ຂໍ້ຕົກລົງ ວ່າດ້ວຍການກຳນົດຂອບເຂດ ແລະ ການປະເມີນຫົວໜ່ວຍລາຄາການທົດແທນຄ່າເສຍຫາຍ ໃຫ້ຜູ້ຖືກຜົນກະທົບຈາກໂຄງການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ແຂວງວຽງຈັນ ໄລຍະຜ່ານເມືອງນາຊາຍທອງ
关于划定范围及评定万象市至万荣(万象省)高速公路途经那赛通县路段受影响者损失补偿单价的协议
Agreement on Delineation and Assessment of Compensation Rates for Affected Parties Along the Vientiane-Vang Vieng Expressway Through Nasaythong District
ບົດສະຫຼຸບ
ເຈົ້ານະຄອນຫຼວງວຽງຈັນກຳນົດຂອບເຂດການຊົດເຊີຍ, ລາຄາຕໍ່ໜ່ວຍ, ແຫຼ່ງທຶນ ແລະ ວິທີການຈັດຕັ້ງປະຕິບັດ ສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ຜ່ານເມືອງນາແສງທອງ (ຍາວ 31,02 ກມ, ຜ່ານ 26 ບ້ານ) ໃນດ້ານສິດນຳໃຊ້ທີ່ດິນ, ສິ່ງປຸກສ້າງ ແລະ ພືດຜົນ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງສະບັບນີ້ ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ກຳນົດລາຄາທົດແທນສິ່ງກີດຂວາງ ແລະ ການຈັດສັນຜູ້ຖືກຜົນກະທົບ ເພື່ອຮັບປະກັນໃຫ້ແກ່ການ ແກ້ ໄຂ, ໄກ່ເກ່ຍຜູ້ຖືກຜົນກະທົບຈາກທາງດ່ວນໄດ້ຮັບການທົດແທນ, ໄດ້ຮັບການຊ່ວຍເຫລືອ ແລະ ຟື້ນຟູຊີວິດ ການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ ຫລື ເທົ່າເດີມ, ພ້ອມທັງເຮັດໃຫ້ການແກ້ໄຂ, ໄກ່ເກ່ຍມີຄວາມເປັນເອກະ ພາບກັນໃນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງ ເໝາະສົມ ແລະ ມີປະສິດທິຜົນສູງ.
ມາດຕາ 2
ກຽວກັບໂຄງການທາງດວນ. ໂຄງການກໍ່ສ້າງທາງດ້ວນແຕນະຄອນຫຼວງວຽງຈັນ ຫາ ວັງວຽງ ແຂວງວຽງຈັນ ໄລຍະຜານເມືອງນາຊາຍ ທອງ ຕໍ່ໄປນີ້ເອີ້ນຫຍໍ໋່ວາ “ ໂຄງການທາງດວນ " ແມນການລົງທຶນຂອງບໍລິສັດ ພັດທະນາທາງດວນ ລາວ-ຈີນ ງ ຈຳກັດ ຕໍ່ໄປນີ້ເອີ່ນຫຍໍ໋ວາ “ ບໍລິສັດຮ່ວມທຶນ ” ໃນຮູບແບບ 301 ຕາມທີໄດ້ເຊັນສັນຍາສຳປະທານ ກັບ ລັດຖະບານ ແຫງ ສປປ ລາວ ຄັງວັນທີ 04 ເມສາ 2018. ໂຄງການທາງດ໊ີວນນີ້ ມີຄວາມຍາວທັງຫົົດ 109, 1 ກິໂລແມັດ ມີມູນຄາກໍ່ສ້າງລວມທັງຫົດ 1.292.779.105 ໂດລາສະຫະລັດ, ມີໄລຍະສຳປະທານທັງຫົົດ 50 ປີ. ສະເພາະຊວງໄລຍະເມືອງນາຊາຍທອງ ແມັນຜານ 26 ບ້ານ, ແຕບ້ານໄຊມຸງຄຸນ ຫາບ້ານນາດີ ມີຄວາມຍາວ 31,02 ກິ ໂລແມັດ.
ມາດຕາ 3
ມາດຕາ 3 ຂອບເຂດການນຳໃຊ້. ຂໍ້ຕົກລົງນີ້ນຳໃຊ້ກັບອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ, ເພື່ອຊົດເຊີຍສິ່ງກີດຂວາງ ແລະ ຕັ້ງຖິ່ນຖານຜູ້ໄດ້ຮັບຜົນກະທົບ ສຳລັບໂຄງການທາງດ່ວນ (ຜ່ານເສັ້ນທາງໃນເມືອງນາຊາຍທອງ ຍາວ 31,02 ກິໂລແມັດ, ຜ່ານບ້ານໄຊມຸນຄົງ ຫາ ບ້ານນາດີ ຈຳນວນ 26 ບ້ານ, ຕັ້ງຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ).
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ