ຄຳແນະນຳ ກ່ຽວກັບການສ້າງຕັ້ງເທດສະບານ, ນະຄອນ

关于设立市镇、城市的指导意见

Guidelines on the Establishment of Towns and Cities

ບົດສະຫຼຸບ

ຄຳແນະນຳສະບັບນີ້ອອກໂດຍກະຊວງພາຍໃນ ເພື່ອຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງເມືອງ ແລະ ນະຄອນ, ກຳນົດຄວາມໝາຍຂອງຄຳສັບ, ເງື່ອນໄຂການສ້າງຕັ້ງ, ຂັ້ນຕອນ, ໂຄງສ້າງອົງກອນ ແລະ ຄະນະຮັບຜິດຊອບ.

ມາດຕາ

ມາດຕາ 1

ຈຸດປະສົງ. — ເພື່ອນຳເນື້ອໃນຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ປີ 2015 ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການສ້າງຕັ້ງເມືອງ ແລະ ນະຄອນ ໄປສູ່ການຈັດຕັ້ງປະຕິບັດຕົວຈິງ; — ເພື່ອໃຫ້ອົງການປົກຄອງທ້ອງຖິ່ນ ມີພື້ນຖານ ແລະ ຄູ່ມື ໃນການກະກຽມສ້າງຕັ້ງເມືອງ ແລະ ນະຄອນ ເພື່ອໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ.

ມາດຕາ 2

ຄວາມໝາຍຂອງຄຳສັບ. ຕົວເມືອງ, ຕົວນະຄອນ ຄື ເຂດຕົວເມືອງ, ເຂດຕົວນະຄອນ, ເປັນສະຖານທີ່ທີ່ຊຸມຊົນອາໄສຢູ່, ມີລັກສະນະດັ່ງນີ້: — ເປັນທີ່ຕັ້ງຂອງອົງການປົກຄອງຂັ້ນແຂວງ, ຂັ້ນເມືອງ ແລະ ເຂດເສດຖະກິດ-ສັງຄົມທີ່ສຳຄັນ; — ຄວາມໜາແໜ້ນຂອງປະຊາກອນໃນຕົວເມືອງ ແມ່ນ 450 ຄົນຕໍ່ຕາລາງກິໂລແມັດ; — ຄວາມໜາແໜ້ນຂອງປະຊາກອນໃນຕົວນະຄອນ ແມ່ນ 900 ຄົນຕໍ່ຕາລາງກິໂລແມັດ; — ມີລະບົບສະຫວັດດີການສາທາລະນະ ແລະ ສິ່ງອຳນວຍຄວາມສະດວກສາທາລະນະ ເຊັ່ນ: ຖະໜົນຫົນທາງ, ລະບົບລະບາຍນ້ຳ, ໂຮງຮຽນ, ໂຮງໝໍ, ສະໜາມກິລາ, ສວນສາທາລະນະ, ນ້ຳປະປາ ຫຼື ນ້ຳສະອາດ, ໄຟຟ້າ, ໂທລະສັບ ແລະ ອື່ນໆ. ຂອບເຂດຂອງຕົວເມືອງ, ຕົວນະຄອນ ໃຫ້ກຳນົດຕາມຂອບເຂດທີ່ໄດ້ກຳນົດໄວ້ໃນຜັງເມືອງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ