ຄຳແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ

关于实施《打击与防范计算机系统犯罪法》的指导意见

Guidance on Implementing the Law on Combating and Preventing Computer System Crimes

ບົດສະຫຼຸບ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຊີ້ແຈງ ແລະ ແນະນຳການຈັດຕັ້ງປະຕິບັດ ບາງມາດຕາ ຂອງກົດໝາຍວ່າດ້ວຍການຕ້ານ ແລະ ປ້ອງກັນອາຊະຍາກຳທາງຄອມພິວເຕີ (ສະບັບເລກທີ 61/ສພຊ), ອະທິບາຍແຕ່ລະມາດຕາກ່ຽວກັບການກະທຳຜິດທາງຄອມພິວເຕີ ພ້ອມຕົວຢ່າງ.

ມາດຕາ

ມາດຕາ 1

] ແລະ 14 ຂອງກົດໝາຍວ່າ

ມາດຕາ 2

ມາດຕາ 9 ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ ໝາຍເຖິງ ການເປີດເຜີຍມາດຕະການປ້ອງກັນສະເພາະໂດຍບໍ່ໄດ້ຮັບອະນຸຍາດ ເຊັ່ນ: ລະຫັດຜ່ານ, ຊ່ອງໂຫວ່, ວິທີການບຸກລຸກ, ວິທີການໂຈມຕີລະບົບຄອມພິວເຕີ ແລະ ວິທີການອື່ນໆທີ່ອາດເຮັດໃຫ້ເກີດຄວາມເສຍຫາຍຕໍ່ລັດ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ແລະ ສັງຄົມ. ຕົວຢ່າງ: ກ ໄດ້ເປີດເຜີຍລະຫັດຜ່ານ, ຊ່ອງໂຫວ່, ວິທີການບຸກລຸກ ແລະ ວິທີການໂຈມຕີລະບົບຄອມພິວເຕີຂອງສະຖາບັນໃດໜຶ່ງ ໂດຍບໍ່ໄດ້ຮັບອະນຸຍາດໃຫ້ຜູ້ອື່ນ ເຮັດໃຫ້ລະບົບຄອມພິວເຕີຂອງສະຖາບັນນັ້ນໄດ້ຮັບຄວາມເສຍຫາຍ.

ມາດຕາ 3

ມາດຕາ 10 ການເຂົ້າເຖິງລະບົບຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດ ແມ່ນການນຳໃຊ້ອຸປະກອນ ຫຼື ເຄື່ອງມືເອເລັກໂຕຣນິກ ເຊັ່ນ: ໂປຣແກຣມຄອມພິວເຕີ, ໂປຣແກຣມທີ່ເປັນອັນຕະລາຍ, ອຸປະກອນເກັບຂໍ້ມູນ ແລະ ວິທີການອື່ນໆ ເພື່ອເຂົ້າເຖິງລະບົບຄອມພິວເຕີທີ່ມີມາດຕະການປ້ອງກັນພິເສດ ໂດຍມີຈຸດປະສົງລັກຂໍ້ມູນທາງການຄ້າ, ການເງິນ, ຄວາມລັບ ແລະ ຂໍ້ມູນອື່ນໆ ຂອງບຸກຄົນ, ນິຕິບຸກຄົນ, ອົງກອນ. ຕົວຢ່າງ: ກ ໂດຍບໍ່ໄດ້ຮັບອະນຸຍາດ ໄດ້ເຊື່ອມຕໍ່ອຸປະກອນເກັບຂໍ້ມູນທີ່ມີໄວຣັສເຂົ້າກັບລະບົບຄອມພິວເຕີຂອງອົງກອນໃດໜຶ່ງ ເພື່ອລັກຂໍ້ມູນ, ປອມແປງຂໍ້ມູນ, ດັດແກ້ຂໍ້ມູນ ຫຼື ກະທຳການອື່ນໆ ເຮັດໃຫ້ລະບົບຄອມພິວເຕີຂອງອົງກອນນັ້ນເສຍຫາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ