ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ

总理关于建设省为战略单位、建设县为全面坚强单位、建设村为发展单位的方向、目标和措施的命令

Order of the Prime Minister on the Direction, Objectives, and Measures for Building Provinces as Strategic Units, Districts as Comprehensive Strong Units, and Villages as Development Units

ບົດສະຫຼຸບ

ຄຳສັ່ງສະບັບນີ້ (ເລກທີ 24/ນຍ) ຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ, ວາງອອກວຽກງານ 'ສາມສ້າງ' (ສ້າງແຂວງເປັນໜ່ວຍຍຸດທະສາດ, ສ້າງເມືອງເປັນໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນໜ່ວຍພັດທະນາ), ມອບໃຫ້ບັນດາກະຊວງ, ອົງການ ແລະ ແຂວງ, ນະຄອນຫຼວງ ຈັດຕັ້ງປະຕິບັດ 9 ໜ້າທີ່ ລວມທັງການສຶກສາເຂົ້າໃຈ, ການອອກລະບຽບການ, ການກຳນົດພາລະບົດບາດ ແລະ ເປົ້າໝາຍແບ່ງຂັ້ນຮອດປີ 2025 ແລະ 2030.

ມາດຕາ

ມາດຕາ 1

ມອບໃຫ້ລັດຖະມົນຕີວ່າການກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງທົ່ວປະເທດ ນຳພາ, ຊຸກຍູ້ການຈັດຕັ້ງຄົ້ນຄວ້າ, ຮໍ່າຮຽນ ແລະ ເຂົ້າໃຈມະຕິສະເພາະກາງພັກ ສະບັບເລກທີ 25/ກມສພ ລົງວັນທີ 22 ທັນວາ 2014 ແລະ ຄຳສັ່ງນາຍົກລັດຖະມົນຕີສະບັບນີ້ ຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ເຊື່ອມໂຍງກັບການໂຄສະນາບົດຮຽນທີ່ສະຫຼຸບໄດ້ຈາກການທົດລອງວຽກງານ "ສາມສ້າງ" ກ່ອນໜ້ານີ້, ເພື່ອໃຫ້ຄະນະພັກ, ພະນັກງານ, ສະມາຊິກພັກ ໃນຂົງເຂດ, ອົງການ ແລະ ທ້ອງຖິ່ນ ແຕ່ລະດັບກະຊວງ ລົງເຖິງຮາກຖານບ້ານ ເຂົ້າໃຈເປົ້າໝາຍຕ່າງໆ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ, ໃຫ້ສຳເລັດກ່ອນເດືອນ ພະຈິກ 2016, ເພື່ອສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດ.

ມາດຕາ 2

ມອບໃຫ້ດຳເນີນການສຶກສາຢ່າງຮີບດ່ວນ, ອອກລະບຽບການ ແລະ ວາງແຜນງານ, ເພື່ອປະຕິບັດມະຕິຂອງຄະນະກົມການເມືອງສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ, ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ໜ້າທີ່, ບົດບາດ, ຂອບເຂດສິດອຳນາດ ແລະ ຄວາມຮັບຜິດຊອບຂອງແຕ່ລະອົງການ, ຂະແໜງການ ແລະ ທ້ອງຖິ່ນ, ກຳນົດເປົ້າໝາຍການຕໍ່ສູ້ໃນແຕ່ລະດ້ານຢ່າງຈະແຈ້ງໃນແຕ່ລະປີ, ເພື່ອຈັດຕັ້ງປະຕິບັດໃນແຕ່ລະປີ ແລະ ໃຫ້ໄດ້ຜົນສຳເລັດຕົວຈິງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ