ກົດໝາຍ ວ່າດ້ວຍສະຫະພັນນັກຮົບເກົ່າລາວ
老挝退伍军人联合会法
Law on Lao Veterans Federation
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຈຸດປະສົງໃນການສ້າງຕັ້ງ, ລັກສະນະອົງກອນ ແລະ ຄຳນິຍາມຂອງຄຳສັບທີ່ກ່ຽວຂ້ອງຂອງສະຫະພັນນັກຮົບເກົ່າລາວ, ເພື່ອແນໃສ່ກຳນົດສະຖານະພາບທາງກົດໝາຍ ແລະ ບົດບາດຂອງສະຫະພັນດັ່ງກ່າວໃຫ້ຊັດເຈນ.
ມາດຕາ
ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄືອນ
ໄຫວ, ການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານ ສະຫະພັນນັກຮົບເກົາລາວ ເພືອຮັບປະກັນການປະຕິບັດ
ພາລະບົດບາດ, ສິດ ແລະ ຫຼ້້າທີຂອງອົງການດັງກ່າວ ໃຫ້ມີປະສິດທິພາບ ແນໃສ່ເຮັດໃຫ້ສະຫະພັນນັກຮົບເກົາ
ລາວ ມີຄວາມຫຼັກແຫ້ນທາງດ້ານການເມືອງ, ເຂັມແຂງທາງດ້ານການຈັດຕັ້ງ, ມີແບບແຜນການເຄືອນໄຫວທີດີ,
ສາມາດສຶກສາອົບຮົມ, ປຸກລະດົມ ແລະ ເຕົາໂຮມຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊືອປະຕິວັດ,
ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກຕົນ ແລະ ຂອງປະຊາຊົນລາວບັນດາເຜົາ ປະກອບສ່ວນ
ເຂົາໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 ສະຫະພັນນັກຮົບເກົ່າລາວ
ສະຫະພັນນັກຮົບເກົາລາວ ແມ່ນ ອົງການຈັດຕັງການເມືອງ-ສັງຄົມຫຼຶງ ຊຶ່ງຢູ່ພາຍໃຕ້ການນໍຳພາຂອງພັກປະ
ຊາຊົນປະຕິວັດລາວ ມີພາລະບົດບາດ, ພ້າທີເຕົາໂຮມບັນດາພະນັກງານນັກຮົບເກົາ, ເສີມຂະຫຍາຍມູນເຊືອຣັກຊາດ
ແລະ ເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ສະຫະພັນນັກຮົບເກົາລາວ ຂຽນຫຍໍ້ວ່າ: “ສນລ”.
ມາດຕາ 3
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມຫາຍ ຕັ້ງນີ້:
1. ອົງການຈັດຕັ້ງການເມືອງ-ສັງຄົມ ໜາຍເຖິງ ແນວລາວສ້າງຊາດ, ສະຫະພັນນັກຮົບເກົາລາວ, ສະຫະພັນ
ແມ່ຍິງລາວ, ສະຫະພັນກຳມະບານລາວ ແລະ ຄະນະຊາວຫຼູ່ມປະຊາຊົນປະຕິວັດລາວ;
2. ນັກຮົບເກົ່າລາວ ໜາຍເຖິງ ອະດິດນັກຮົບປະຕິວັດໃນຖັນແຖວກຳລັງປະກອບອາວູດ ຂອງປະຊາຊົນ
ລາວ;
3. ຜູ້ເສຍອົງຄະພິເສດ ໜາຍເຖິງ ຜູ້ທີ່ເສຍກຳລັງແຮງງານ ແຕ່ ແປດສິບເອັດ ສ່ວນຮ້ອຍ ຫາ ຫຼຶງຮ້ອຍ ສ່ວນ
ຮ້ອຍ;
4. ອົງການຈັດຕັ້ງສັງຄົມ ຫາຍເຖິງ ບັນດາສະຫະສະມາຄົມ, ສະມາພັນ, ສະໂມສອນ, ສະມາດົມ ຫຼື ກຸ່ມທູ
ລະກິດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 57 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ