ດຳລັດ ວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ຕາປະທັບ
关于印章管理与使用的法令
Decree on Seal Management and Use
ບົດສະຫຼຸບ
ລັດຖະບານລາວໄດ້ອອກດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຕົ້ນຕິມ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ ແລະ ນຳໃຊ້ຕົ້ນຕິມ, ຮູບແບບ, ສີຫມຶກ, ຂະໜາດ ແລະ ເນື້ອໃນຂອງຕົ້ນຕິມ, ເງື່ອນໄຂການຂໍສະແກັດ, ການເກັບຮັກສາ ແລະ ນຳໃຊ້, ຂໍ້ຫ້າມ, ອົງການກວດກາທີ່ຮັບຜິດຊອບ ແລະ ໜ້າທີ່, ແລະ ທົດແທນດຳລັດເລກທີ 218/ນຍ ເກົ່າ.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ການນຳໃຊ້ຕາປະທັບ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຖືກຕ້ອງ, ສະດວກ, ວ່ອງໄວ, ໂປ່ງໃສ ແນໃສ່ ເຮັດໃຫ້ການນຳໃຊ້ຕາປະທັບ ມີຄວາມເປັນເອກະພາບສູງ, ຮັບປະກັນຄວາມຖືກຕ້ອງ ແລະ ປອດໄພ. ມາດຕາ 2 ຕາປະທັບ ຕາປະທັບ ແມ່ນເຄື່ອງມືພິເສດ ເມື່ອຈຳລົງໃນເອກະສານແລ້ວ ສະແດງເຖິງອຳນາດ, ສິດ ແລະ ໜ້າທີ່ ຂອງອົງ ການຈັດຕັ້ງລັດ, ຕຳແໜ່ງຂອງພະນັກງານ-ລັດຖະກອນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງເສດຖະກິດ, ອົງ ການຈັດຕັ້ງສາສະໜາ ແລະ ອົງການຈັດຕັ້ງສາກົນ ທີ່ປະຕິບັດໜ້າທີ່ ຢູ່ ສປປ ລາວ ທີ່ກົດໝາຍກຳນົດ ແລະ ຢັ້ງຢືນ ຄຸນຄ່າທາງດ້ານກົດໝາຍຂອງເອກະສານ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ