ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານບັນຊີວິສາຫະກິດ
决定——关于企业会计工作的管理与组织实施
Decision on Management and Implementation of Enterprise Accounting Work
ບົດສະຫຼຸບ
ເຈົ້າແຂວງຈຳປາສັກ ອອກຄຳສັ່ງ ໂດຍອີງໃສ່ກົດໝາຍວ່າດ້ວຍການບັນຊີ ແລະ ອື່ນໆ, ກຳນົດລາຍລະອຽດກ່ຽວກັບຫຼັກການຈົດບັນຊີ, ປະເພດປຶ້ມບັນຊີ, ປີບັນຊີ ແລະ ບົດລາຍງານການເງິນ, ມາດຕະຖານການປິດບັນຊີ, ການກະທຳທີ່ຫ້າມ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການປັບໃໝຕໍ່ຜູ້ລະເມີດ, ນຳໃຊ້ກັບທຸກໜ່ວຍງານທີ່ຈົດບັນຊີໃນແຂວງ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງສະບັບນີ້ ວາງອອກເພື່ອຜັນຂະຫຍາຍເນື້ອໃນ ບາງມາດຕາຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າ ດ້ວຍການບັນຊີ ໃຫ້ຄົບຖ້ວນ ແລະ ຊັດເຈນ ໂດຍສອດຄ່ອງກັບ ສະພາບການຂະຫຍາຍຕົວ ທາງດ້ານເສດຖະ ກິດ-ສັງຄົມຂອງ ປະເທດ ໃນແຕ່ລະໄລຍະ, ເພື່ອແນໃສ່ເຮັດໃຫ້ ສາມາດຈັດຕັ້ງປະຕິບັດ ວຽກງານບັນຊີວິສາ ຫະກິດ ໃຫ້ມີຄວາມຖືກຕ້ອງ ຕາມກົດໝາຍ, ໂປ່ງໃສ, ມີປະສິດທິຜົນ ແລະ ເປັນເອກະພາບ ໃນຂອບເຂດທົ່ວ ແຂວງຈຳປາສັກ
ມາດຕາ 2
ເນື້ອໃນຂໍ້ຕົກລົງ. ຂໍ້ຕົກລົງສະບັບນີ້ ຕ້ອງປະຕິບັດໄປພ້ອມໆ ກັບກົດໝາຍວ່າດ້ວຍການບັນຊີ ເຊິ່ງເນື້ອໃນໄດ້ກຳນົດໃຫ້ລະອຽດຕື່ມ ເປັນຕົ້ນ: ກຳນົດຮູບແບບປື້ມບັນຊີປະຈຳວັນທົ່ວໄປ, ປຶ້ມບັນຊີໃຫຍ່ແຍກປະເພດ, ປຶ້ມບັນຊີສຳຮອງ, ປຶ້ມຕິດຕາມຕ່າງໆ (ເອກະສານການບັນຊີ), ແບບຟອມເອກະສານລາຍງານການເງິນ, ການສະຫຼຸບລາຍງານ, ກຳນົດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 3
ຂອບເຂດການນຳໃຊ້. ຄຳຕັດສິນໃຈນີ້ໃຊ້ບັງຄັບກັບຜູ້ບັນຊີທີ່ດຳເນີນທຸລະກິດບັນຊີໃນທົ່ວແຂວງຈຳປາສັກ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ