ຂໍ້ຕົກລົງ ວ່າດ້ວຍການອະນຸລັກ, ຄຸ້ມຄອງ ແລະ ການບໍລິການ ເຂດຕົວເມືອງເກົ່າໄກສອນພົມວິຫານ ແຂວງສະຫວັນນະເຂດ
关于沙湾拿吉省凯山·丰威汉老城区保护、管理与服务的决定
Decision on Protection, Management, and Services of the Old Town of Kaysone Phomvihane, Savannakhet Province
ບົດສະຫຼຸບ
ສະຫວັນນະເຂດ ກຳນົດກ່ຽວກັບການອະນຸລັກ, ການຄຸ້ມຄອງ, ການບໍລິການ ແລະ ການຮຽນຮູ້ ຢູ່ເຂດເມືອງເກົ່າໄກສອນ ພົມວິຫານ (ປະມານ 125 ເຮັກຕາ, ມີ 7 ບ້ານ) ໂດຍລະບຸການຂຶ້ນທະບຽນອະນຸລັກ ແລະ ສ້ອມແປງເຮືອນເກົ່າ ແລະ ອາຄານເກົ່າ, ການຊື້-ຂາຍ, ການສືບທອດ ແລະ ການໂອນ, ການບໍລິການທ່ອງທ່ຽວ ແລະ ວັດທະນະທຳ, ແຫຼ່ງລາຍຮັບ ແລະ ການນຳໃຊ້, ຂໍ້ຫ້າມ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາໃນທຸກຂັ້ນ, ພ້ອມທັງການລາງວັນ ແລະ ໂທດ ແລະ ການມີຜົນບັງຄັບໃຊ້.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຈັດຕັ້ງປະຕິບັດວຽກ ງານອະນຸລັກ, ຄຸ້ມຄອງ, ການບໍລິການ ແລະ ການຮຽນຮູ້ໃນເຂດຕົວເມືອງເກົາໄກສອນພົມວິຫານ ແນໃສ່ເຮັດໃຫ້ ເຂດຕົວເມືອງເກົາ ເຕັມໄປດ້ວຍຄວາມມີສະເໜ, ຮັກສາໄວ້ຊື່ງຄຸນຄ່າດ້ານວັດທະນະທຳ, ສະຖາປັດຕະຍະກຳ ແລະ ສິລະປະກຳຂອງປະຊາຊົນຊາວແຂວງສະຫວັນນະເຂດ ທີ່ໄດ້ປະດິດສ້າງຂຶ້ນໃນແຕ່ລະໄລຍະ ໃຫ້ຍືນຍົງຕະຫຼອດໄປ ເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາ, ພັດທະນາໃຫ້ກາຍເປັນສີຂຽວ ແລະ ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ໃນເຂດຕົວເມືອງເກົາໃຫ້ດີຂຶ້ນ.
ມາດຕາ 2
ການອະນຸລັກ, ຄຸ້ມຄອງ ແລະ ການບໍລິການໃນເຂດຕົວເມືອງເກົ່າ ການອະນຸລັກ ແມ່ນການປົກປັກຮັກສາໄວ້ຄຸນຄ່າ, ຮູບຊົງ, ຮ່ອງຮອຍ, ສີສັນລວດລາຍທາງດ້ານວັດທະນະທຳ, ປະຫວັດສາດຂອງສະຖາປັດຕະຍະກຳ, ເຮືອນ, ວັດວາອາຣາມ, ໂບດ, ອະນຸສອນສະຖານ, ຫໍພິພິຕະພັນ, ອາຄານສຳນັກງານ,ໂຮງຮຽນ, ໂຮງຫໍ ແລະ ຕາຜ້າຂອງເສັ້ນທາງທີ່ມີຢູ່ໃນເຂດຕົວເມືອງເກົ່າ ໃຫ້ຄົງຢູ່ໃນສະພາບ ແລະ ຮູບຊົງເດີມ. 1 ການຄຸ້ມຄອງ ແມ່ນການເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳດ້ວຍຫຼາຍຮູບການ ເພື່ອປົກປ້ອງບັນດາວັດຖຸອັນມີຄຸນຄ່າ ທີ່ອະນຸລັກໃນເຂດຕົວເມືອງເກົ່າ ໃຫ້ໄດ້ຮັບການປົກປັກຮັກສາ ບໍ່ໃຫ້ຖືກທຳລາຍ, ເມື່ອມີການກໍ່ສ້າງໃໝ່, ການຕໍ່ເຕີມ ຫຼື ປະຕິສັງຂອນກໍໃຫ້ຮັກສາໄວ້ໃນຮູບຊົງເດີມ. ການບໍລິການ ແມ່ນການເຄື່ອນໄຫວຮັບໃຊ້ວຽກງານຕ່າງໆ ໃນເຂດຕົວເມືອງເກົ່າໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ ການບໍລິການແມ່ນມີຫຼາຍປະເພດເຊັ່ນ: ການບໍລິການດ້ານການທ່ອງທ່ຽວ, ການບໍລິການບັນເທີງ, ການບໍລິການຮ້ານອາຫານ ແລະ ອື່ນໆ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 40 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ