ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ (ສະບັບເລກທີ 38/ນຍ, ລົງວັນທີ 17.10.2007)
总理关于重视法律宣传、教育培养守法意识的命令(第38/总号,2007年10月17日)
Order of the Prime Minister on Emphasizing Legal Publicity and Cultivating Law-Abiding Awareness (No. 38/PM, October 17, 2007)
ບົດສະຫຼຸບ
ຄຳສັ່ງນີ້ມີຈຸດປະສົງເພື່ອເສີມສ້າງການເຜີຍແຜ່ ແລະ ສົ່ງເສີມນະໂຍບາຍຂອງພັກ (ທີ່ໄດ້ປ່ຽນເປັນກົດໝາຍຂອງລັດ) ພ້ອມທັງການສຶກສາຄວາມຮູ້ກ່ຽວກັບການປະຕິບັດຕາມກົດໝາຍ, ຮຽກຮ້ອງໃຫ້ບັນດາກະຊວງ ແລະ ທ້ອງຖິ່ນຕັ້ງຫ້ອງການວຽກງານກົດໝາຍ, ດຳເນີນການເຜີຍແຜ່ ແລະ ສຶກສາກົດໝາຍຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນຫຼາຍຮູບແບບ, ໂດຍໃຫ້ກະຊວງຍຸຕິທຳເປັນຜູ້ນຳພາປະສານງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ອີງຕາມມາດຕາ 12 ຂອງກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບເລກທີ 02/ສພຊ, ວັນທີ 6 ພຶດສະພາ 2003); ອີງຕາມມາດຕາ 8 ຂອງຄຳສັ່ງຂອງປະທານປະເທດ (ສະບັບເລກທີ 02/ປທ, ວັນທີ 20 ຕຸລາ 2003) ວ່າດ້ວຍການອ້າງອີງກົດໝາຍ. ນັບແຕ່ປີ 1989-90 ເປັນຕົ້ນມາ, ປະເທດເຮົາໄດ້ຫັນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໄປເປັນລັດຖະທຳມະນູນ, ກົດໝາຍ ແລະ ບັນດານິຕິກຳຫຼາຍສະບັບ ເພື່ອໃຊ້ເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ແຕ່ວ່າ ແນວທາງ, ແຜນງານ, ນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ບັນດານິຕິກຳຂອງລັດ ບໍ່ວ່າຈະສົມບູນ, ຖືກຕ້ອງ ແລະ ເໝາະສົມພຽງໃດກໍຕາມ, ຖ້າເອກະສານເຫຼົ່ານີ້ບໍ່ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າຮ່ວມປະຕິບັດຢ່າງມີປະສິດທິຜົນ ກໍຈະກາຍເປັນເອກະສານທີ່ບໍ່ມີຄຸນຄ່າ ແລະ ບໍ່ມີຄວາມໝາຍ. ສະນັ້ນ, ການເອົາໃຈໃສ່ເຜີຍແຜ່ກົດໝາຍ ແລະ ສຶກສາອົບຮົມຈິດສຳນຶກໃນການປະຕິບັດຕາມກົດໝາຍ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງສະພາບການຕົວຈິງໃນປັດຈຸບັນ. ໃນໄລຍະຜ່ານມາ, ວຽກງານການເຜີຍແຜ່, ການສຶກສາອົບຮົມ, ການປະຕິບັດ ແລະ ການກວດກາການຈັດຕັ້ງປະຕິບັດກົດໝາຍ ໄດ້ຮັບຄວາມເອົາໃຈໃສ່ໃນລະດັບໜຶ່ງຈາກບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ເຮັດໃຫ້ປະຊາຊົນມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບກົດໝາຍນັບມື້ນັບສູງຂຶ້ນ, ຈິດສຳນຶກໃນການປະຕິບັດຕາມກົດໝາຍນັບມື້ນັບເຂັ້ມແຂງຂຶ້ນ, ໄດ້ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີລະບຽບຮຽບຮ້ອຍໃນລະດັບໜຶ່ງ. ແຕ່ພ້ອມກັນນັ້ນ, ກໍຕ້ອງເຫັນວ່າ ຍັງມີຫຼາຍຂະແໜງການ ແລະ ທ້ອງຖິ່ນ ທີ່ຍັງບໍ່ທັນເອົາໃຈໃສ່ວຽກງານນີ້ຢ່າງຖືກຕ້ອງ, ບໍ່ທັນຖືວ່າເປັນໜ້າທີ່ການເມືອງຂອງຕົນ, ແຕ່ໄປອາໄສໃຫ້ຂະແໜງການອື່ນດຳເນີນການເຜີຍແຜ່ກົດໝາຍ ແລະ ສຶກສາອົບຮົມຈິດສຳນຶກໃນການປະຕິບັດຕາມກົດໝາຍ ແທນຂະແໜງການ ແລະ ທ້ອງຖິ່ນຂອງຕົນ, ເຮັດໃຫ້ການເຄື່ອນໄຫວສ້າງຈິດສຳນຶກໃນການປະຕິບັດຕາມກົດໝາຍໃຫ້ແກ່ສັງຄົມ ຍັງບໍ່ທັນເປັນຂະບວນການທີ່ແຜ່ຫຼາຍ, ຕໍ່ເນື່ອງ, ກວ້າງຂວາງ ແລະ ເລິກເຊິ່ງ, ບໍ່ທັນເຂົ້າເຖິງກຸ່ມເປົ້າໝາຍຕ່າງໆ, ເຊິ່ງເປັນໜຶ່ງໃນສາເຫດສຳຄັນທີ່ເຮັດໃຫ້ເກີດການກະທຳຜິດກົດໝາຍ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ