ຂໍ້ຕົກລົງ ວ່າດ້ວຍ ການປະຕິບັດພັນທະ ແລະ ການປະກອບສ່ວນ ຂອງປະຊາຊົນ ໃນການພັດທະນາບ້ານ
关于人民履行义务和参与村庄发展的决定
Decision on the Fulfillment of Obligations and Participation in Village Development by the People
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດພັນທະຂອງປະຊາຊົນໃນບ້ານຕໍ່ບ້ານດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ-ສັງຄົມ, ເສດຖະກິດ ແລະ ການອອກແຮງງານຮ່ວມພັດທະນາບ້ານ, ມີມາດຕະການຍ້ອງຍໍຜູ້ມີຜົນງານ ແລະ ລົງໂທດຜູ້ລະເມີດ, ມີຜົນສັກສິດນັບແຕ່ວັນເຊັນ, ຍົກເລີກຂໍ້ຕົກລົງເລກທີ 120/ນຍ ປີ 2012.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ກ່ຽວກັບ ການປະຕິບັດພັນທະ ແລະ ການ ປະກອບສ່ວນຂອງປະຊາຊົນ ໃນການພັດທະນາບ້ານ ເພື່ອເປັນບ່ອນອີງ ໃຫ້ແກ່ການປະຕິບັດໜ້າທີ່ ການເມືອງ ຂອງອົງການປົກຄອງບ້ານ ແນໃສ່ເຮັດໃຫ້ການປະຕິບັດພັນທະ ແລະ ການປະກອບສ່ວນ ຂອງປະຊາຊົນ ໃນການພັດທະນາບ້ານ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການ ໃຫ້ມີປະສິດທິຜົນສູງ.
ມາດຕາ 2
ຄວາມບນາຍຂອງຄຳສັບ 1. ການປະຕິບັດພັນທະຂອງປະຊາຊົນ ການປະຕິບັດພັນທະຂອງປະຊາຊົນ ແມນ ບ້າທີ ແລະ ຄວາມຮັບຜິດຊອບ ຂອງປະຊາຊົນທຸກ ຄົນ ຜູ້ເຖິງອາຍຸກະສຽນ 18 ປີ ຂຶນໄປ ແລະ ບໍເປັນບ້າເສຍຈິດ ຊຶງຕ້ອງໄດ້ເຮັດ ເຊັນ: ເຂາຮ່ວມຂະ ອ ບວນປະຕິບັດວ]ຽກງານລວມຂອງບ້ານ, ເສຍພາສີ, ອາກອນ ຕາມກົດບນາຍ ແລະ ລະບຽບການ ຂອງລັດ. 2. ການປະກອບສວນຂອງປະຊາຊນ ການປະຕິບັດການປະກອບສ່ວນຂອງປະຊາຊົນ ແມ່ນ ຄວາມຕືນຕົວສະບນັກໃຈຂອງປະຊາຊົນ ແຕ່ລະຄົນ, ແຕ່ລະຄອບຄົວ ໃນການປະກອບເງິນ, ວັດຖຸມີຄາ, ວັດຖຸສິ່ງຂອງ, ເຂົາ, ອາທານ ແລະ ອືນໆ ຊ່ວຍເທຼືອວຽກງານປ້ອງກັນຊາດ, ປ້ອງກັນຄວາມສະບທາຽບ, ຜູ້ປະສົບເຄາະຮ້າຍ ທຼື ໄພພິບັດ ຕາງໆ.
ມາດຕາ 3
ທຼັກການ - ຮັບປະກັນ ຄວາມສະເບນີພາບ, ຍຸຕິທາ ແລະ ລວມສູນປະຊາທິປະໄຕ: + ສະເບນີພາບ: ປະຊາຊົນທຸກຄົນ ມີສິດ ແລະ ພັນທະ ເທົ່າທຽມກັນ ຕາມກົດປນາຍ; + ຍຸຕິທຳ: ປະຊາຊົນຜູ້ໃດປະຕິບັດ ສິດ ແລະ ພັນທະ ຄົບຖ້ວນ ຈະໄດ້ຮັບການຍ້ອງຍໍຊົມເຊີຍ ຕາມນະໂຍບາຍຂອງລັດ, ຜູ້ໃດລະເມີດບໍ່ປະຕິບັດຈະຖືກສຶກສາອົບຮົມ ແລະ ຮັບຜິດຊອບຕໍ່ບນ້າ ກົດບນາຍ; + ລວມສູນປະຊາທິປະໄຕ: ປະຕິບັດຕາມສຽງສ່ວນທຼາຍ, ຕົກລົງບັນທາສຳຄັນຕ່າງໆ ເປັນທນຼ່ຄະ ນະ, ບຸກຄົນຮັບຜິດຊອບ; - ປະຕິບັດ ຕາມກົດກນນາຍ ແລະ ລະບຽບການ ຢ່າງເຂັມງວດ; - ເປີດເຜີຍ, ໂປງໃສ ແລະ ກວດສອບໄດ້.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ