ຄຳແນະນຳ ກ່ຽວກັບ ການສ້າງ ລະບົບຄ້ຳປະກັນ ໄມ້ທີ່ຖືກຕ້ອງຕາມກົດໝາຍ
关于建立合法木材保障体系(FLEGT/VPA)的指示
Instruction on Establishing a Legal Timber Assurance System (FLEGT/VPA)
ບົດສະຫຼຸບ
ຈາກຊິ້ນສ່ວນພາສາອັງກິດທີ່ສາມາດອ່ານໄດ້, ສົງໄສວ່າເປັນຂໍ້ຕົກລົງຂອງກະຊວງຍຸຕິທຳ ກ່ຽວກັບການສ້າງກົນໄກການກວດສອບສະຖານະພາບຜູ້ອົບພະຍົບ ແລະ ລະບົບການຊ່ວຍເຫຼືອທາງກົດໝາຍໃຫ້ແກ່ຜູ້ອົບພະຍົບ ແລະ ຄົນທີ່ບໍ່ມີສັນຊາດ, ແຕ່ບໍ່ສາມາດແປເນື້ອໃນຢ່າງເຊື່ອຖືໄດ້.
ມາດຕາ
ມາດຕາ 1
ຄຳແນະນຳ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງ ກະສິກຳ ແລະ ປ່າໄມ້
ນະຄອນຫຼວງວຽງຈັນ, ວັນທີ 18 ຕຸລາ 2017
ຄຳແນະນຳ
ກ່ຽວກັບ ການພັດທະນາລະບົບຮັບຮອງຄວາມຖືກຕ້ອງຕາມກົດໝາຍຂອງໄມ້
- ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການດຳເນີນງານຂອງກະຊວງກະສິກຳ ແລະ ປ່າໄມ້;
- ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 65/ນຍ, ລົງວັນທີ 19 ສິງຫາ 2015 ວ່າດ້ວຍ ການສ້າງຕັ້ງຄະນະຊີ້ນຳແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດຂໍ້ຕົກລົງຄູ່ຮ່ວມມືດ້ວຍຄວາມສະໝັກໃຈ (VPA) ແລະ ການບັງຄັບໃຊ້ກົດໝາຍປ່າໄມ້, ການປົກຄອງ ແລະ ການຄ້າ (FLEGT);
- ອີງຕາມ ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 1868/ກປ, ລົງວັນທີ 09 ມີນາ 2016 ວ່າດ້ວຍ ການສ້າງຕັ້ງຄະນະກຳມະການພັດທະນາສະໜັບສະໜູນການເຈລະຈາ ແລະ ຄະນະກຳມະການປະສານງານດ້ານວິຊາການ ເພື່ອການຈັດຕັ້ງປະຕິບັດຂໍ້ຕົກລົງຄູ່ຮ່ວມມືດ້ວຍຄວາມສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ແລະ ການບັງຄັບໃຊ້ກົດໝາຍປ່າໄມ້, ການປົກຄອງ ແລະ ການຄ້າ.
ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຂະບວນການບັງຄັບໃຊ້ກົດໝາຍປ່າໄມ້, ການປົກຄອງ ແລະ ການຄ້າ ເພື່ອຂໍ້ຕົກລົງຄູ່ຮ່ວມມືດ້ວຍຄວາມສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອໃຫ້ການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້, ການຕັດໄມ້, ການນຳເຂົ້າໄມ້, ການນຳໃຊ້ແຮງງານ, ການປຸງແຕ່ງໄມ້, ການນຳໃຊ້ໄມ້ ແລະ ຜະລິດຕະພັນໄມ້ ພາຍໃນປະເທດ ແລະ ສົ່ງອອກ ໃຫ້ເຂັ້ມງວດ ໂດຍອີງໃສ່ກົດໝາຍ ແລະ ນິຕິກຳອື່ນໆທີ່ໄດ້ປະກາດໃຊ້. ພ້ອມທັງ ເພື່ອປ້ອງກັນ ແລະ ສະກັດກັ້ນການຕັດໄມ້ຜິດກົດໝາຍ ແລະ ການຄ້າໄມ້ຜິດກົດໝາຍ ແລະ ໃຫ້ການກະທຳດັ່ງກ່າວຫຼຸດລົງ ແລະ ຖືກກຳຈັດໄປເທື່ອລະກ້າວ.
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳດັ່ງນີ້:
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ