ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວຽກງານ ວັດທະນະທຳ ແລະ ທຸລະກິດການທ່ອງທ່ຽວ ແຂວງໄຊຍະບູລີ

关于沙耶武里省文化工作与旅游业管理的决定

Decision on Cultural Work and Tourism Management in Xayaboury Province

ບົດສະຫຼຸບ

ແຂວງໄຊຍະບູລີ ໄດ້ອອກຄຳຕັດສິນໃຈ ວ່າດ້ວຍການຄຸ້ມຄອງວຽກງານວັດທະນະທຳ ແລະ ການທ່ອງທ່ຽວ, ກຳນົດການອະນຸລັກ ແລະ ສົ່ງເສີມວັດທະນະທຳມະຫາຊົນ, ມໍລະດົກ, ສິລະປະ, ຮູບເງົາ, ສິລະປະການສະແດງ, ການຄຸ້ມຄອງຜູ້ປະກອບການທຸລະກິດການທ່ອງທ່ຽວ, ເງື່ອນໄຂ, ມາດຕະຖານ, ຄະນະກວດກາຂັ້ນຕ່າງໆ, ສິດ ແລະ ໜ້າທີ່ຂອງຜູ້ປະກອບການ, ຂໍ້ຫ້າມ ແລະ ການຊົມເຊີຍ ແລະ ລົງໂທດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດບັນດາຫຼັກການ, ລະບຽບການ, ມາດຕະການ ແລະ ການຄຸ້ມຄອງບັນດາຫົວໜ່ວຍ ທຸລະກິດ ພາຍໃນແຂວງໄຊຍະບູລີ ໃຫ້ເຄື່ອນໄຫວຖືກຕ້ອງຕາມມາດຕະຖານ, ເພື່ອຊຸກຍູ້ ສົ່ງເສີມ ວຽກງານ ວັດທະນະທຳ, ການອານຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ສິລະປະວັດທະນະທຳອັນດີງາມຂອງຊາດ ຂອງເຜົ່າ, ແນ່ໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ການດຳເນີນ ທຸລະກິດການທ່ອງທ່ຽວ ແລະ ໃຫ້ແກ່ຜູ້ເຂົ້າມາຊົມໃຊ້ບໍລິການ ໄດ້ມີຄວາມປະທັບໃຈ.

ມາດຕາ 2

ນິຍາມ: 1. ວັດທະນະທຳ ແມ່ນ: ຄຸນຄ່າອັນລວມຍອດຂອງການສະສົມບັນດາຜະລິດຕະພັນທາງດ້ານວັດຖຸ ແລະ ຈິດໃຈທີ່ມວນມະນຸດໄດ້ປະດິດສ້າງຂຶ້ນມາ ໂດຍຜ່ານຂະບວນວິວັດທາງປະຫວັດສາດ ແມ່ນບົນາກຜົນຂອງຄວາມ ຈະເລີນງອກງາມ, ຄວາມດີ, ຄວາມງາມທີ່ສັງຄົມນັ້ນໆ ປະດິດສ້າງຂຶ້ນ ແລະ ສະສົມຖ່າຍ ທອດມາຮອດປັດ ຈຸບັນ. 2. ທຸລະກິດການທ່ອງທ່ຽວ : ແມ່ນການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເຊິ່ງປະກອບດ້ວຍທຸລະກິດແຫຼ່ງ ທ່ອງທ່ຽວ, ທຸລະກິດນຳທ່ຽວ, ທຸລະກິດຂົນສົ່ງນັກທ່ອງທ່ຽວ, ທຸລະກິດພັກແຮມ, ທຸລະກິດພັດຕາຄານ-ຮ້ານ ອາຫານ, ທຸລະກິດຝຶກອົບຮົມການທ່ອງທ່ຽວ, ທຸລະກິດທີ່ປຶກສາການທ່ອງທ່ຽວ, ທຸລະກິດສະຖານບັນເທີງ ແລະ ທຸລະກິດເຄື່ອງທີ່ລະນຶກ ແລະ ທຸລະກິດອື່ນໆ ທີ່ພົວພັນເຖິງການທ່ອງທ່ຽວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ