ຄຳສັ່ງແນະນຳ ວ່າດ້ວຍການຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ (ແຂວງອັດຕະປື)
关于登记加入增值税制度的指示令(阿速坡省)
Instruction Order on Registration for the Value Added Tax System (Attapeu Province)
ບົດສະຫຼຸບ
ເຈົ້າແຂວງອັດຕະປື ອອກຄຳສັ່ງໃຫ້ຫົວໜ່ວຍທຸລະກິດທີ່ມີລາຍຮັບປະຈຳປີ 400 ລ້ານກີບຂຶ້ນໄປ ແຕ່ຍັງບໍ່ທັນໄດ້ຈົດທະບຽນ ໃຫ້ມາຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ນຳໃຊ້ໃບເສຍອາກອນຕາມກົດໝາຍ, ພ້ອມທັງມອບໃຫ້ພະແນກການເງິນ ແລະ ພະແນກອາກອນແຂວງ ດຳເນີນການໂຄສະນາ, ຄຸ້ມຄອງ, ກວດກາ ແລະ ດຳເນີນຄະດີຕໍ່ຜູ້ລະເມີດ.
ມາດຕາ
ມາດຕາ 1
ບົດນຳ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອັດຕະປື ເລກທີ ພ /ຈຂ.ອປ
ອັດຕະປື, ວັນທີ ໔ ພະຈິກ 2024
ຄຳສັ່ງແນະນຳ
ເຖິງ: -ບັນດາພະແນກການ, ກົມກອງ ແລະ ອົງການທຽບເທົ່າຂັ້ນຕ່າງໆອ້ອມຂ້າງແຂວງ ແລະ ເມືອງ.
-ບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ຫຼື ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດຳເນີນທຸລະກິດ ຢູ່ ແຂວງອັດຕະປື.
ເລື່ອງ: ການຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ.
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແຫ່ງ ສ ປ ປ ລາວ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ໝວດທີ 4, ມາດຕາ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ;
- ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52ຂ/ສພຊ, ລົງວັນທີ 28 ກໍລະກົດ 2014;
- ອີງຕາມ ກົດໝາຍວ່າດ້ວຍບັນຊີ ສະບັບເລກທີ 47/ສພຊ, ລົງວັນທີ 26 ທັນວາ 2013;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 28 ມັງກອນ 2006 ວ່າດ້ວຍໃບເກັບເງິນ.
ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ, ການລົງທຶນ ແລະ ການສົ່ງອອກ ແນໃສ່ເຮັດໃຫ້ທຸກພາກສ່ວນຫົວໜ່ວຍທຸລະກິດ ໄດ້ມີການເຄື່ອນໄຫວຢ່າງຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ ແລະ ປະກອບສ່ວນມອບພັນທະຢ່າງຕັ້ງໜ້າຕາມການເຄື່ອນໄຫວທຸລະກິດຕົວຈິງຂອງຕົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະຂອງແຂວງອັດຕະປື ຮັບປະກັນການສ້າງລາຍຮັບໃຫ້ແກ່ງົບປະມານດ້ວຍການບຸກທະລຸ ຕາມທິດທາງແຜນການທີ່ວາງໄວ້ ໃນໄລຍະສັ້ນ ແລະ ຍາວນານ.
ເຈົ້າແຂວງອັດຕະປື ອອກຄຳສັ່ງແນະນຳ:
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ