号,2018年10月31日颁布,关于提交若干意见以审议将烟草零售价定为每包4,000基普(试行)一事。
为减少青少年及低收入者获取烟草的机会,旨在保护因吸食烟草制品及被动吸入烟草烟雾而受损害的健康,工业与贸易部部长发布命令:
ພາສາລາວ (老挝语原文)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ກະຊວງ ອຸດສາຫະກຳ ແລະ ການຄ້າ, ເລກທີ: […]/ອຄ.ກຄພ. ນະຄອນຫຼວງວຽງຈັນ, ວັນທີ […] ເດືອນ ທັນວາ 2018. ຄຳສັ່ງ. ວ່າດ້ວຍ ການຄຸ້ມຄອງ ຜະລິດຕະພັນ ຢາສູບ ໂດຍ ການກຳນົດ ລາຄາຂາຍຍ່ອຍ ຕ່ຳສຸດ ແລະ ລາຄາຂາຍສົ່ງ ຕ່ຳສຸດ.
ອີງຕາມ ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 230/ລບ, ລົງວັນທີ 24 ກໍລະກົດ 2017;
ອີງຕາມ ດຳລັດ ວ່າດ້ວຍ ການຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ, ສະບັບເລກທີ 474/ລບ, ລົງວັນທີ 18 ພະຈິກ 2010;
ອີງຕາມ ໜັງສື ແຈ້ງການ ຂອງ ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ, ສະບັບເລກທີ 1822/ຫສນ.ກຄພ, ລົງວັນທີ 31 ຕຸລາ 2018, ວ່າດ້ວຍ ການສະເໜີ ຂໍ້ສະເໜີແນະ ບາງປະການ ເພື່ອພິຈາລະນາ ກຳນົດ ລາຄາຂາຍຍ່ອຍ ຢາສູບ ໃນລາຄາ 4,000 ກີບ ຕໍ່ຊອງ (ທົດລອງ).
ເພື່ອ ຫຼຸດຜ່ອນ ໂອກາດ ການເຂົ້າເຖິງ ຢາສູບ ຂອງ ໄວໜຸ່ມ ແລະ ຜູ້ມີລາຍໄດ້ຕ່ຳ, ແນໃສ່ ປົກປ້ອງ ສຸຂະພາບ ທີ່ຖືກທຳລາຍ ຈາກ ການສູບ ຢາສູບ ແລະ ການສູບ ຄວັນ ຢາສູບ ແບບບໍ່ຕັ້ງໃຈ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ:
第2条
在老挝人民民主共和国境内销售的本国生产烟草制品及自国外进口的烟草制品,其最低零售价不得低于四千(4,000)基普每包。
ພາສາລາວ (老挝语原文)
ຜະລິດຕະພັນຢາສູບທີ່ຜະລິດຢູ່ພາຍໃນປະເທດ ແລະ ຜະລິດຕະພັນຢາສູບທີ່ນຳເຂົ້າຈາກຕ່າງປະເທດ ທີ່ຈຳໜ່າຍຢູ່ໃນສປປ ລາວ, ລາຄາຂາຍຍ່ອຍຕ່ຳສຸດຕ້ອງບໍ່ຕ່ຳກວ່າສີ່ພັນ (4,000) ກີບຕໍ່ຊອງ.
第3条
烟草制品的批发价格,对生产者、进口者及烟草制品经销代理而言,不得低于三万(30,000)基普每条。
ພາສາລາວ (老挝语原文)
ລາຄາຂາຍສົ່ງຂອງຜະລິດຕະພັນຢາສູບ, ສຳລັບຜູ້ຜະລິດ, ຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍຜະລິດຕະພັນຢາສູບ, ຕ້ອງບໍ່ຕ່ຳກວ່າສາມສິບພັນ (30,000) ກີບຕໍ່ມັດ.
第4条
责成各省、首都工业与贸易厅会同并指导各市、城区工业与贸易办公室,在各自职责范围内向各烟草生产厂、经销代理、市场及商铺宣传、指导本命令,具体如下:
3.1. 对在本国生产及自国外进口、在老挝人民民主共和国境内销售、并在市场、商铺及各场所摆卖的各类烟草制品的零售价进行管控,指导其最低售价不得低于四千(4,000)基普每包。
3.2. 向各烟草生产厂、市场、商铺及摆卖烟草制品的各场所,在各自职责范围内宣传、指导本命令的内容,须自本命令生效之日起30日内完成。
3.3. 宣传、指导完毕后,由各省、首都工业与贸易厅及各市、城区工业与贸易办公室委派贸易检查执法人员前往跟踪、检查市场、商铺及各销售场所。若发现违规行为,依照2010年11月18日颁布的关于商品价格与服务费管理的第474/政号法令所规定,对违规者采取措施如下:
3.4. 第一次违规,处以五十万基普至一百万基普(500,000基普至1,000,000基普)的罚款,每次每项计,并令其书写保证书;
3.5. 第二次违规,处以一百万基普至二百万基普(1,000,000基普至2,000,000基普)的罚款,每次每项计,并令其书写保证书;
3.6. 第三次违规,处以第二次罚款额两倍的罚款,每次每项计,并将烟草制品没收充公。
ພາສາລາວ (老挝语原文)
ກຳຊັບໃຫ້ກົມອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຮ່ວມກັບ ແລະ ຊີ້ນຳຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເຂດ ໃນຂອບເຂດໜ້າທີ່ຂອງຕົນ ເພື່ອໂຄສະນາ, ຊີ້ນຳຄຳສັ່ງນີ້ ໃຫ້ແກ່ໂຮງງານຜະລິດຢາສູບ, ຕົວແທນຈຳໜ່າຍ, ຕະຫຼາດ ແລະ ຮ້ານຄ້າ ຕາມລຳດັບດັ່ງນີ້:
3.1. ຄຸ້ມຄອງລາຄາຂາຍຍ່ອຍຂອງຜະລິດຕະພັນຢາສູບທຸກປະເພດ ທີ່ຜະລິດຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ, ຈຳໜ່າຍຢູ່ພາຍໃນ ສປປ ລາວ, ແລະ ວາງຂາຍຢູ່ຕະຫຼາດ, ຮ້ານຄ້າ ແລະ ສະຖານທີ່ຕ່າງໆ ໂດຍຊີ້ນຳໃຫ້ລາຄາຂາຍຍ່ອຍຕ່ຳສຸດ ບໍ່ໃຫ້ຕ່ຳກວ່າ ສີ່ພັນ (4.000) ກີບ ຕໍ່ຊອງ.
3.2. ໂຄສະນາ, ຊີ້ນຳເນື້ອໃນຂອງຄຳສັ່ງນີ້ ໃຫ້ແກ່ໂຮງງານຜະລິດຢາສູບ, ຕະຫຼາດ, ຮ້ານຄ້າ ແລະ ສະຖານທີ່ວາງຂາຍຜະລິດຕະພັນຢາສູບຕ່າງໆ ໃນຂອບເຂດໜ້າທີ່ຂອງຕົນ ແລະ ຕ້ອງສຳເລັດພາຍໃນ 30 ວັນ ນັບແຕ່ວັນທີ່ຄຳສັ່ງນີ້ມີຜົນບັງຄັບໃຊ້.
3.3. ຫຼັງຈາກການໂຄສະນາ, ຊີ້ນຳສຳເລັດແລ້ວ ໃຫ້ກົມອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເຂດ ແຕ່ງຕັ້ງພະນັກງານກວດກາການຄ້າ ໄປຕິດຕາມ, ກວດກາຕະຫຼາດ, ຮ້ານຄ້າ ແລະ ສະຖານທີ່ຈຳໜ່າຍຕ່າງໆ. ຖ້າພົບເຫັນການກະທຳຜິດ ໃຫ້ດຳເນີນມາດຕະການຕໍ່ຜູ້ກະທຳຜິດ ຕາມທີ່ກຳນົດໄວ້ໃນດຳລັດ ສະບັບເລກທີ 474/ລບ ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ດັ່ງນີ້:
3.4. ການກະທຳຜິດຄັ້ງທີໜຶ່ງ ປັບໃໝ ຫ້າແສນກີບ ຫາ ໜຶ່ງລ້ານກີບ (500.000 ກີບ ຫາ 1.000.000 ກີບ) ຕໍ່ຄັ້ງ ຕໍ່ລາຍການ ແລະ ໃຫ້ເຮັດບົດຮັບຮອງ;
3.5. ການກະທຳຜິດຄັ້ງທີສອງ ປັບໃໝ ໜຶ່ງລ້ານກີບ ຫາ ສອງລ້ານກີບ (1.000.000 ກີບ ຫາ 2.000.000 ກີບ) ຕໍ່ຄັ້ງ ຕໍ່ລາຍການ ແລະ ໃຫ້ເຮັດບົດຮັບຮອງ;
3.6. ການກະທຳຜິດຄັ້ງທີສາມ ປັບໃໝ ສອງເທົ່າຂອງຄ່າປັບໃໝຄັ້ງທີສອງ ຕໍ່ຄັ້ງ ຕໍ່ລາຍການ ແລະ ຍຶດຜະລິດຕະພັນຢາສູບເປັນຂອງແຜ່ນດິນ.
第5条
责成各省、首都工业与贸易厅每03个月报告一次执行情况;执行过程中如有困难,应迅速报告工业与贸易部(国内贸易司)以便研究并给予指导和解决办法。
ພາສາລາວ (老挝语原文)
ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ຂອງບັນດາແຂວງ, ນະຄອນຫຼວງ ລາຍງານຜົນການຈັດຕັ້ງປະຕິບັດ ທຸກໆ 03 ເດືອນ; ຖ້າມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ, ໃຫ້ລາຍງານຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ໂດຍດ່ວນ ເພື່ອສຶກສາ ແລະ ໃຫ້ຄຳແນະນຳ ແລະ ວິທີແກ້ໄຂ.
第6条
委托国内贸易司牵头协调相关部门,指导、跟踪、检查并指导各省、首都工业与贸易厅执行本命令。
ພາສາລາວ (老挝语原文)
ມອບໃຫ້ກົມການຄ້າພາຍໃນ ເປັນຜູ້ນຳໜ້າປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ຊີ້ນຳ, ຕິດຕາມ, ກວດກາ ແລະ ແນະນຳກົມອຸດສາຫະກຳ ແລະ ການຄ້າ ຂອງແຂວງ ແລະ ນະຄອນຫຼວງ ໃຫ້ປະຕິບັດຕາມຄຳສັ່ງນີ້.
第7条
各省、首都工业与贸易厅及各市、城区工业与贸易办公室在全国范围内一同严格执行本命令,并务求取得高度成效。
ພາສາລາວ (老挝语原文)
ໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ, ເຂດ ທົ່ວປະເທດ ຮ່ວມກັນ ຈັດຕັ້ງປະຕິບັດ ຄຳສັ່ງນີ້ ຢ່າງເຂັ້ມງວດ ແລະ ໃຫ້ບັນລຸ ຜົນສຳເລັດ ສູງ.
第8条
建议税务部门以四千(4,000)基普每包作为计征最低税额的基础。
ພາສາລາວ (老挝语原文)
ສະເໜີໃຫ້ອົງການພາສີ ນຳໃຊ້ລາຄາສີ່ພັນ (4,000) ກີບຕໍ່ຊອງ ເປັນພື້ນຖານໃນການຄິດໄລ່ພາສີຕ່ຳສຸດ.
END>>]
[ຄຳແນະນຳໃນການຈັດຕັ້ງປະຕິບັດຕາມຄຳສັ່ງຂອງປະທານປະເທດ ສະບັບເລກທີ 1927/ກງ ລົງວັນທີ 17 ສິງຫາ 2007 ວ່າດ້ວຍພາສີທີ່ດິນ] ຕົວຢ່າງການຄິດໄລ່ດັ່ງນີ້:
1. ມີທີ່ດິນກໍ່ສ້າງເຮືອນຢູ່ອາໄສ 1 ຕອນ ຢູ່ບ້ານສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ຢູ່ເຂດໃຈກາງເມືອງ, ເນື້ອທີ່ທັງໝົດ 1,200 ຕາແມັດ (ອັດຕາພາສີທີ່ດິນຂອງເຂດນີ້ແມ່ນ 80 ກີບຕໍ່ຕາແມັດຕໍ່ປີ). ວິທີຄິດໄລ່: 1,200 ຕາແມັດ × 80 ກີບ = 96,000 ກີບ. ລວມພາສີທີ່ດິນທີ່ຕ້ອງຊຳລະໃນປີນັ້ນ = 96,000 ກີບ.
2. ມີນາ 1 ຕອນ, ຢູ່ເຂດທົ່ງພຽງ (ເຂດຕົວເມືອງ), ເນື້ອທີ່ທັງໝົດ 2.5 ເຮັກຕາ, ໃນນັ້ນເປັນນາປີ 5,000 ຕາແມັດ (ອັດຕາພາສີທີ່ດິນຂອງເຂດນີ້: ນາປີ 30,000 ກີບຕໍ່ເຮັກຕາ, ນາແຊງ 45,000 ກີບຕໍ່ເຮັກຕາຕໍ່ປີ). ວິທີຄິດໄລ່: ນາປີ 5,000 ຕາແມັດ = 0.5 ເຮັກຕາ × 30,000 ກີບ = 15,000 ກີບ; ນາແຊງ 2 ເຮັກຕາ × 45,000 ກີບ = 90,000 ກີບ. ລວມພາສີທີ່ດິນທີ່ຕ້ອງຊຳລະໃນປີນັ້ນ = 15,000 ກີບ + 90,000 ກີບ = 105,000 ກີບ.
3. ທີ່ດິນຫວ່າງເປົ່າ (ທີ່ດິນທີ່ຍັງບໍ່ທັນໄດ້ພັດທະນາ) ຢູ່ເຂດໃຈກາງເມືອງຂອງເຂດເທດສະບານ, ເນື້ອທີ່ທັງໝົດ 4,500 ຕາແມັດ (ອັດຕາພາສີທີ່ດິນຂອງເຂດນີ້ແມ່ນ 120 ກີບຕໍ່ຕາແມັດ). ວິທີຄິດໄລ່: 4,500 ຕາແມັດ × 120 ກີບ = 540,000 ກີບ. ພາສີທີ່ດິນທີ່ຕ້ອງຊຳລະໃນປີນັ້ນ = 540,000 ກີບ.
ງ. ໃບຮັບເງິນພາສີທີ່ດິນ: ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ຊຳລະພາສີທີ່ດິນຜ່ານລະບົບທະນາຄານ ສາມາດຮັບໃບຮັບເງິນພາສີທີ່ດິນໄດ້ຈາກທະນາຄານ, ຕົວແທນ ຫຼື ຕູ້ເຄື່ອງອັດຕະໂນມັດຕາມສະຖານທີ່ຕ່າງໆ. ໃບຮັບເງິນພາສີທີ່ດິນແມ່ນເອກະສານຫຼັກຖານການຊຳລະພາສີທີ່ດິນໃນແຕ່ລະປີ, ຖືກພິມອອກຈາກລະບົບຫຼັງຈາກການຊຳລະຜ່ານລະບົບທະນາຄານ. ໃບຮັບເງິນພາສີທີ່ດິນທີ່ພິມຈາກລະບົບທະນາຄານແມ່ນໃບຮັບເງິນສະເພາະ, ຂະໜາດ 16 ຊັງຕີແມັດ × 8 ຊັງຕີແມັດ, ປະກອບດ້ວຍ: ເຄື່ອງໝາຍສັນຍາລັກພາສີ, ເລກທີໃບຮັບເງິນ, ຂໍ້ມູນໃບຕາດິນ, ປະເພດທີ່ດິນຕ່າງໆ, ເນື້ອທີ່ ແລະ ຈຳນວນເງິນທັງໝົດທີ່ຊຳລະໃນປີນັ້ນ, ຊ່ອງທາງການຊຳລະ ແລະ ເວລາການຊຳລະ (ຮູບແບບໃບຮັບເງິນພາສີທີ່ດິນໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍຂອງຄຳແນະນຳນີ້).
ການຊຳລະຜ່ານໂທລະສັບມືຖື (ແອັບພລິເຄຊັນ), ລະບົບ ATM ແລະ ຕູ້ເຄື່ອງອັດຕະໂນມັດ ແມ່ນຈຳກັດສະເພາະຕອນດິນທີ່ໄດ້ບັນທຶກເຂົ້າໃນຖານຂໍ້ມູນຂອງກະຊວງການເງິນເທົ່ານັ້ນ ຈຶ່ງສາມາດຊຳລະຜ່ານຊ່ອງທາງດັ່ງກ່າວໄດ້. ຜູ້ທີ່ຊຳລະຜ່ານຊ່ອງທາງດັ່ງກ່າວ ສາມາດຮັບໃບຮັບເງິນພາສີທີ່ດິນໄດ້ທີ່ຫ້ອງການບໍລິການ, ສາຂາຂອງທະນາຄານການຄ້າຕ່າງປະເທດລາວ, ທະນາຄານຕົວແທນທີ່ຮັບຊຳລະພາສີທີ່ດິນ ແລະ ສະຖານທີ່ໃຫ້ບໍລິການຕ່າງໆທີ່ກຳນົດໄວ້ໃນທົ່ວປະເທດ. ສຳລັບຕອນດິນທີ່ຍັງບໍ່ທັນໄດ້ບັນທຶກເຂົ້າໃນຖານຂໍ້ມູນຂອງກະຊວງການເງິນ ແຕ່ມີເອກະສານຫຼັກຖານ, ຄວນຊຳລະຜ່ານຫ້ອງການບໍລິການຂອງທະນາຄານການຄ້າຕ່າງປະເທດລາວ, ທະນາຄານຕົວແທນທີ່ຮັບຊຳລະພາສີທີ່ດິນ, ຫຼື ແຈ້ງສະແດງເອກະສານຫຼັກຖານຕໍ່ທະນາຄານ, ຕົວແທນ ເພື່ອໃຫ້ພວກເຂົາຮັບເອົາ ແລະ ຊຳລະຜ່ານທະນາຄານ.
ໃບແຈ້ງຊຳລະພາສີທີ່ດິນທີ່ອອກໂດຍກົມພາສີ ແມ່ນໃບຫຼັກຖານການຊຳລະພາສີທີ່ດິນຜ່ານຫ້ອງການບ້ານທ້ອງຖິ່ນທີ່ຕັ້ງຂອງທີ່ດິນ, ພ້ອມທັງເປັນເອກະສານການປຽບທຽບຍອດລະຫວ່າງການຮັບເງິນຂອງຫ້ອງການບ້ານ ແລະ ການສົ່ງມອບເງິນຂອງຫ້ອງການບ້ານໃຫ້ແກ່ທະນາຄານ ຫຼື ຕົວແທນ (ຫຼັງຈາກພະນັກງານໄດ້ບັນທຶກຂໍ້ມູນລວມຕາມການລາຍງານຂອງນາຍບ້ານແລ້ວ, ທະນາຄານ ຫຼື ຕົວແທນ ຕ້ອງພິມໃບຮັບເງິນພາສີທີ່ດິນຈາກລະບົບທະນາຄານມອບໃຫ້).
ໃນເວລາຕື່ມໃບແຈ້ງຊຳລະພາສີທີ່ດິນ, ຖ້າມີຄ່າປັບໃໝ, ຕ້ອງຂຽນເນື້ອໃນ ແລະ ຈຳນວນເງິນໃຫ້ແຍກຕ່າງຫາກຢ່າງຊັດເຈນ, ເພື່ອໃຫ້ສາມາດຕິດຕາມ, ລວບລວມ ແລະ ບັນທຶກເຂົ້າໃນຖານຂໍ້ມູນໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ.
第9条
本命令自签署并刊登于政府公报十五(15)日后生效。
本命令替代2015年5月11日颁布的关于以设定最低零售价管控烟草制品的命令,第0896/工贸.国贸司号。
抄送:1. 总理府办公厅,以备呈报;2. 部领导班子,以备知悉;3. 财政部,以备呈报;4. 卫生部,以备呈报;5. 部属各司、办公室、研究院,以备知悉并跟踪;6. 全国工商总会,以指导工商界;7. 在老挝人民民主共和国经营烟草业务的各公司,以备执行。
ພາສາລາວ (老挝语原文)
ຄຳສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງນາມ ແລະ ປະກາດໃນຈົດໝາຍເຫດຂອງລັດຖະບານ ສິບຫ້າ (15) ວັນ.
ຄຳສັ່ງສະບັບນີ້ມາແທນທີ່ຄຳສັ່ງສະບັບເລກທີ 0896/ກກ.ກຄສ, ລົງວັນທີ 11 ພຶດສະພາ 2015, ວ່າດ້ວຍການຄຸ້ມຄອງຜະລິດຕະພັນຢາສູບໂດຍການກຳນົດລາຄາຂາຍຍ່ອຍຕ່ຳສຸດ.
ສົ່ງໃຫ້: 1. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເພື່ອສະເໜີ; 2. ຄະນະນຳກະຊວງ, ເພື່ອຊາບ; 3. ກະຊວງການເງິນ, ເພື່ອສະເໜີ; 4. ກະຊວງສາທາລະນະສຸກ, ເພື່ອສະເໜີ; 5. ບັນດາກົມ, ຫ້ອງວ່າການ, ສະຖາບັນພາຍໃນກະຊວງ, ເພື່ອຊາບ ແລະ ຕິດຕາມ; 6. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ເພື່ອຊີ້ນຳວົງການທຸລະກິດ; 7. ບັນດາບໍລິສັດທີ່ດຳເນີນທຸລະກິດຢາສູບໃນ ສປປ ລາວ, ເພື່ອປະຕິບັດ.